ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງທົ່ວກອງທັບ.
ເວລາອອກຂ່າວ: 2019-01-16 10:01:54 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງທົ່ວກອງ ທັບຈາກ ພົນຈັດຕະວາ ຂຶ້ນ ພົນຕີ ຈໍານວນ 4 ສະຫາຍ, ຈາກພັນ ເອກ ຂຶ້ນ ພົນຈັດຕະວາ ຈໍານວນ 12 ສະຫາຍ ແລະ ຈາກ ພັນໂທ ຂຶ້ນ ພັນເອກ ຈໍານວນ 45 ສະ ຫາຍ, ໄດ້ຈັດຂຶ້ນໃນວັນທີ 11 ມັງ ກອນ 2019 ນີ້ ,ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດໂດຍການເປັນປະທານ ຂອງ ທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນຳກະຊວງປ້ອງກັນປະເທດ,ຕາງໜ້າຄະນະຈັດຕັ້ງສູນກາງ ພັກ, ພະນັກງານຫຼັກແຫຼ່ງໃນກະ ຊວງ ແລະ ນາຍທະຫານທີ່ໄດ້ ຮັບການເລື່ອນຊັ້ນເຂົ້າຮ່ວມ. ທ່ານ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະ ພັກກະຊວງ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ ໄດ້ ຜ່ານລັດຖະດຳລັດຂອງປະທານ ປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານຈາກພົນຈັດຕະວາຂຶ້ນພົນຕີ ແລະ ຈາກພັນເອກຂຶ້ນ ພົນຈັດຕະວາ ແລະ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຈາກ ພັນໂທຂຶ້ນພັນເອກ ຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ ວຽກງານ ແລະ ອີງຕາມກົດໝາຍ ວ່າດ້ວຍນາຍທະຫານກອງທັບ ປະຊາຊົນລາວ. ໃນນັ້ນ, ໄດ້ຮັບການເລື່ອນຊັ້ນຂຶ້ນພົນຕີມີ ທ່ານ ພົນຈັດຕະວາ ປະສິດ ທ່ຽງທໍາ ຮອງຫົວຫນ້າກົມໃຫຍ່ເສນາທິ ການກອງທັບ, ທ່ານ ພົນຈັດຕະ ວາ ວັນທອງ ກອງມະນີ ຮອງຫົວ ຫນ້າກົມໃຫຍ່ການເມືອງ ກອງ ທັບ, ທ່ານ ພົນຈັດຕະວາ ຄໍາຫລ້າພັນໄຊຍະສຸກ ຫົວຫນ້າການເມືອງ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ແລະ ທ່ານພົນຈັດຕະວາກິລະກອນບຸນນະຜົນຫົວຫນ້າກົມໃຫຍ່ເຕັກນິກ ກອງທັບ, ໄດ້ຮັບການເລື່ອນຊັ້ນ ຂຶ້ນພົນຈັດຕະວາມີ ພັນເອກ ແກ້ວສຸວັນ ອິນທະວົງສາ ຫົວຫນ້າ ການທະຫານ ວປກ, ພັນເອກ ຄໍາ ຫມັ້ນ ວັນນະວົງ ຫົວຫນ້າການ ເມືອງກອງບັນຊາການທະຫານ ແຂວງໄຊຍະບູລີ, ພັນເອກ ຈະ ເລີນ ວົງວິໄຊ ຫົວຫນ້າການເມືອງ ກອງບັນຊາການທະຫານແຂວງ ສະຫວັນນະເຂດ, ພັນເອກ ແສງ ຍືນ ລັດສະຫມີ ຫົວຫນ້າການ ເມືອງກອງພົນທີ 1, ພັນເອກ ບຸນ ແຍງ ວິໄລສົມ ຫົວຫນ້າກົມອຸປະໂພກ- ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ພັນເອກ ຄໍາຄິດ ໄຊສົງຄາມ ຫົວ ຫນ້າກົມສື່ສານກົມໃຫຍ່ເສນາທິການກອງທັບ, ພັນເອກ ອຸລະຫາທອງວັນທາ ຫົວຫນ້າອໍານວຍ ການບໍລິສັດສະຕາໂທລະຄົມ, ພັນເອກ ບຸນມາ ຈັນທະວົງສາຫົວຫນ້າອໍານວຍການບໍລິສັດລາວ ເດີນອາກາດ, ພັນເອກ ສາຍໃຈ ກົມມະສິດ ຫົວຫນ້າການທະຫານ ກອງພົນທີ 1, ພັນເອກ ບຸນທອນ ສິດສຸວົງ ຮອງຫົວຫນ້າຫ້ອງວ່າ ການກະຊວງປ້ອງກັນປະເທດ, ພັນເອກ ພູມີ ດາລາເພັດ ຮອງ ຫົວຫນ້າກົມພະນັກງານກົມໃຫຍ່ ການເມືອງກອງທັບ, ພັນເອກ ບຸນເດື່ອງ ພັນສົດໃສ ຮອງຫົວ ຫນ້າຫ້ອງການຄະນະກຳມະການ ປກສ-ປກຊ ສູນກາງ ແລະ ມີນາຍ ທະຫານໄດ້ຮັບເລື່ອນຊັ້ນພັນເອກ ຈາກກໍາລັງຫຼວງ ແລະ ກໍາລັງ ທ້ອງຖິ່ນທົ່ວກອງທັບ ຈຳນວນ 45 ສະຫາຍ. ໂອກາດນີ້ ທ່ານ ພົນເອກ ຈັນ ສະຫມອນ ຈັນຍາລາດ ກໍໄດ້ໃຫ້ ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ຫຼາຍບັນຫາສຳຄັນຕໍ່ນາຍທະຫານຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ໂດຍໄດ້ເນັ້ນໜັກໃຫ້ນາຍທະຫານຂັ້ນສູງແຕ່ລະສະ ຫາຍສືບຕໍ່ເຝິກຝົນຫລໍ່ຫລອມຕົນ ເອງໃນຮອບດ້ານ, ພ້ອມກັນຍົກ ສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນໃຫ້ສູງກວ່າ ເກົ່າ, ເປັນຫລັກແຫລ່ງໃນການ ເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ແຫນ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາ ສາດ ບົນພື້ນຖານປະຕິບັດຕາມຫລັກການລວມສູນປະຊາທິປະ ໄຕ ເຮັດວຽກເປັນຫມູ່ຄະນະ,ແບ່ງໃຫ້ບຸກຄົນຮົບຜິດຊອບ, ພ້ອມ ກັນກໍ່ສ້າງກອງທັບກ້າວຂຶ້ນ ເປັນກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝ, ໃນໄລຍະທີ່ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ແຕ່ລະກົມກອງຕ້ອງຮັບປະກັນໃຫ້ມີຜົນສຳເລັດອັນຈົບງາມ ຕ້ອງຮັບປະກັນຄວາມສະຫງົບ ປອດໄພ 100% ເພື່ອເຮັດໃຫ້ ການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວໃນປີນີ້ ກາຍເປັນປາງບຸນໃຫຍ່ສຳຄັນ ທາງປະຫວັດສາດຂອງຊາດ ກໍຄື ຂອງກອງທັບເຮົາ. ໂດຍ: ນ ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ