ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານສານ ຢືນຢັນຈະເລັ່ງແກ້ໄຂພະນັກງານ ປະພຶດບໍ່ດີ ເພີ່ມຄວາມເຊື່ອໝັ້ນຕໍ່ສັງຄົມ
ເວລາອອກຂ່າວ: 2021-11-08 16:17:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 490 | ຄວາມນິຍົມ:



ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 8 ພະຈິກ 2021 ເຊິ່ງເປັນມື້ທີ 7 ຂອງການດໍາເນີນກອງປະຊຸມດັ່ງກ່າວ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍເຂດເລືອກຕັ້ງ ໄດ້ປະກອບຄໍາເຫັນ ແລະ ໃຫ້ຄວາມສົນໃຈັລາຍບັນຫາ ຕໍ່ບົດລາຍງານຂອງການເຄື່ອນໄຫວວຽກງານຂອງສານປະຊາຊົນສູງສຸດ ໃນໄລຍະ 1 ປີຜ່ານມາ ເຊິ່ງປະ ເດັນສໍາຄັນທີ່ສຸດກໍແມ່ນການແກ້ໄຂບັນ ຫາຈັນຍາບັນ-ຈັນຍາທໍາ ຂອງພະນັກງານຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ລວມທັງພະນັກງານສານຈໍານວນໜຶ່ງ ເຮັດໃຫ້ເກີດມີຫາງສຽງຈາກສັງຄົມຕໍ່ພາບພົດຂອງສານປະຊາຊົນໃນທາງລົບ ຫລາຍສົມຄວນ. ຕໍ່ບັນຫານີ້, ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຍອມຮັບວ່າ: ຄໍາເຫັນທີ່ ສສຊ ຫລາຍເຂດເລືອກຕັ້ງ ໄດ້ຍົກຂຶ້ນມາລ້ວນແຕ່ແມ່ນສະພາບຫຍໍ້ທໍ້ ແລະ ຄົງຄ້າງໃນວຽກງານສານໃນຜ່ານມາ ເຊິ່ງເຫັນວ່າເປັນຄວາມຈິງແທ້. ແນວໃດກໍຕາມ ຜ່ານມາ, ຄະນະພັກ-ຄະນະນໍາຂອງສານປະຊາຊົນ ກໍໄດ້ຮັບການສະເໜີ ຫລື ຮ້ອງທຸກ ຈາກຄູ່ຄວາມໃນຫລາຍໆຄະດີ ເພື່ອໃຫ້ກວດກາຄືນການຕັດສິນຄະດີ ກໍຄືການປະຕິບັດໜ້າທີ່ຂອງສານ ແລະ ໃນໄລຍະຜ່ານມາ, ຄະນະພັກ-ຄະນະນໍາ ຂອງສານປະຊາຊົນທຸກຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານຢ່າງເປັນປົກກະຕິ ເພື່ອຍົກສູງຄວາມຮັບ ຜິດຊອບ ນັບທັງດ້ານຈັນຍາບັນ-ຈັນຍາທໍາ ແລະ ໄປຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທໍາ. ໄປຄຽງຄູ່ກັບການເອົາໃຈໃສ່ຕິດຕາມກວດກາບັນຫາຕ່າງໆ ທີ່ໄດ້ຮັບການສະເໜີມາ ແລະ ມີບາງກໍລະນີ ກໍໄດ້ແກ້ໄຂໄປຕາມຂັ້ນຕອນລະບຽບກົດໝາຍ ແນວໃດກໍຕາມ, ໃນທິດທາງແກ້ໄຂບັນຫາດັ່ງກ່າວໃນຕໍ່ໜ້ານີ້, ສານປະຊາຊົນ ຈະໄດ້ກໍານົດແຜນການ ແກ້ໄຂທີ່ລົງເລິກບັນຫາລະອຽດ ແລະ ຕໍ່ເນື່ອງ, ພ້ອມທັງ ເພີ່ມທະວີການປະສານສົມທົບກັບສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ-ນະຄອນຫລວງ ແລະ ອົງການປົກຄອງ ໃນແຕ່ລະທ້ອງຖິ່ນຊ່ວຍເອົາໃຈໃສ່ຕິດຕາມກວດກາປະຕິບັດໜ້າທີ່ຂອງພະນັກງານ ແລະ ຄັດຈ້ອນເອົາ ກຸ່ມເປົ້າໝາຍທີ່ມີພຶດຕິກໍາບໍ່ດີ ມາກ່າວເຕືອນ, ສຶກສາອົບຮົມ, ຍົກຍ້າຍໜ້າທີ່ ແລະ ລົງວິໄນ ທີ່ເຂັ້ມງວດກວ່າເກົ່າ ຕໍ່ຜູ້ກະທໍາຜິດຕາມລະບຽບກົດໝາຍ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ສັງຄົມຫລາຍຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ