ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວໜຸ່ມກົມວິທະຍາສາດ-ປະຫວັດສາດການທະຫານ ເຂົ້າຊົມຫໍພິພິທະພັນປະທານໄກສອນ ພົມວິຫານ
ເວລາອອກຂ່າວ: 2019-01-11 10:31:56 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ວັນທີ 8 ມັງກອນ 2019 ນີ້ , ສະມາຊິກຊາວໜຸ່ມກົມວິທະ ຍາສາດ-ປະຫວັດສາດ ການທະ ຫານໄດ້ເຂົ້າຊົມຫໍພິພິທະພັນປະ ທານ ໄກສອນ ພົມວິຫານ ໂດຍ ການນຳພາຂອງພັນໂທ ອຳພອນ ພົມມະລາ ຫົວໜ້າພະແນກການ ເມືອງ ກົມວິທະຍາສາດ-ປະຫວັດ ສາດ ການທະຫານ ເນື່ອງໃນໂອ ກາດວັນຄ້າຍວັນເກີດຂອງເພິ່ນ ຄົບຮອບ 98 ປີ. ການເຂົ້າຊົມຄັ້ງນີ້ສະມາຊິກ ຊາວໜຸ່ມເຂົ້າຮ່ວມ 30 ສະຫາຍ ໂດຍໄດ້ເຂົ້າຊົມ ແລະ ຟັງການ ບັນລະຍາຍຈາກວິຊາ ການເຊິ່ງ ໄດ້ຍົກໃຫ້ເຫັນຊີວິດການເຄື່ອນ ໄຫວຂອງປະທານ ໄກສອນ ພົມວິຫານ ໃນຜ່ານມາ. ໃນນີ້ຫໍ ພິພິທະພັນປະທານ ໄກສອນ ພົມວິຫານ ໄດ້ຈັດຕັ້ງຂຶ້ນເປັນ 2 ໄລຍະຄື: ໄລຍະແຫ່ງການຕໍ່ສູ້ກູ້ ຊາດ ແລະ ໄລຍະແຫ່ງການປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ນອກນີ້ຍັງໄດ້ ຊົມບັນດາຮູບພາບການເຄື່ອນ ໄຫວຂອງເພິ່ນ ວັດຖຸພັນຕ່າງໆທີ່ ເພິ່ນເຄີຍໃຊ້ປະກອບສ່ວນເຂົ້າໃນ ການດຳລົງຊີວິດຂອງເພິ່ນໃນແຕ່ ລະໄລຍະເພື່ອໃຫ້ຜູ້ທີ່ໄດ້ຊົມໄດ້ ຮໍ່າຮຽນເອົາເປັນແບບຢ່າງ ແລະ ລະນຶກເຖິງຄຸນງາມຄວາມດີຂອງ ເພິ່ນ ນຳມາໃຊ້ໃນຊີວິດປະຈຳວັນ ຂອງສະມາຊິກຊາວໜຸ່ມຂອງກົມ ຕື່ມອີກ. ໂດຍ: ວົງວິໄລ ບຸນລືໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ