ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມແບບທາງໄກ ວິຊາການທະຫານອາກາດ ສອງຝ່າຍລາວ-ໄທ ຄັ້ງທີ 6
ເວລາອອກຂ່າວ: 2021-11-25 09:39:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 688 | ຄວາມນິຍົມ:



ກອງປະຊຸມທາງໄກ ວິຊາການ ທະຫານອາກາດ ສອງຝ່າຍລາວ-ໄທ ຄັ້ງທີ 6 ພາຍໃຕ້ຫົວຂໍ້: ການ ແລກປ່ຽນຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ທາງດ້ານການ ທະຫານອາກາດ ແລະ ການແພດ ທະຫານອາກາດໄດ້ຈັດຂຶ້ນ ໃນ ວັນທີ 18 ພະຈິກ 2021ນີ້, ໂດຍ ການເປັນປະທານຮ່ວມຂອງ ທ່ານ ພັນເອກ ບຸນດອມ ບຸບຜາລີວັນ ຮອງຜູ້ບັນຊາການທະຫານອາ ກາດກອງທັບປະຊາຊົນລາວ ແລະ ທ່ານ ພົນອາກາດໂທ ຄະນິດ ໃຈຍະສານ ຮອງເສນາທິການ ຫົວໜ້າຝ່າຍປະຕິບັດງານກອງ ທັບອາກາດ ຣາຊະອານາຈັກໄທ, ມີບັນດາຄະນະວິຊາການທະຫານອາກາດທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມ ໄດ້ລົງເລິກຄົ້ນຄວ້າປຶກສາຫາລືແລກປ່ຽນບົດ ຮຽນປະສົບການຮ່ວມກັນຫຼາຍ ຂົງເຂດວຽກງານເປັນຕົ້ນແມ່ນ ວຽກງານປັບປຸງ ແລະ ການຍົກລະ ດັບບຸກຄະລາກອນກ່ຽວກັບການ ຊ່ວຍເຫຼືອທາງດ້ານມະນຸດສະ ທຳ, ບັນເທົາທຸກໄພພິບັດ (HADR), ວຽກງານການແພດ ທາງອາກາດ ແລະ ການຂົນສົ່ງຄົນ ເຈັບທາງອາກາດ, ວຽກງານຫຼັກ ສູດການສິດສອນ ແລະ ການສ້າງ ນັກບິນແຕ່ລະຂັ້ນຂອງສອງກອງ ທັບທະຫານອາກາດລາວ-ໄທ, ໃນນີ້, ຝ່າຍໄທໄດ້ປຶກສາຫາລື ກ່ຽວກັບການແລກປ່ຽນທຶນການ ສຶກສາ, ການແລກປ່ຽນທະຫານ ອາກາດໜຸ່ມຮ່ວມກັນ ເພື່ອພ້ອມ ກັນຖອດຖອນບົດຮຽນຂົງເຂດ ວຽກງານທີ່ກ່ຽວຂ້ອງກັບທະ ຫານອາກາດ ແລະ ພັດທະນາໃຫ້ ມີຄວາມກ້າວໜ້າທັນສະໄໝ, ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນທັດ ສະນະແນວຄວາມຄິດທາງດ້ານວິຊາການທະຫານອາກາດຂອງ ສອງກອງທັບຢ່າງກົງໄປກົງມາ ແລະ ກອງທັບອາກາດໄທຍັງໄດ້ ສະເໜີໃຫ້ທຶນການສຶກສາແກ່ ກອງບັນຊາການທະຫານອາ ກາດກອງທັບປະຊາຊົນລາວຕື່ມ ອີກ. ໃນກອງປະຊຸມທ່ານ ພັນ ເອກ ບຸນດອມ ບຸບຜາລີວັນ ຍັງ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງ ການຈັດກອງປະຊຸມໃນຄັ້ງນີ້ເຊິ່ງ ເປັນການແລກປ່ຽນບົດຮຽນ ດ້ານການສ້າງນັກວິຊາການທະ ຫານອາກາດ ແລະ ເປັນການເສີມ ຂະຫຍາຍສາຍພົວພັນຮ່ວມມືລະ ຫວ່າງສອງປະເທດລາວ-ໄທ ໃຫ້ ນັບມື້ເລິກເຊິ່ງກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ