ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແມ່ຍິງກອງທັບ ກັບ ການສ້າງພະລາທິການກັບທີ່
ເວລາອອກຂ່າວ: 2021-11-25 10:22:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1006 | ຄວາມນິຍົມ:



ການສ້າງພະລາທິການກັບ ທີ່ ແມ່ນວຽກງານທີ່ສໍາຄັນໃນການຮັບປະກັນການລ້ຽງດູທັບ ແລະ ຮັບປະກັນການເຄື່ອນໄຫວ ປະຕິບັດໜ້າທີ່ຂອງກົມກອງ ທະຫານ, ຍ້ອນແນວນັ້ນ, ບໍ່ວ່າໃນ ໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ກອງທັບຍາມ ໃດກໍເອົາໃຈໃສ່ສ້າງພະລາທິ ການກັບທີ່ເພື່ອເປັນເງື່ອນໄຂ, ທ່າແຮງເຂົ້າໃນການຮັບປະກັນ ຊີວິດການເປັນຢູ່ ແລະ ການພັດ ທະນາກົມກອງໃຫ້ເຕີບໃຫຍ່, ເຂັ້ມແຂງ ເຊິ່ງນອນໃນຂະບວນ ການດັ່ງກ່າວ ສະມາຊິກສະຫະ ພັນແມ່ຍິງຢູ່ບັນດາກົມກອງໄດ້ ປະກອບສ່ວນຢ່າງຕັ້ງໜ້າ. ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະ ຫະພັນແມ່ຍິງ ກະຊວງປ້ອງກັນ ປະເທດ ໄດ້ປະກອບຄໍາເຫັນຕໍ່ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ລາວທົ່ວປະເທດ ຄັ້ງທີ VIII ໃນ ຫົວຂໍ້ “ການສ້າງພະລາທິການ ກັບທ່ີ” ວ່າ: ອົງການຈັດຕັ້ງມະ ຫາຊົນ ແມ່ນແຂນຂວາຂອງພັກ, ເປັນກໍາລັງແຮງອັນຕົ້ນຕໍໃຫ້ແກ່ ພາລະກິດປະຕິວັດ ສະນັ້ນ, ຕະ ຫຼອດໄລຍະທີ່ຜ່ານມາ ຄະນະນໍາ ສະຫະພັນແມ່ຍິງພວກເຮົາໄດ້ເອົາ ໃຈໃສ່ຊີ້ນໍາ ແລະ ຊຸກຍູ້ໃຫ້ອົງການ ຈັດຕັ້ງສະຫະພັນແມ່ຍິງຢູ່ບັນດາ ກົມກອງ ຕັ້ງໜ້າເຄື່ອນໄຫວເຮັດ ໜ້າທີ່ຕາມພາລະບົດບາດຂອງ ຕົນ, ຖືເອົາການສຶກສາອົບຮົມ ການເມືອງ-ນໍາພາແນວຄິດເປັນ ກົກ, ເຕົ້າໂຮມຄວາມສາມັກຄີພາຍ ໃນ, ປົກປ້ອງສິດຜົນປະໂຫຍດ ອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ, ຖືເອົາການຈັດຕັ້ງປະ ບັດເນື້ອໃນຂໍ້ແຂ່ງຂັນ 3 ດີ, ແຜນ ພັດທະນາແມ່ຍິງລາວ, ແຜນ ພັດທະນາແມ່ຍິງໃນກອງທັບ ແລະ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ ໂດຍ ສະເພາະແຜນງານຮັບປະກັນ ດ້ານພະລາທິການ, ການຜະລິດ ເປັນສິນຄ້າ ເພື່ອເຮັດໃຫ້ຊີວິດ ການເປັນຢູ່ຂອງນາຍ ແລະ ພົນ ທະຫານ, ກົມກອງລວມໝູູ່ ນັບ ມື້ດີຂຶ້ນ. ຍ້ອນມີການເອົາໃຈໃສ່ຊີ້ນໍາ-ຊຸກຍູ້ ແລະ ອໍານວຍຄວາມສະ ດວກຂອງຄະນະພັກ-ຄະນະບັນ ຊາກົມກອງ ໄດ້ເຮັດໃຫ້ອົງການ ຈັດຕັ້ງສະຫະພັນແມ່ຍິງຢູ່ບັນ ດາກົມກອງໄດ້ເຄື່ອນໄຫວຢ່າງ ຕັ້ງໜ້າເຊິ່ງນອກຈາກຂົງເຂດ ວຽກວິຊາສະເພາະແລ້ວ ຍັງໄດ້ ຂຸດຄົ້ນທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີເຂົ້າໃນການ ປູກ, ການລ້ຽງ, ການຫຍິບປັກ ຖັກແສ່ວ, ຕໍ່າຫູກທໍໄໝ ແລະ ອື່ນໆ ເພື່ອແກ້ໄຂຊີວິດການເປັນ ຢູ່ ແລະ ຜະລິດເປັນສິນຄ້າ ສະ ແດງອອກໃນປີຜ່ານມາ ດ້ານ ການປູກຝັງ: ປູກເຂົ້າເກັບກູ້ໄດ້ ທັງໝົດ 5.964 ໂຕນ, ປະເພດ ພືດຜັກຕ່າງໆ ໄດ້ 14.972 ໂຕນ, ພືດທາດແປ້ງ 427.598 ໂຕນ, ປູກຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ ໃຫ້ຮົ່ມໄດ້ 623.576 ຕົ້ນ, ໄມ້ອຸດ ສາຫະກໍາ 3.437.589 ຕົ້ນ, ດ້ານການລ້ຽງ: ປະເພດ ງົວ-ຄວາຍ 36.828 ໂຕ, ໝູ 20.520 ໂຕ, ແບ້ ແລະ ແກະ 36.718 ໂຕ, ປະເພດສັດປີກ 769.323 ໂຕ, ປະເພດສັດນໍ້າ 5.462 ໂຕນ. ມີຫຼາຍກົມກອງ-ທ້ອງຖິ່ນສາ ມາດສ້າງລາຍຮັບຈາກການຜະ ລິດກະສິກໍາ ແລະ ການບໍລິການ ໄດ້ຈໍານວນຫຼາຍ (ນັບທັງເງິນ ແລະ ວັດຖຸ) ໃນນີ້, ກົມກອງທີ່ພົ້ນ ເດັ່ນສາມາດສ້າງລາຍຮັບໄດ້ 3 ຕື້ກີບຂຶ້ນໄປ ມີ: ກອງພົນທີ 1, ກອງພົນທີ 3, ທະຫານແຂວງ ວຽງຈັນ, ທະຫານແຂວງຄໍາ ມ່ວນ, ທະຫານແຂວງສະຫວັນ ນະເຂດ ແລະ ທະຫານແຂວງ ຈໍາປາສັກ ນອກນັ້ນ ຍັງມີຫຼາຍ ກົມກອງສ້າງລາຍຮັບໄດ້ 2 ຕື້ ລົງມາ, ສະເລ່ຍລວມແລ້ວສາ ມາດ ກຸ້ມຕົນເອງດ້ານຊີ້ນ 50% ຂຶ້ນໄປ, ດ້ານພືດຜັກ 80% ຂຶ້ນ ໄປ, ມີ 2 ກົມກອງທີ່ພົ້ນເດັ່ນກາຍ ເປັນກົມກອງຕົວແບບ ຄື: ກອງ ພັນໃຫຍ່ 11 ແລະ ກອງພັນໃຫຍ່ 497 ທີ່ສາມາດຮັບປະກັນດ້ານ ຜັກກິນໄດ້ 100%. ສະຫະພັນແມ່ຍິງຢູ່ບັນດາກົມ ກອງຮາກຖານ ຍັງໄດ້ສ້າງກຸ່ມ ທ້ອນເງິນ ແລະ ປ່ອຍໃຫ້ສະມາ ຊິກກອງທຶນກູ້ຢືມດ້ວຍອັດ ຕາດອກເບ້ຍຕໍ່າ ປັດຈຸບັນ ມີ 100 ກຸ່ມ, ມີຈໍານວນສະມາຊິກທັງ ໝົດ 24.501 ສະຫາຍ, ໃນ ນັ້ນ ມີ ເພດຍິງ 9.768 ສະຫາຍ, ເພດຊາຍ 14.733 ສະຫາຍ, ມີເງິນທ້ອນທັງໝົດ 52.789.028.059 ກີບ. ການ ປະກອບສ່ວນຂອງເອື້ອຍນ້ອງ ສະຫະພັນແມ່ຍິງພວກເຮົາໃນ ວຽກງານສ້າງພະລາທິການກັບ ທີ່ໃນທົ່ວກອງທັບ ແມ່ນມີລັກສະ ນະຕັ້ງໜ້າ ສາມາດຮັບປະກັນ ເຮັດໃຫ້ກົມກອງໄດ້ເຄື່ອນໄຫວ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເຮັດໃຫ້ກົມກອງ ກໍຄືປະເທດຊາດ ມີສະຖຽນລະ ພາບ, ມີຄວາມສະຫງົບໂດຍພື້ນ ຖານ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດມີທ່ວງທ່າກ້າວຂຶ້ນ. ເພື່ອສືບຕໍ່ນໍາພາ-ຊີ້ນໍາ ເອື້ອຍ ນ້ອງສະຫະພັນແມ່ຍິງໃນທົ່ວ ກອງທັບຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ແຜນພັດທະນາ ແມ່ຍິງລາວ ກໍຄື ແຜນພັດທະນາ ແມ່ຍິງໃນກອງທັບ ໃຫ້ກາຍເປັນ ຮູບປະທໍາຕົວຈິງນັ້ນ ແມ່ນສືບ ຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາ ຊິກສະຫະພັນແມ່ຍິງ ແລະ ນັກ ຮົບເພດຍິງໃນທົ່ວກອງທັບ ມີ ຄວາມຮັບຮູ້ເຂົ້າໃຈແຈ້ງຕໍ່ແນວ ທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ, ແຜນພັດທະນາ ແມ່ຍິງ 10 ແຜນງານ 65 ໂຄງ ການຂອງສູນກາງສະຫະພັນແມ່ ຍິງລາວ ກໍຄື 8 ແຜນງານ 29 ໂຄງການຂອງສະຫະພັນແມ່ຍິງ ກອງທັບໃຫ້ມີຜົນສໍາເລັດ. ຄະນະນໍາສະຫະພັນແມ່ຍິງທຸກ ຂັ້ນ, ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງທຸກຄົນຕ້ອງເອົາ ໃຈໃສ່ຂຸດຄົ້ນທຸກຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີ ເຂົ້າ ໃນການປູກ, ການລ້ຽງ, ຫຍິບປັກ ຖັກແສ່ວ, ຕໍ່າຫູກ ທໍໄໝ ແລະ ອື່ນໆຕາມສະພາບ ເງື່ອນໄຂຕົວ ຈິງຂອງກົມກອງຂອງຕົນເພື່ອ ແກ້ໄຂຊີວິດການເປັນຢູ່ ແລະ ຜະ ລິດເປັນສິນຄ້າໃຫ້ໄດ້ຫຼາຍຂຶ້ນ ກວ່າເກົ່າ. ສະຫະພັນແມ່ຍິງທຸກໆ ກົມກອງທ້ອງຖິ່ນທີ່ມີພື້ນຖານ ການຜະລິດດ້ານພະລາທິການ ກັບທີ່ແລ້ວໃຫ້ເປັນບ່ອນສະໜອງ ດ້ານສະບຽງອາຫານໃນເວລາ ຈໍາເປັນຕິດພັນກັບການກໍ່ສ້າງ ແນວຫຼັງຂອງກົມກອງຂອງຕົນ ໄປພ້ອມໆກັບການປັບປຸງວຽກ ງານກອງທຶນເງິນທ້ອນຂອງ ສະຫະພັນແມ່ຍິງໃຫ້ກາຍເປັນ ແຫຼ່ງທຶນເພື່ອສ້າງພະລາທິການ ກັບທີ່ໃຫ້ມີຄວາມເຂັ້ມແຂງ. ໂດຍ: ບຸນອູ້ມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ