ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສືບຕໍ່ປະຕິບັດມາດຕະການຕ່າງໆໄປອີກ 15 ວັນ ເນື່ອງຈາກ ຜູ້ຕິດເຊື້ອໂຄວິດ-19 ຢູ່ພາຍໃນຍັງສູງໃນແຕ່ລະວັນ
ເວລາອອກຂ່າວ: 2021-10-31 09:48:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 570 | ຄວາມນິຍົມ:



ລັດຖະບານ ມີຄວາມຈຳເປັນຕ້ອງໄດ້ສືບຕໍ່ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ຄືກັບໄລຍະຜ່ານມາ ເນື່ອງຈາກໃນເດືອນຕຸລານີ້, ມີຜູ້ຕິດເຊື້ອໂຄວິດ-19 ຢູ່ພາຍໃນປະເທດ ສະເລ່ຍເກືອບ 500 ຄົນຕໍ່ວັນ ທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 27,6%. ແຕ່ຄຽງຄູ່ກັນນັ້ນ ກໍຈະໄດ້ມີມາດຕະການຜ່ອນຜັນ ຈໍານວນໜຶ່ງທີ່ມີຄວາມຈໍາເປັນ ໃນໄລຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 31 ຕຸລາ ຫາ ເວລາ 24:00 ໂມງ ວັນທີ 14 ພະຈິກ 2021. ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ໄດ້ຖະແຫລງຂ່າວໃນວັນທີ 30 ຕຸລາ 2021 ກ່ຽວກັບການສືບຕໍ່ປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ໃນໄລຍະ ວັນທີ 31 ຕຸລາ ຫາ 14 ພະຈິກ 2021 ໂດຍມີ ຫລັກການ ແລະ ເຫດຜົນຂອງການກຳນົດມາດຕະການຕ່າງໆຂອງລັດຖະບານ ຄື: ລັດຖະບານ ໄດ້ພິຈາລະນາຖີ່ຖ້ວນ ແລະ ວາງເປົ້າໝາຍໃນການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເພື່ອເຮັດແນວໃດບໍ່ໃຫ້ພົນລະເມືອງລາວ ກໍຄື ຊາວຕ່າງປະເທດ ທີ່ອາໄສຢູ່ດິນແດນລາວ ຕິດເຊຶ້ອພະຍາດດັ່ງກ່າວ, ຖ້າຕິດກໍໃຫ້ໜ້ອຍທີ່ສຸດ ແລະ ຖ້າເສຍຊິວິດ ກໍໃຫ້ມີໜ້ອຍທີ່ສຸດ; ພະຍາຍາມຊິ້ນຳ, ນຳພາປະຊາຊົນບັນດາເຜົ່າເຮົາ ໃຫ້ຫັນປ່ຽນແບບແຜນການດຳລົງຊິວິດຈາກອັນເປັນປົກກະຕິ ກ່ອນການລະບາດ ຂອງພະຍາດໂຄວິດ-19 ກ້າວສູ່ການດຳລົງຊິວິດປົກກະຕິແບບໃໝ່ ໃນເງື່ອນໄຂໂຄວິດ-19. ແນວທາງໃນການຈັດຕັ້ງປະຕິບັດ ການດຳລົງຊິວິດປົກກະຕິແບບໃໝ່ໃນເງື່ອນໄຂ ໂຄວິດ-19 ຢູ່ ສປປ ລາວ ຕ້ອງສອດຄ່ອງກັບສະພາບ ແລະ ຈຸດພິເສດຂອງປະເທດເຮົາ ໂດຍທີ່ລັດຖະບານມີການຮຽນຮູ້ບົດຮຽນ ຂອງຕ່າງປະເທດ ເພື່ອນມິດສາກົນ, ຮັບຟັງຄຳເຫັນທີ່ສ້າງສັນ ຂອງປະຊາຊົນເຮົາ ໃນແງ່ມຸມດ້ານຕ່າງໆແລ້ວ ໄດ້ພິຈາລະນາວ່າ: ພວກເຮົາຕ້ອງໄດ້ພະຍາຍາມສູງສຸດ ເພື່ອໃຫ້ມີການສົມດຸນ ແລະ ກົມກຽວກັນ ໃນ 3 ມາດຕະການ ລະຫວ່າງ “ມາດຕະການດ້ານການແພດ, ດ້ານການບໍລິຫານ ແລະ ດ້ານເສດຖະກິດ” ໝາຍຄວາມວ່າ ມາດຕະການຕ່າງໆ ທີ່ລັດຖະບານວາງອອກ ຕ້ອງຮັບປະກັນໄດ້ຄາດໝາຍການປ້ອງກັນພະຍາດ ໂຄວິດ-19 ໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ ແລະ ຖ້າເສຍຊິວິດກໍໜ້ອຍທີ່ສຸດ. ພ້ອມກັນນັ້ນ, ກໍຕ້ອງໄດ້ຄໍານຶງເຖິງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ ແລະ ການດຳລົງຊິວິດຂອງປະຊາຊົນ ໂດຍພະຍາຍາມສ້າງເງື່ອນໄຂໃຫ້ປະ ຊາຊົນ ໄດ້ທຳມາຫາກິນ ແລະ ດຳລົງຊິວິດປົກກະຕິໃນເງື່ອນໄຂໃໝ່, ພ້ອມທັງສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ. ບົນພື້ນ ຖານນັ້ນ, ອົງການປົກຄອງຂັ້ນຕ່າງໆ ຕ້ອງໄດ້ຄົ້ນຄວ້າຜັນຂະຫຍາຍ ແລະ ຫັນເປັນແຜນປະຕິບັດຕົວຈິງໃຫ້ເປັນອັນລະອຽດ ທີ່ສອດຄ່ອງກັບສະພາບຈຸດພິເສດ ຂອງກົມກອງ ທ້ອງ ຖິ່ນຕົນ ໃນແຕ່ລະໄລຍະ. ພ້ອມນີ້, ຍັງມີມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດໃນບາງດ້ານ ເປັນຕົ້ນມາດຕະການລວມ ໃຫ້ສືບຕໍ່ສຸມໃສ່ສັກວັກຊິນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້ ດ້ວຍການກຳນົດແຜນອັນລະອຽດ, ມີແຜນຕິດຕາມທີ່ເປັນລະບົບຄົບຊຸດ ແລະ ດຳເນີນໃຫ້ໄວຂຶ້ນກວ່າເກົ່າ; ສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃນສະຖານທີ່ຕ່າງໆທີ່ກະກຽມໄວ້ ໃຫ້ຖືກຕ້ອງຕາມຫລັກວິຊາການ; ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນພາຫະນະຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 10 ຂອງມາດຕະກາກນສືບຕໍ່ຜ່ອນຜັນ; ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈໍາເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ເປັນບູລິມະສິດ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ