ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິ 5 ທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2021-10-27 14:22:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 471 | ຄວາມນິຍົມ:



ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິ 5 ແລະ ທິດທາງຈຸດສຸມມະຕິ 6, ສະໄໝທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງຈໍາປາສັກ, ຈັດຂື້ນໃນວັນທີ 26 ຕຸລາ 2021 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຫົວໜ້າການທະຫານ, ກອງບັນຊາການທະຫານແຂວງຈໍາປາສັກ ມີຄະນະພັກ-ຄະນະບັນຊາກອງບັນຊາການ, ຄະນະພັກ-ຄະນະບັນຊາ 5 ຫ້ອງ, ກອງພັນ-ກອງຮ້ອຍເອກະລາດ, ກົມກອງ 9 ຕົວເມືອງ 1 ນະຄອນ, ແລະ ແຂກຖືກເຊີນຈາກຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຈໍາປາສັກເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ໄດ້ກ່າວເປີດກອງປະຊຸມ ແລະ ດໍາເນີນໄປຕາມວາລະຂອງກອງປະຊຸມເຊີ່ງບາງຕອນໄດ້ກ່າວວ່າ: ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິ 5 ແລະ ທິດທາງຈຸດສຸມມະຕິ 6 ສະໄໝທີ V ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຈໍາປາສັກ ໃນຄັ້ງນີ້ ມັນແມ່ນຄວາມຈໍາເປັນພາວະວິໄສອັນສໍາຄັນ ທີ່ພະນັກງານ-ນັກຮົບທຸກສະຫາຍ ຕ້ອງໄດ້ເຊື່ອມຊຶມ ແລະ ກໍາແໜ້ນໂດຍສະເພາະພະນັກງານຂັ້ນນໍາພາ-ບັນຊາ ເພື່ອເປັນບ່ອນອີງສ້າງແບບແຜນໃນການຈັດຕັ້ງປະຕິບັດວຽກງານການເມືອງຂອງຕົນ ເປັນຕົ້ນແມ່ນການຍົກສູງຄຸນນະພາບທາງດ້ານຄຸນສົມບັດ, ຄວາມຮູ້ຄວາມສາມາດ ແລະ ແທດເໝາະກັບສະພາບຈຸດພິເສດ, ຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງ ໃນໄລຍະໃໝ່ ກໍ່ຄືເຮັດສໍາເລັດໜ້າທີ່ ອັນມີກຽດສະຫງ່າຂອງຕົນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງສຸດ. ໃນກອງປະຊຸມສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ກໍ່ໄດ້ຜ່ານບົດສະຫລຸບຕີລາຄາການຊີ້ນໍາ-ນໍາພາ ການຈັດຕັ້ງຜັນຂະຫຍາຍມະຕິ 5 ສະໄໝທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງປະຈໍາໄຕມາດ 3 ແລະ ທິດທາງແຜນການຈັດຕັ້ງຜັນຂະຫຍາຍມະຕິ 6 ສະໄໝທີ V ປະຈໍາໄຕມາດ 4 ທ້າຍປີ 2021 ເຊີ່ງໄດ້ຍົກໃຫ້ເຫັນຫລາຍບັນຫາ, ຈຸດດີ-ຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ ຖອດຖອນໄດ້ ໃນໄລຍະທີ່ຜ່ານມາ ເປັນຕົ້ນແມ່ນການສຸມໃສ່ການສືກສາອົບຮົມການເມືອງ-ນໍາພາແນວຄິດ ປະຕິ ບັດຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫ່ຍ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ ຢ່າງເຄັ່ງຄັດ, ສາມາດຈັດຕັ້ງປະຕິບັດເຊື່ອມຊືມເຜີຍແຜ່ບັນດາມະຕິ, ຄໍາສັ່ງຕ່າງໆຂອງຂັ້ນເທີງ, ຫັນລົງເອົາພະນັກງານ-ນັກຮົບ ລົງກໍ່ສ້າງຮາກຖານສົມທົບກັບອໍານາດການປົກຄອງຂັ້ນບ້ານ ແລະ ເມືອງ ແກ້ໄຂວຽກງານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງ, ການລັກລອບເຂົ້າເມືອງຕາມບໍລິເວນຂອບເຂດຊາຍແດນ ໂດຍບໍ່ຖືກກົດໝາຍ ແລະ ສຸມໃສ່ການເຄື່ອນ ໄຫວປ້ອງກັນຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕັ້ງໜ້າ, ສໍາລັບທິດທາງແຜນການວຽກງານຈຸດສຸມ ໃນໄຕມາດ 4 ແມ່ນຈະສຸມໃສ່ເຮັດໃຫ້ສະພາບໃນທົ່ວແຂວງມີຄວາມສະຫງົບ, ສຸມໃສ່ການປ້ອງກັນສະກັດກັ້ນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ເຂັ້ມງວດ ແລະ ເປັນປົກກະຕິ, ສ້າງມີຄວາມສົມດຸນທາງເສດຖະ ກິດ-ສັງຄົມ ແລະ ອື່ນໆ, ເສີມຂະຫຍາຍກໍາລັງແຮງສັງລວມໃນອົງຄະນະພັກ-ສະມະຊິກພັກ, ພະນັກງານ-ນັກຮົບ, ນໍາໃຊ້ທ່າແຮງບົ່ມຊ້ອນເພື່ອປະຕິບັດຕາມ 2 ໜ້າທີ່ຍຸດທະສາດຂອງພັກເພື່ອພັດທະນາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຍິ່ງໆຂື້ນ. ຈາກນັ້ນບັນດາກົມກອງ ກໍ່ໄດ້ປະກອບຄໍາຄິດ-ຄໍາເຫັນໃສ່ບົດສະຫຼຸບເພືອແລກປ່ຽນ ແລະ ຖອດຖອນບົດຮຽນຢ່າງກົງໄປກົງມາ. ຂ່າວ-ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ