ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຫຼວງນໍ້າທາ ກວດກາຄັດເລືອກເປົ້າໝາຍ ເຂົ້າເປັນທະຫານໃໝ່ ປະຈໍາປີ 2021
ເວລາອອກຂ່າວ: 2021-11-25 10:15:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 341 | ຄວາມນິຍົມ:



ໃນວັນທີ 22 ພະຈິກ 2021 ນີ້, ກອງບັນຊາການທະຫານແຂວງ ຫຼວງນໍ້າທາ, ໄດ້ຈັດພິທີກວດກາ ຄັດເລືອກເອົາທະຫານໃໝ່ ປະຈໍາ ປີ 2021, ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພັນເອກ ບຸນມີ ໄຊປະເສີດ ຫົວໜ້າຫ້ອງເສນາ ທິການທະຫານແຂວງ, ມີອະນຸ ກຳມະການລະດົມພົນຈາກພະ ແນກກຳລັງພົນ, ພະແນກກວດ ກາ, ພະແນກປ້ອງກັນພາຍໃນ, ພະນັກງານວິຊາສະເພາະທີ່ກ່ຽວ ຂ້ອງພ້ອມດ້ວຍຜູ້ທີ່ສະໝັກໃຈ ເຂົ້າເປັນທະຫານໃໝ່ເຂົ້າຮ່ວມ. ການກວດກາຄັດເລືອກທະ ຫານໃໝ່ໃນຄັ້ງນີ້ ໄດ້ກວດກາ ທາງດ້ານມາດຖານເງື່ອນໄຂ ຜູ້ທີ່ຈະສະໝັກເຂົ້າເປັນທະຫານ ໃໝ່ ຕ້ອງເປັນຄົນລາວ, ສັນຊາດ ລາວ ມີອາຍຸ 18 - 30 ປີ, ການ ສຶກສາຕ້ອງຈົບມັດທະຍົມຕອນ ປາຍຂຶ້ນໄປ, ຖ້າຈົບວິຊາສະເພາະ ທີ່ກອງທັບຕ້ອງການຄະແນນ ເສັງຈົບຕ້ອງແມ່ນເກດ A, ເກດ B ແລະ ຖ້າເປັນຕົວເລກແມ່ນ ຄະແນນ 8 ຂຶ້ນໄປຈຶ່ງພິຈາລະນາ, ດ້ານສຸຂະພາບຕ້ອງແຂງແຮງດີ, ບໍ່ສັກລາຍ, ລວງສູງເພດຊາຍ 1,60 ແມັດຂຶ້ນໄປ, ນໍ້າໜັກບໍ່ ໃຫ້ຫຼຸດ 60 ກິໂລ, ເພດຍິງລວງສຸງ 1,55 ແມັດ, ນໍ້າໜັກບໍ່ຫຼຸດ 50 ກິໂລ, ປະຫວັດຕ້ອງຈະແຈ້ງ, ຕ້ອງເປັນຊາຍໂສດ, ຍິງໂສດ, ບໍ່ ເຄີຍເປັນທະຫານ ຫຼື ຕຳຫຼວດມາ ກ່ອນ ແລະ ຕ້ອງປະຕິບັດຕາມ ການສັບຊ້ອນຂອງການຈັດຕັ້ງ. ການກວດກາທະຫານໃໝ່ໃນ ຄັ້ງນີ້ ເຊິ່ງຈະໄດ້ກວດທາງດ້ານ ເອກະສານ, ປະຫວັດ, ສຸຂະພາບ, ນໍ້າໜັກ, ລວງສູງ, ກວດຮ່າງກາຍ, ສໍາພາດ. ເຊິ່ງໃນປີ 2021 ຈະຄັດເລືອກເອົາ ຈໍານວນ 165 ຄົນ, ຍິງ 5 ຄົນ ເພື່ອບັນຈຸປະກອບເຂົ້າໃນກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ກຽມພ້ອມ ເຮັດໜ້າທີ່ພັນທະປ້ອງກັນຊາດ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ທັດທະ ນາປະເທດຊາດຕໍ່ໄປ. ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ