ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈາກອາວຸດປືນໃຫຍ່ແບກຫາບກ້າວໄປເຖິງການປະກອບປືນໃຫຍ່ລາກແກ່ທີ່ທັນສະໄໝ
ເວລາອອກຂ່າວ: 2018-11-13 22:46:48 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ:



( ຕໍ່ຈາກສະບັບກ່ອນ ) ພາ ກັນຮ້ອງໄຫ້ອຶກກະທຶກ ສັດຕູໄດ້ ກວາດລ້າງເອົາປະຊາຊົນບ້ານ ນານີວ, ລາດບວກ ແລະ ບ້ານ ອື່ນໆ ໃນຂົງເຂດນັ້ນ, ກອງພັນ 605 ໄດ້ພົບກັບເຫດການດັ່ງ ກ່າວກໍໄດ້ຮີບຮ້ອນປຸກລະດົມກຳ ລັງເຂົ້າຊ່ວຍເຫຼືອ ແລະ ປ້ອງກັນ ໂຮງໝໍໄວ້ໄດ້ທັນເວລາ. ວັນທີ 25/12/1969 ກອງ ຮ້ອຍ 225 ບັນຊາໂດຍ ສະຫາຍ ອາລົກ ໃຊ້ປືນເດກາ 85 ມມ ລອດເຂົ້າແນວຫຼັງຂອງສັດຕູ ໃນ ບັ້ນຮົບຕ່າວໂຈມຕີບັ້ນຮົບກູ້ກຽດ ສະໜາມປືນໃຫຍ່ທີ່ຕັ້ງຢູ່ບ້ານບີ້ ເມືອງແປກ ຍິງໄປໃສ່ສະໜາມ ກອງບັນຊາການສະໜາມຮົບ ຂອງສັດຕູຢູ່ເມືອງຜັ້ນ ເຮັດໃຫ້ ສະໜາມປືນໃຫຍ່ຂອງສັດຕູຖືກ ທໍາລາຍກ້ຽງ, ສ້າງເງື່ອນໄຂສະ ດວກໃຫ້ແກ່ສະໜາມຮົບທຸກທິດ ບຸກຕີສັດຕູຢ່າງເປັນເຈົ້າການ. ໄລຍະແຕ່ປີ 1971-1975 ເປັນໄລຍະທີ່ກອງພັນ 605 ໄດ້ ຮ່ວມກັບກົມກອງເຫຼົ່າຮົບອື່ນ ເຄື່ອນຍ້າຍກຳລັງ ແລະ ພາຫະ ນະເຂົ້າສອງຕົວເມືອງເປັນກາງ ວຽງຈັນ ແລະ ຫຼວງພະບາງ, ເປັນກໍາລັງຊ່ວຍໜູນໃຫ້ແກ່ການ ຢືດອຳນາດໃນທົ່ວປະເທດ. ກ້າວເຂົ້າສູ່ລະດູຝົນ ແລະ ຕົ້ນ ລະດູແລ້ງໃນປີ 1970-1971 ສັດຕູໄດ້ລະດົມກຳລັງເຖິງ 6 ກອງພັນນ້ອຍ ເປີດບັ້ນບຸກຕີບຽດ ຢືດເຂົາເຂດເມືອງສຸຍ, ພູໂສ້, ພູດອກໄມ້, ກອງບັນຊາການເຂດ ຊຽງຂວາງ ໄດ້ຈັດຕັ້ງກຳລັງຕ່າວ ໂຈມຕີ ເຊິ່ງລວມມີກອງພັນທີ 2, ກອງພັນທະຫານຮາບທີ 13, 46, ກອງຮ້ອຍກຳລັງໄຟ 769, ສອງກອງຮ້ອຍປືນໃຫຍ່ໃນ ກອງພັນ 605 ກໍໄດ້ເປັນກໍາລັງ ໄຟຊ່ວຍໜູນຕ່າວໂຈມຕີສັດຕູ ແລະ ສືບຕໍ່ຕີຂັບໄລ່ພວກເຂົາ ຮອດພູລັງຈັງ. ວັນທີ 13/12/1971 ກອງ ພັນ 605 ໄດ້ເຂົ້າຮ່ວມບັ້ນຮົບ ຕ່າວໂຈມຕີສັດຕູທີ່ໃສ່ຊື່ວ່າ “ບັ້ນ ຮົບຟ້າຜ່າ” ກົມກອງໄດ້ຊ່ວຍ ໜູນກຳລັງໄຟໃຫ້ບັນດາກົມກອງ ເພື່ອນບຸກຕີພູທາດ, ພູຢາງ, ພູ ສູງ, ພູມົກ, ພູລັງຈັງ ຕີຢືດເອົາ ສາມແຍກສາລາພູຄູນ, ບັງກາໂລ, ກາສີ, ບ້ານຢ້າວ, ຖິ່ນອ່ອນ, ລ້ອງ ປົດ..... ວັນທີ 21/1/1972 ກົມ ກອງໄດ້ເຂົ້າຮ່ວມບັ້ນຮົບຕີສັດ ຕູໂຢດກຳລັງ 2 ກອງຮ້ອຍລົງ ຂອບເຂດພູຄູນນ້ອຍ, ສາມາດ ດັບສູນ ແລະ ຈັບເປັນສະເລີຍ ເສີກເປັນຈໍານວນຫຼາຍ, ຜ່ານ ການສູ້ຮົບເປັນເວລາ 45 ວັນຄືນ, ກົມກອງໄດ້ປະກອບສ່ວນເປັນ ກຳລັງໄຟຊ່ວຍໜູນຕົ້ນຕໍໃຫ້ກຳ ລັງທະຫານຮາບບຸກຕີສັດຕູ ລຽນຕິດ ເພື່ອປົດປ່ອຍເມືອງ ສຸຍ, ສາລາພູຄູນ, ເມືອງກາສີ, ກິ່ວກະຈໍາ. ຕົ້ນເດືອນ 8/1972 ກົມກອງ ໄດ້ເຂົ້າຮ່ວມຍຸດທະບັ້ນຮົບຈັ້ງ ທ່າປ້ອງກັນທົ່ງໄຫຫີນຊຽງ ຂວາງ ເຊິ່ງເປັນບັ້ນຮົບສໍາຄັນ ແລະ ທັງແມ່ນການສໍາພັນສູ້ຮົບ ຂອງສອງກອງທັບລາວ-ຫວຽດ ນາມ. ຕະຫຼອດໄລຍະເວລາ 20 ກວ່າປີ (1954-1975) ແຫ່ງ ພາລະກິດຕໍ່ສູ້ປົດປ່ອຍຊາດ, ກົມ ກອງທັງເຮັດໜ້າທີ່ສູ້ຮົບ ທັງ ປັບປຸງກໍ່ສ້າງກຳລັງທາງດ້ານ ການຈັດຕັ້ງ ແລະ ການປະກອບ ພາຫະນະ-ອາວຸດ, ຈາກອາວຸດ ປືນໃຫຍ່ແບກຫາບ ກ້າວໄປເຖິງ ການປະກອບປືນໃຫຍ່ລາກແກ່ທີ່ ທັນສະໄໝເປັນກ້າວໆມາ ສາມາດ ເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນ ແລະ ຍາດໄດ້ຜົນງານ, ໄຊຊະນະອັນໃຫຍ່ຫຼວງປະກອບ ສ່ວນເຂົ້າໃນໄຊຊະນະລວມຂອງ ຊາດ, ກົມກອງໄດ້ຜ່ານຜ່າອຸປະ ສັກ, ຄວາມຫຍຸ້ງຍາກນາໆປະ ການທີ່ເຕັມໄປດ້ວຍຄວາມເສຍ ສະຫຼະອັນສູງສົ່ງຂອງບັນດາສະ ຫາຍພະນັກງານ-ນັກຮົບ, ເຊິ່ງ ບາງໄລຍະກໍໄດ້ແຍກອອກເປັນ ຫຼາຍກົມກອງ ເພື່ອຊ່ວຍໜູນ ຫຼາຍທິດ ແລະ ບາງໄລຍະກໍໄດ້ ທ້ອນໂຮມເຂົ້າກັນ ເພື່ອໃຫ້ແທດ ເໝາະກັບສະພາບການໃນແຕ່ລະ ໄລຍະຂອງການປະຕິວັດ. ປະຫວັດການກຳເນີດ, ເຕີບ ໃຫຍ່ຂະຫຍາຍຕົວ ແລະ ຜົນ ງານໄຊຊະນະອັນໃຫຍ່ຫຼວງທີ່ ກົມກອງຍາດມາໄດ້ຈາກພຶດຕິ ກຳຕົວຈິງໃນພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ, ຍາດເອົາຄວາມ ເປັນເອກະລາດແຫ່ງຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນັ້ນ, ໄດ້ເປັນບົດຮຽນອັນລໍ້າ ຄ່າທີ່ສຸດໃຫ້ແກ່ພະນັກງານ- ນັກຮົບເຫຼົ່າຮົບປືນໃຫຍ່ໜ້າດິນ ຮຸ່ນສືບທອດເວົ້າລວມ, ເວົ້າສະ ເພາະແມ່ນພະນັກງານ-ນັກຮົບ ຂອງກອງພັນໃຫຍ່ປືນໃຫຍ່ໜ້າ ດິນ 605 ໃນປັດຈຸບັນໄດ້ສຶກ ສາຮຽນຮູ້ ແລະ ໝູນໃຊ້ເຂົ້າໃນ ວຽກງານຕົວຈິງຂອງຕົນຢ່າງ ປະດິດສ້າງ ເພື່ອພ້ອມກັນສືບ ຕໍ່ປັບປຸງກໍ່ສ້າງກົມກອງປະກອບ ສ່ວນເຂົ້າໃນການສ້າງກອງທັບ ໃຫ້ກາຍເປັນກອງທັບປະຕິວັດ, ມີລະບຽບແບບແຜນທັນສະໄໝ. ຜ່ານການເຄື່ອນໄຫວສູ້ຮົບ ແລະ ກໍ່ສ້າງກຳລັງໄຟປືນໃຫຍ່ ໜ້າດິນ, ທັງເຮັດໜ້າທີ່ຂົນຂວາຍ ກໍ່ສ້າງຮາກຖານການເມືອງ ແລະ ເພີ່ມພູນຜະລິດຜົນຕາມ 3 ໜ້າ ທີ່ ແລະ 4 ການພົວພັນຂອງພະ ນັກງານ-ນັກຮົບປືນໃຫຍ່ໜ້າດິນ ທີ່ພັກມອບໝາຍໃຫ້ ເຊິ່ງໄດ້ປະ ກອບສ່ວນສ້າງຜົນງານອັນໃຫຍ່ ຫຼວງ ແລະ ສະຫງ່າງາມເຂົ້າໃນ ໄຊຊະນະລວມຂອງຊາດຄື: ເຂົ້າ ຮ່ວມເຄື່ອນໄຫວສູ້ຮົບ 833 ຄັ້ງ, ປັດເຂຍສັດຕູອອກຈາກວົງ ສູ້ຮົບໄດ້ 652 ຄົນ, ໃນນັ້ນຂ້າ ຕາຍ 431 ຄົນ, ຈັບໄດ້ ແລະ ບັງຄັບໃຫ້ອອກມາຍອມ 221 ຄົນ, ທໍາລາຍເຮືອນ ແລະ ສ້າງ ເຄື່ອງຂອງສັດຕູ 200 ຫຼັງ, ຢືດ ລູກປືນທຸກຊະນິດ 4.950 ລູກ, ຍິງທໍາລາຍປືນເດກາ 57 ແລະ 55 ມມ 23 ກະບອກ, ຍິງທໍາ ລາຍປືນໃຫຍ່ 155 ມມ 7 ກະ ບອກ, ຍິງທໍາລາຍປືນຄົກ 106,7 ມມ 8 ກະບອກ, ຍິງທໍາລາຍປືນ ຄົກ 81 ມມ 10 ກະບອກ, ທໍາ ລາຍສະໜາມປືນໃຫຍ່ 10 ແຫ່ງ, ທໍາລາຍປ້ອມລາດາ 1 ແຫ່ງ, ຍິງທໍາລາຍລົດຕັງ 1 ຄັນ, ຢືດ ລົດຕັງໄດ້ 1 ຄັນ, ຍິງທໍາລາຍ ສາງນໍ້າມັນ 1 ແຫ່ງ, ຍິງທໍາລາຍ ສາງລູກປືນ 2 ແຫ່ງ, ທໍາລາຍ ລົດຂົນສົ່ງ 1 ຄັນ, ຍິງທໍາລາຍ ຍົນເຮຣີກອັບແຕຕົກ 1 ລໍາ, ຍິງ ທໍາລາຍຍົນແອນເລີ 19 ຕົກ 1 ລໍາ ແລະ ຍິງຍົນເຕ 28 ຕົກ 1 ລໍາ. ເພື່ອຕອບສະໜອງຜົນງານ ຄຸນງາມຄວາມດີຂອງພະນັກ ງານ-ນັກຮົບກອງພັນໃຫຍ່ 605 ປືນໃຫຍ່ໜ້າດິນທີ່ຍາດມາໄດ້ຕະ ຫຼອດໄລຍະ 64 ປີ ແຫ່ງການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ, ລູກແຫຼ້ງຕີນມືຂາຍຊາດ ແລະ ປົກປັກຮັກສາສ້າງສາພັດ ທະນາປະເທດຊາດໃນໄລຍະ ຜ່ານມາ ປະເທດຊາດໄດ້ມອບ ນາມະຍົດຕ່າງໆໃຫ້ບຸກຄົນ ແລະ ລວມໝູ່ດັ່ງນີ້: ຜົນງານລວມໝູ່ ໄດ້ຮັບທຸງໄຊກົມກອງວີລະຊົນ ມີ 4 ກົມກອງ, ໄດ້ຮັບນາມະ ຍົດກົມກອງ ວີລະຊົນມີ 2 ກົມ ກອງ, ໄດ້ຮັບຫຼຽນໄຊອິດສະຫຼະ ຊັ້ນ I, II, III ຈໍານວນໜຶ່ງ, ບຸກຄົນ ໄດ້ຮັບນາມະຍົດເປັນວີລະຊົນ ແຫ່ງຊາດມີ 3 ສະຫາຍ, ໄດ້ຮັບນາ ມະຍົດເປັນນັກຮົບແຂ່ງຂັນມີ 18 ສະຫາຍ ແລະ ຍັງມີອີກຫຼາຍສະ ຫາຍໄດ້ຮັບການຍ້ອງຍໍປະເພດ ຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງ ຍໍປະເພດຕ່າງໆຢ່າງສົມກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ