ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພັນເອກ ອິນຫວນ ວໍລະສານ ໂອ້ລົມນັກກິລາບານສົ່ງຊາຍຕົວແທນເຂດ 5 ຈະໄປແຂ່ງຂັນນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2019-01-16 10:05:53 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ໃນວັນທີ 2 ມັງກອນ 2019 ນີ້, ພັນເອກ ອິນຫວນ ວໍລະສານ ເລຂາຄະນະພັກ ຫົວໜ້າການທະ ຫານໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ໄດ້ເນັ້ນໃຫ້ນັກກີ ລາ ແລະ ຄູເຝິກບານສົ່ງຊາຍພວກ ເຮົາທີ່ຈະເຂົ້າຮ່ວມແຂ່ງຂັນຄັ້ງນີ້, ຕ້ອງຕັ້ງໃຈເຝິກຝົນກຳລັງແຮງ ກາຍ, ມານະຈິດບຸກບົນພື້ນຖານ ຕ້ອງຖືເອົາຄວາມສາມັກຄີເປັນ ຫຼັກ ແລະ ແລກປ່ຽນປະສົບການ ລະຫວ່າງກົມກອງເຫຼົ່າຮົບດ້ວຍ ກັນ, ບັນຫາສຳຄັນຕ້ອງມີນໍ້າໃຈນັກ ກີລາຮູ້ແພ້ຮູ້ຊະນະໃນການລົງແຂ່ງ ຕົວຈິງກໍຕ້ອງເຮັດໃຫ້ດີທີ່ສຸດ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ທ້າຍ ປີ 2018 ຜ່ານມານີ້, ໂຮງຮຽນ ວຽງໄຊ ຍັງໄດ້ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2019 ແລະ ພົບ ປະ ຄະນະພັກ-ຄະນະອຳນວຍການ ພະນັກງານ, ຄູ-ອາຈານ ເພື່ອສະ ແດງຄວາມຮູ້ບຸນຄຸນໃນການສິດ ສອນສົ່ງຄວາມຮູ້ໃຫ້ນັກຮຽນ, ພ້ອມທັງອວຍພອນເຊິ່ງກັນ ແລະ ກັນອີກດ້ວຍ. ໂດຍ: ບຸນທະວີໄຊ ກຸລະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ