ກອງທັບປົດປ່ອຍປະຊາຊົນຈີນ ມອບອຸປະກອນການແພດ ເພື່ອປ້ອງກັນພະຍາດໂຄວິດ-19ໃຫ້ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2021-11-24 10:21:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 377 | ຄວາມນິຍົມ:
ພິທີມອບ-ຮັບອຸປະກອນການ ແພດເພື່ອປ້ອງກັນພະຍາດໂຄ ວິດ-19 ໂດຍການຊ່ວຍເຫຼືອຈາກ ກອງທັບປົດປ່ອຍປະຊາຊົນຈີນ ໃຫ້ແກ່ ກອງທັບປະຊາຊົນລາວ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2021 ທີ່ສະໜາມບິນສາກົນວັດ ໄຕ, ກ່າວມອບໂດຍ ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດຜູ້ ມີອຳນາດເຕັມ ແຫ່ງ ສປ ຈີນ ປະ ຈຳລາວ ແລະ ກ່າວຮັບໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແລະ ໄດ້ຕາງໜ້າເຊັນມອບຢ່າງເປັນທາງການໂດຍ ທ່ານ ພັນເອກ ພິເສດ ລີປິງ ທີ່ປຶກສາທູດປ້ອງກັນ ຊາດ ສປ ຈີນ ປະຈຳລາວ, ໂດຍ ຕາງໜ້າເຊັນຮັບຂອງ ທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄ ວິດ-19 ກະຊວງປ້ອງກັນປະ ເທດ, ມີພາກສ່ວນກ່ຽວຂ້ອງສອງ ຝ່າຍເຂົ້າຮ່ວມເປັນສັກຂີພະ ຍານ.
ບົນພື້ນຖານການເສີມຂະ ຫຍາຍສາຍພົວພັນຄູ່ຮ່ວມຍຸດ ທະສາດໝັ້ນຄົງຍາວນານ ບົນ ຈິດໃຈ 4 ດີລະຫວ່າງ ຈີນ-ລາວ,
ລາວ-ຈີນ ສະນັ້ນ, ກອງທັບປົດ ປ່ອຍປະຊາຊົນຈີນ ຈຶ່ງໄດ້ໃຫ້ການ ສືບຕໍ່ຊ່ວຍເຫຼືອລ້າທາງດ້ານອຸ ປະກອນການແພດປ້ອງກັນພະ ຍາດໂຄວິດ-19 ໃຫ້ແກ່ກອງທັບ ປະຊາຊົນລາວຄັ້ງນີ້ມີທັງໝົດ 14 ລາຍການຄື: ເຄື່ອງກວດ ຫາ ເຊື້ອພະຍາດໂຄວິດ-19 ຈໍານວນ
403.200 ຊຸດ, ຊຸດກັບເກັບກວດ ເອົາຕົວຢ່າງ 30.000 ກັບ, ກັບ
ເກັບຕົວຢ່າງ 30.000 ຊຸດ, ເຄື່ອງແຍກດີເອັນເອ 5 ຊຸດ, ເຄື່ອງກວດ PCR 5 ຊຸດ, ນໍ້າຢາ ກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 30.000 ຊຸດ, ເຄື່ອງ ຊ່ວຍຫາຍໃຈ 15 ເຄື່ອງ, ເຄື່ອງ
ດູດຂີ້ກະເທິ 15 ເຄື່ອງ, ເຄື່ອງຕິດ
ຕາມຄົນເຈັບໜັກ 10 ເຄື່ອງ, ເຄື່ອງແທກຄື້ນໄຟຟ້າຫົວໃຈ 10 ເຄື່ອງ, ເຄື່ອງວັດແທກອົກຊີ ປາຍມື 20 ເຄື່ອງ, ຕູ້ເກັບວັກຊິນ ຂະໜາດ 650 ລິດ 5 ຕູ້, ຂະ ໜາດ 390 ລິດ 10 ຕູ້ ແລະ ຕູ້ ເກັບວັກຊິນຂະໜາດ 65 ລິດ 30 ຕູ້.
ໃນໄລຍະຜ່ານມາສະພາບ ການພະຍາດໂຄວິດ-19 ມີການ
ລະບາດເປັນວົງກວ້າງໃນທົ່ວ ສັງຄົມລາວ ພັກ ແລະ ລັດຖະ ບານ ກໍຄື ປະຊາຊົນຈີນ ໄດ້ໃຫ້ ການຊ່ວຍເຫຼືອວັກຊິນຕ້ານພະ ຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ຈໍານວນ 6.200.000 ໂດສ ພ້ອມນັ້ນກອງທັບປົດປ່ອຍ ປະຊາຊົນຈີນກໍ່ໄດ້ໃຫ້ການຊ່ວຍ ເຫຼືອວັກຊິນດັ່ງກ່າວໃຫ້ແກ່ກອງ ທັບປະຊາຊົນລາວ ຈຳນວນ 700.000 ໂດສ ເຊິ່ງເປັນການ ຊ່ວຍເຫຼືອທີ່ລໍ້າຄ່າເຮັດໃຫ້ກອງ ທັບ ແລະ ປະຊາຊົນລາວບັນດາ ເຜົ່າສາມາດສ້າງພູມຄຸ້ມກັນ ສະກັດກັ້ນການແຜ່ເຊື້ອພະຍາດໂຄວິດ-19 ໄດ້ເປັນຢ່າງດີ ສະແດງ ໃຫ້ເຫັນເຖິງມູນເຊື້ອແຫ່ງການ ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງກອງທັບ ປົດປ່ອຍປະເທດຈີນ ແລະ ກອງ ທັບປະຊາຊົນລາວທີ່ມີມາແຕ່ດົນ ນານແລ້ວນັ້ນ, ໂດຍສະເພາະ ໄລຍະເຮັດການປະຕິວັດຕໍ່ສູ້ປົດ ປ່ອຍປະເທດຊາດ ກອງທັບປົດ ປ່ອຍປະຊາຊົນຈີນ ກໍໄດ້ໃຫ້ການ
ຊ່ວຍເຫຼືອດ້ານວັດຖຸອຸປະກອນ ດ້ານຕ່າງໆເປັນຈໍານວນຫຼວງ ຫຼາຍປະກອບສ່ວນເຮັດໃຫ້ກອງ ທັບປະຊາຊົນລາວເຮັດໄດ້ສໍາເລັດ ໜ້າທີ່ຢ່າງສະຫງ່າງາມ ໃນປີ 1992 ສອງກອງທັບລາວ ແລະ ຈີນ ໄດ້ເປີດການພົວພັນຮ່ວມມື ແລກປ່ຽນບົນຮຽນທາງດ້ານ ການທະຫານນໍາກັນ ກອງທັບປົດປ່ອຍປະຊາຊົນຈີນໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ກອງທັບປະຊາຊົນລາວດ້ານວິຊາການ, ວັດຖຸເຕັກນິກ ແລະ ອາວຸດຍຸດໂທ ປະກອນອື່ນໆເປັນຈໍານວນຫຼວງ ຫຼາຍ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ