ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊາວໜຸ່ມກອງທັບຈັດກິຈະກຳຖາມ-ຕອບຄວາຮູ້ຮອບຕົວ ຂ່ຳນັບຮັບຕ້ອນວັນສ້າງຄັ້ງກອງທັບ ຄົບຮອບ 70 ປີ.
ເວລາອອກຂ່າວ: 2019-01-16 09:53:19 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ວັນທີ 10 ມັງກອນ 2019 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການ ເມືອງກອງທັບ, ຊາວໜຸ່ມກອງທັບ ໄດ້ຈັດກິດຈະກຳແຂ່ງຂັນຖາມ- ຕອບຄວາມຮູ້ຮອບຕົວເພື່ອສ້າງບັນຍາກາດຂໍ່ານັບຮັບຕ້ອນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ໂດຍພາຍໃຕ້ ການເປັນປະທານຮ່ວມຂອງ ພັນເອກ ສົມພົງ ແພງປັນຍາ ເລຂາທິການສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວຫົວໜ້າຫ້ອງການຊາວໜຸ່ມກອງທັບ ແລະ ທ່ານ ອາລຸນໄຊ ສູນນະລາດ ເລ ຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີຄະນະພັກ-ຄະນະບັນຊາ, ຄະ ນະນຳຊາວໜຸ່ມ ແລະ ສະມາຊິກ ຊາວໜຸ່ມຈາກບັນດາອົງການກົມ ໃຫຍ່, ວິທະຍາຄານ, ກອງພັນ ໃຫຍ່ ແລະ ທຽບເທົ່າອ້ອມຂ້າງ ກະຊວງປ້ອງກັນປະເທດເຂົ້າ ຮ່ວມ. ພັນໂທ ສຸດໃຈ ມະຫາວົງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບໄດ້ຍົກໃຫ້ເຫັນເຖິງຈຸດປະສົງໃນການຈັດກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວໃຫ້ຊາວໜຸ່ມກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບ ຕ້ອນບັນດາວັນປະຫວັດສາດສຳ ຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍະເພາະແມ່ນ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີທີ່ຈະມາເຖິງ ໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ, ແຂງແຮງ ແລະ ເຕັມໄປດ້ວຍ ຄວາມໝາຍຄວາມສຳຄັນເລິກ ເຊິ່ງ ແລະ ທັງເປັນການສຶກສາ ອົບຮົມການເມືອງແນວຄິດ, ເຝິກ ຝົນຫຼໍ່ຫຼອມຄຸນສົມບັດສິນທຳປະ ຕິວັດ ແລະ ເສີມຂະຫຍາຍຄວາມ ຮູ້ຄວາມສາມາດໃຫ້ແກ່ສະມາຊິກ ຊາວໜຸ່ມໃນທົ່ວກອງທັບ, ເຊິ່ງ ເນື້ອໃນຄຳຖາມ-ຕອບແມ່ນກ່ຽວ ກັບມູນເຊື້ອຂອງພັກ, ຂອງກອງ ທັບ ແລະ ປະຫວັດສາດຂອງຊາດ ລາວ ແລະ ຄວາມຮູ້ທົ່ວໄປດ້ານ ວິທະຍາສາດ-ສັງຄົມຫຼາຍກວ່າ 160 ຄຳຖາມ, ໂດຍຜົນຂອງການ ແຂ່ງຂັນປາກົດວ່າຊະນະເລີດໄດ້ ແກ່ກອງພັນໃຫຍ່ 641 ໄດ້ຮັບ ລາງວັນເງິນສົດຈຳນວນ 1 ລ້ານ ກີບ, ຮອງຊະນະເລີດໄດ້ແກ່ກອງ ພັນໃຫຍ່ 703 ແລະ ວິທະຍາ ຄານເຕັກນິກການທະຫານ ໄດ້ຮັບ ເງິນສົດ 7 ແສນກີບ ແລະ ອັນດັບ ທີ 3 ໄດ້ແກ່ກອງພັນໃຫຍ່ 11, ວິ ທະຍາຄານກົມມະດຳ ແລະ ກອງ ພັນ 941 ໄດ້ຮັບເງິນສົດ 5 ແສນ ກີບ, ສ່ວນອັນດັບທີ 4 ມີ 4 ກົມ ກອງ ແລະ ລາງວັນຊົມເຊີຍມີ 11 ກົມກອງ. ໂດຍ: ບົວລາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ