ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ມອບເງິນອຸດໜູນຊົດເຊີຍ ໃຫ້ພະນັກງານພັກການຮັບບຳນານ
ເວລາອອກຂ່າວ: 2021-11-24 10:09:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ:



ໃນວັນທີ 19 ພະຈິກ 2021 ນີ້, ກອງພົນທີ 1 ໄດ້ຈັດຕັ້ງພິທີ ມອບເງິນອຸດໜູນຊົດເຊີຍໃຫ້ ນາຍທະຫານພັກການຮັບບຳ ນານ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການ ເມືອງ ກອງພົນທີ 1, ມີຄະນະ ພັກ-ຄະນະບັນຊາ, ພະແນກການ ທີ່ກ່ຽວຂ້ອງ ແລະ ນາຍທະຫານ ທີ່ໄດ້ຮັບເງິນ ເຂົ້າຮ່ວມ. ໃນນີ້, ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ຫົວໜ້າຫ້ອງ ການເມືອງ ກອງພົນທີ 1 ໄດ້ຂຶ້ນ ຜ່ານຂໍ້ຕົກລົງ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານພັກການ ຮັບບຳນານ, ອີງຕາມກົດໝາຍ ວ່າດ້ວຍ ປະກັນສັງຄົມ ( ສະບັບ ປັບປຸງ ) ເລກທີ 54/ສພຊ ລົງວັນ ທີ 27/06/2018, ອີງຕາມກົດ ໝາຍ ວ່າດ້ວຍ ນາຍທະຫານກອງ ທັບ ປະຊາຊົນລາວ ( ສະບັບປັບ ປຸງ ) ເລກທີ 43/ສພຊ ລົງວັນທີ 14/06/2018, ໝວດ 1 ມາດຕາ 33 ແລະ ມາດຕາ 34, ອີງຕາມ ການຄົ້ນຄວ້າ ແລະ ນຳສະເໜີ ຂອງກົມໃຫຍ່ການ ເມືອງກອງທັບ ກະຊວງປ້ອງກັນປະເທດຕົກລົງເຫັນດີອະນຸມັດໃຫ້ນາຍທະຫານ ຮັບເງິນນະໂຍບາຍອຸດໜູນບຳ ນານ ຈຳນວນ 19 ສະຫາຍ ດັ່ງ ນີ້: ສະຫາຍ ພັນເອກ ທອງສາ ກອງເດັ່ນສີ ຫົວໜ້າຫ້ອງການ ບໍລິຫານ ກອງພົນທີ 1 , ສະຫາຍ ພັນໂທ ສາຍຄຳ ບຸນທະວົງ, ສະ ຫາຍ ພັນໂທ ສົມວັນນີ ສີຫາ ເປັນຍາ, ສະຫາຍ ພັນໂທ ຂາວ ພອນ ລັດຕະນະວິໄລ, ສະຫາຍ ພັນໂທ ບຸນແສງ ໄຊວິຈິດ, ສະ ຫາຍ ພັນໂທ ສີ ຈັນທະລາ, ສະ ຫາຍ ພັນໂທ ພູທອງ ໄມຈະເລີນ, ສະຫາຍ ພັນໂທ ຄຳມົງ ຄຳແສງ ແກ້ວ, ສະຫາຍ ພັນໂທ ວົງສີ ລາວ ລີຢົງຈາ, ສະຫາຍ ພັນໂທ ແສງ ອຳພອນ ດາວສະຫວ່າງ, ສະຫາຍ ພັນໂທ ບຸນເຮືອງ ຫໍລະດີ, ສະຫາຍ ພັນໂທ ພົມມະລີນ ທັນຈະເລີນ, ສະຫາຍ ພັນຕີ ນາງ ວັນຄຳ ແກ້ວ ວິສາ, ສະຫາຍ ພັນຕີ ບຸນທັນ ອິນ ທຸມມາ, ສະຫາຍ ພັນຕີ ບົວໄລ ແກ້ງດອນໄຊ, ສະຫາຍ ພັນຕີ ແກ້ວ ສີວັນໄຊ, ສະຫາຍ ພັນຕີ ຄຳຕິ່ງ ແກ້ວແສນຍົດ, ສະຫາຍ ພັນຕີ ບຸນແທນ ແດນສະຫວັນ, ສະຫາຍ ຮ້ອຍໂທ ຊຽງບົວເພັດ ບຸນລືໄຊ ລວມຈຳນວນເງິນທີ່ມອບທັງໝົດ ແມ່ນ 392.348.880.00 ກີບ. ໂອກາດນີ້, ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ໄດ້ໂອ້ ລົມຕໍ່ພະນັກງານບຳນານ ເຊິ່ງ ກ່ອນອື່ນສະຫາຍໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານໃນການປະຕິວັດທີ່ຜ່ານມາ ພ້ອມທັງຍົກໃຫ້ເຫັນຜົນງານ ທີ່ດີເດັ່ນຂອງນາຍທະຫານທີ່ ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນທີ່ຂັ້ນເທິງໝອບໝາຍ ໃຫ້ໃນຜ່ານມາໄດ້ເປັນຢ່າງດີ, ຍ້ອນຜົນງານຄວາມດີ ແລະ ໄຊ ຊະນະດັ່ງກ່າວ ໂດຍອີງຕາມ ຄວາມສຳເລັດໃນໜ້າທີ່ວຽກ ງານ, ຕາມກົດໝາຍຂອງກອງ ທັບ ແລະ ແຜນນະໂຍບາຍຂອງ ພັກ, ລັດ ກໍຄື ໃນຖັນແຖວກອງທັບ ປະຊາຊົນລາວ ທີ່ມີຕໍ່ນາຍ ແລະ ພົນທະຫານໃຫ້ພັກການຮັບບຳ ນານ. ສະນັ້ນ, ໃນເມື່ອບັນດາສະ ຫາຍໄດ້ພັກຜ່ອນແລ້ວ ຈຶ່ງພ້ອມ ກັນເອົາໃຈໃສ່ເສີມສ້າງຄວາມ ສາມັກຄີໃຫ້ແໜ້ນແຟ້ນ, ດຳເນີນ ຊີວິດການເປັນຢູ່ໃນຄອບຄົວໃຫ້ອົບອຸ່ນ, ເປັນຜົວທີ່ດີຂອງເມຍ, ເປັນພໍ່ທີ່ດີຂອງລູກ ແລະ ເປັນ ແບບຢ່າງທີ່ດີຂອງສັງຄົມ ຈົ່ງໝູນ ໃຊ້ເງິນຈຳນວນດັ່ງກ່າວນີ້ໃຫ້ ເກີດປະໂຫຍດສູງສຸດ, ເບິ່ງແຍງ ຮັກສາສຸຂະພາບຮ່າງກາຍໃຫ້ ເຂັ້ມແຂງ ແລະ ດຳເນີນຊີວິດນຳຄອບຄົວລູກຫຼານໃຫ້ມີຄວາມສຸກຕະຫຼອດໄປ. ໂດຍ: ຕິກ ມູນຄຳເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ