ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍສະຫະພັນແມ່ຍິງສູນເຕັກນິກລະຫັດກົດລັບ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2019-01-11 09:55:30 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 399297304 | ຄວາມນິຍົມ:



ວັນທີ 4 ມັງກອນ 2019 ນີ້, ໜ່ວຍສະຫະພັນແມ່ຍິງສູນເຕັກນິກລະຫັດກົດລັບ ໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີໄລຍະທີ 1 ສົກ 2016-2018 ແລະ ເປີດຂະບວນການແຂ່ງຂັນ 3 ດີ ໃນສົກປີຕໍ່ໜ້າ, ໂດຍການ ເຂົ້າຮ່ວມຂອງພັນໂທ ສຸກສະ ຫວັນ ທໍາມະນີລັນ ຮອງຫົວໜ້າ ການເມືອງສູນເຕັກນິກລະຫັດ ກົດລັບ. ພັນໂທ ນາງ ວຽງສອນ ດວງ ຂັນຕີ ເລຂາໜ່ວຍສະຫະພັນແມ່ ຍິງສູນດັ່ງກ່າວໄດ້ຊີ້ແຈງໃຫ້ຮູ້ ວ່າ: ໃນການຈັດຕັ້ງປະຕິບັດເນື້ອ ໃນຂໍ້ແຂ່ງຂັນ 3 ດີ ໃນໄລຍະຜ່ານ ມາແມ່ນໄດ້ຮັບການຊີ້ນໍາຢ່າງໃກ້ ຊິດຈາກພະແນກສະຫະພັນແມ່ ຍິງກົມໃຫຍ່ເສນາທິການກອງທັບ ບວກກັບຄະນະພັກ-ຄະນະບັນຊາ ສູນ ກໍໄດ້ອຳນວຍຄວາມສະດວກ ທຸກຢ່າງສ້າງເງື່ອນໄຂໃຫ້ແກ່ ໜ່ວຍສະຫະພັນແມ່ຍິງ ໄດ້ເຄື່ອນ ໄຫວຕາມພາລະບົດບາດຂອງຕົນ ແລະ ຄະນະໜ່ວຍພວກເຮົາກໍໄດ້ ເອົາໃຈໃສ່ນໍາພາສະມາຊິກແມ່ຍິງ ຈັດຕັ້ງປະຕິບັດຢ່າງເປັນຂະບວນ ການຟົດຟື້ນຖືເອົາເນື້ອໃນດັ່ງ ກ່າວເປັນນິຕິກຳ ໃນການປຸກລະ ດົມໃຫ້ສະມາຊິກແມ່ຍິງເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງກວ້າງຂວາງ ເຮັດໃຫ້ສະມາຊິກແມ່ຍິງແຕ່ລະ ສະຫາຍແມ່ນມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນທໍາປະຕິວັດ, ປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບກໍຄືກົດ ລະບຽບຂອງແມ່ຍິງລາວວາງ ອອກຢ່າງເຂັ້ມງວດ, ຮັກສາໄດ້ ລັກສະນະທີ່ເປັນມູນເຊື້ອຂອງແມ່ ຍິງລາວ ພ້ອມທັງໄດ້ເປັນເຈົ້າການ ຈັດຕັ້ງປະຕິບັດເນື້ອໃນດັ່ງກ່າວ ແລະ ປະກອບສ່ວນເຂົ້າຮ່ວມທຸກ ຂະບວນການວຽກງານລວມທີ່ ທາງສູນຈັດຕັ້ງຂຶ້ນຢ່າງຫ້າວຫັນ, ຜ່ານຂະບວນການວຽກງານຕົວ ຈິງ ສາມາດຕີລາຄາ ແລະ ຮັບ ຮອງເອົາໄດ້ແມ່ຍິງ 3 ດີ ກວມເອົາ 94,73%, ໃນນັ້ນປະເພດ I ກວມເອົາ 68,42%, ປະເພດ II ກວມເອົາ 26,31%, ເປັນພົນ ລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີກວມອັດຕາສ່ວນ 100% ແລະ ກົມກອງກໍໄດ້ຮັບການຢັ້ງຢືນໃຫ້ເປັນກົມກອງຊີ້ ນຳຂະບວນການແມ່ຍິງດີເດັ່ນ ອີກດ້ວຍ, ສ່ວນວຽກງານກອງ ທຶນກໍໄດ້ເອົາໃຈໃສ່ບໍລິຫານກອງ ທຶນໃຫ້ໂປ່ງໃສ ຮັບປະກັນບໍ່ໃຫ້ຕົກ ເຮ່ຍເສຍຫາຍ ມາຮອດປັດຈຸບັນ ກອງທຶນພວກເຮົາມີເງິນທ້ອນທັງ ໝົດ 621 ລ້ານກວ່າກີບ, ໄດ້ຮັບ ດອກເບ້ຍຈາກການປ່ອຍກູ້ 113 ລ້ານກວ່າກີບ. ໃນກອງປະຊຸມຍັງ ໄດ້ມອບໃບຢັ້ງຢືນໃຫ້ສະມາຊິກ ແມ່ຍິງ 3 ດີ ອີກດ້ວຍ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ