ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກໍາລັງຊ້ອມຮົບກອງພັນໃຫຍ່ 11 ຈັດຕັ້ງລະບອບດໍາເນີນຊີວິດການເມືອງພາກສະຫນາມ
ເວລາອອກຂ່າວ: 2021-11-09 13:42:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 894 | ຄວາມນິຍົມ:



ວັນທີ 8 ພະຈິກ 2021 ນີ້, ຄະນະຊີ້ນໍາລວມ ກອງພັນໃຫຍ່ 11 ໄດ້ອະນຸມັດໃຫ້ບັນດາກອງພັນ, ກອງຮ້ອຍເອກະລາດ ຈັດຕັ້ງໃຫ້ມີລະບອບດໍາເນີນຊິວິດການເມືອງ ເພື່ອຮັບປະກັນດ້ານແນວຄິດຂອງອ້າຍນ້ອງຢູ່ພາກສະຫນາມ. ຫລັງຈາກໄດ້ຮັບຄໍາສັ່ງຈາກຂັ້ນເທິງ, ບັນດາພະແນກການ, ກອງພັນ, ກອງຮ້ອຍເອກະລາດ ໄດ້ຂຸ້ນຂ້ຽວຈັດຕັ້ງຈຸພັກ ແລະ ຈຸຊາວຫນຸ່ມຊົ່ວຄາວຢູ່ສະຫນາມຊ້ອມຮົບ. ຈຸດປະສົງເພື່ອດໍາເນີນສຶກສາອົບຮົມປຸກລະດົມອ້າຍນ້ອງໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ຖືວຽກງານແນວການເມືອງ-ແນວຄິດເປັນຫລັກ. ດັ່ງທີ່ພວກເຮົາຮູ້ແລ້ວວ່າ, ວຽກງານໃດຫນຶ່ງຈະສໍາເລັດກໍ່ຕ້ອງອາໃສຄວາມສາມັກຄີເປັນປຶກແຜ່ນ, ແຕ່ກ່ອນທີ່ຈະມີຄວາມສາມັກຄີໄດ້ນັ້ນ ບຸກຄົນຕ້ອງມີຈິດໃຈເບີກບານ, ສະນັ້ນບໍ່ວ່າພວກເຮົາຈະຢູ່ໃນສະຖານທີ່ໃດ, ຢູ່ແນວຫລັງຫລືສະຫນາມຮົບ, ວຽກງານການເມືອງ-ແນວຄິດຈິ່ງເປັນວຽກງານຫນຶ່ງທີ່ຂາດບໍ່ໄດ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ