ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍສູນກາງ 103 ກອງທັບ ປະກາດໃຫ້ນາຍທະຫານພັກການ
ເວລາອອກຂ່າວ: 2021-10-27 14:21:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1464 | ຄວາມນິຍົມ:



ໃນວັນທີ 20 ຕຸລາ 2021 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ປະກາດໃຫ້ນາຍທະຫານພັກການ ຮັບບຳນານ, ໂດຍການເປັນປະທານຂອງສະຫາຍ ພັນໂທ ດຣ ນ. ອຳພອນ ພົມມະທາ ຫົວໜ້າຫ້ອງການເມືອງໂຮງໝໍສູນກາງ 103 ກອງທັບ, ມີຄະນະພັກ-ຄະນະອຳນວຍການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີສະຫາຍ ພັນໂທ ດຣ ນ. ມະໄລພອນ ອໍລະໄມ ຫົວໜ້າພະແນກບໍລິຫານ-ສັງລວມຫ້ອງການເມືອງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 745-746 ແລະ 700/ກປທ, ລົງວັນທີ28/01/2021, ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ, ອີງຕາມກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ) ເລກທີ 54/ສພຊ, ລົງວັນທີ 27/06/20218, ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນໝວດ 1 ມາດຕາ 33 ແລະ 34, ອີງຕາມການຄົ້ນຄ້ວາ ແລະ ນຳສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດຕົກລົງອະນຸມັດໃຫ້ນາຍທະຫານຢູ່ໂຮງໝໍສູນກາງ 103 ກອງທັບ ພັກການ ຮັບບໍານານ 03 ສະຫາຍ. ໂອກາດນີ້ສະຫາຍປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ພັກການຄັ້ງນີ້ ທີ່ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ-ເວົ້າສະເພາະກໍ່ຄືພັດທະນາໂຮງໝໍສູນກາງ 103 ກອງທັບ ແລະ ກໍ່ສ້າງນາຍ ແລະ ພົນທະຫານໃຫ້ກາຍເປັນພະນັກງານສືບທອດປ່ຽນແທນໄດ້ຢູ່ໂຮງໝໍສູນກາງ 103 ກອງທັບແຫ່ງນີ້ໃນຕະຫຼອດໄລຍະທີ່ຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ສຶກສາອົບຮົມລູກຫຼານ ແລະ ປະກອບສ່ວນຢູ່ບ້ານເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຂອງຕົນ. ຂ່າວ: ອະນຸສັກ ພົມໄຊຍະສອນ. ພາບ: ເລິດວິໄລ ວົງຈຳປາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ