ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍົກສູງວຽກງານການກໍ່ສ້າງພັກ-ພະນັກງານ ຕິດພັນກັບການສ້າງກອງທັບປະຕິວັດ,ມີແບບແຜນ ແລະ ທັນສະໄຫມ
ເວລາອອກຂ່າວ: 2021-10-26 16:11:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 364 | ຄວາມນິຍົມ:



ການກໍ່ສ້າງພັກ-ພະນັກງານຢູ່ກອງທັບເຮົາໃນໄລຍະຜ່ານມາແມ່ນເຫັນວ່າເພີ່ມຂຶ້ນທາງດ້ານຈໍານວນ ແລະ ຄຸນນະພາບສາມາດຕອບສະໜອງກັບໜ້າທີ່ການເມືອງໃນໄລຍະໃໝ່,ອີງຕາມບົດປະກອບຄໍາເຫັນຂອງສະຫາຍພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ, ຫົວຫນ້າກົມໃຫຍ່ການເມືອງກອງທັບທີ່ສະເໜີຕໍກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ 11 ໃນວັນທີ 25-26 ຕຸລານີ້ ເຊີ່ງມີເນື້ອໃນດັ່ງນີ້ ວຽກງານກໍ່ສ້າງພັກ: ຄະນະພັກກະຊວງ ຖືວຽກງານດັ່ງກ່າວເປັນວຽກງານຍຸດທະສາດແຖວຫນ້າ ເພື່ອໃຫ້ ຖັນແຖວສະມາຊິກພັກໃນກອງທັບ ໄດ້ຮັບຮູ້ເຊື່ອມຊຶມ, ກໍາແຫນ້ນຕໍ່ແນວທາງແຜນນະໂຍ ບາຍຂອງພັກ, ມີທັດສະນະຫລັກຫມັ້ນຊົນຊັ້ນ, ມິດສັດຕູຈະແຈ້ງ, ກໍໄດ້ທິດສະດີ ມາກ-ເລ ນິນ, ແນວຄິດ ໄກສອນ ພົມວິຫານ, ທາດແທ້ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ, ຄວາມຮັບຜິດຊອບຕໍ່ຫນ້າທີ່; ສາມາດຢັ້ງຢືນໄດ້ວ່າ ຄຸນທາດການເມືອງຂອງຖັນແຖວສະມາ ຊິກພັກໃນທົ່ວກອງທັບ ຍັງມີຄວາມຫນັກແຫນ້ນຕໍ່ອຸດົມການສັງຄົມນິຍົມ, ມີຄວາມຕັ້ງຕໍ່ບໍ ລິສູດຕໍ່ພັກ-ຕໍ່ປະເທດຊາດ, ເປັນແບບຢ່າງນໍາຫນ້າ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ມີນ້ໍາ ໃຈເສຍສະຫຼະ ເພື່ອຜົນປະໂຫຍດລວມຂອງຊາດ, ເປັນກໍາລັງຫຼັກແຫຼ່ງ ປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ. ກໍ່ສ້າງພັກທາງດ້ານແນວຄິດ:ໄດ້ເອົາໃຈໃສ່ຊີ້ນໍາ ຈັດຕັ້ງຄົ້ນຄວ້າຮ່ໍາຮຽນ, ເຊື່ອມຊຶມກໍາແຫນ້ນແນວທາງແຜນນະ ໂຍບາຍ, ບັນດາມະຕິຄໍາສັ່ງຂອງພັກ ໃຫ້ຖັນແຖວພະນັກງານ-ສະມາຊິກພັກ ຢ່າງທົ່ວເຖິງ ດ້ວຍຫຼາຍຮູບການ-ວິທີການ, ຈັດຕັ້ງດໍາເນີນຊີວິດການເມືອງ ປົວແປງພາຍໃນພັກ ຕິດພັນ ກັບການກະກຽມດໍາເນີນກອງປະຊຸມໃຫຍ່ຂອງພັກໃນທົ່ວກອງທັບ ເຮັດໃຫ້ສະພາບແນວ ຄິດຂອງພະນັກງານ, ສະມາຊິກພັກມີຄວາມອຸນອຽນ, ເຊື່ອຫມັ້ນຕໍ່ການນໍາພາຂອງພັກ, ຫນັກ ແຫນ້ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ ປະເທດຊາດ, ຕໍ່ປະຊາຊົນ, ມີສະຕິເຄົາລົບ, ປະຕິບັດກົດລະບຽບພັກ, ກົດຫມາຍຂອງລັດ ລະບຽບວິໄນຂອງກອງທັບ ຢ່າງເຂັ້ມງວດ; ສະກັດກັ້ນ-ແກ້ໄຂບັນດາປະກົດການຫຍໍ້ທໍ້ໄດ້ ທັນເວລາ. ການກໍ່ສ້າງພັກທາງດ້ານການຈັດຕັ້ງ:ຄະນະພັກກະຊວງ ໄດ້ກວດກາ-ປັບປຸງການຈັດຕັ້ງພັກ ໃນທົ່ວກອງທັບໃຫ້ປອດໃສ ມີຄວາມເຂັ້ມແຂງ-ຫນັກແຫນ້ນ ເປັນລະບົບຕໍ່ເນື່ອງ, ຖັນແຖວສະມາຊິກພັກເຕີບໃຫຍ່ຂະ ຫຍາຍຕົວ; ຊຸມປີຜ່ານມາໄດ້ສ້າງຕັ້ງຄະນະພັກໃຫມ່ 5 ຄະນະພັກ ໃນ 5 ກົມກອງ, ຄຽງຄູ່ ກັບການຍູ້ແຮງຂະບວນການກໍ່ສ້າງຫນ່ວຍພັກ ປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ຕິດພັນກັບ ການສ້າງກອງ 3 ປອດ, ກອງວັດທະນະທໍາ-ນັກຮົບວັດທະນະທໍາ; ໄປພ້ອມກັບການຈັດຕັ້ງ ການຝຶກອົບຮົມວຽກງານຈັດຕັ້ງພັກ, ກວດສອບເລຂາ-ຮອງເລຂາຮາກຖານພັກ ໃນທົ່ວ ກອງທັບຢ່າງເປັນລະບົບຕໍ່ເນື່ອງ; ວຽກງານຂະຫຍາຍພັກ ໄດ້ປະຕິບັດຖືກຕ້ອງຕາມກົດລະ ບຽບ ແລະ ມີຄຸນນະພາບ, ມາຮອດປະຈຸບັນທົ່ວກອງທັບ ມີ 67 ຄະນະພັກ ລວມທັງຄະ ນະພັກກະຊວງປ້ອງກັນປະເທດ, 562 ຄະ ນະພັກຮາກຖານ, 2.868 ຫນ່ວຍພັກ; ທຽບໃສ່ ປີ 2016 ເພີ່ມຂຶ້ນ 5 ຄະນະພັກ, 93 ຄະ ນະພັກຮາກຖານ, 451 ຫນ່ວຍພັກ; ສະເພາະກໍາ ລັງຫຼວງ ມີ 49 ຄະນະພັກ, 303 ຄະນະພັກຮາກຖານ, 1.565 ຫນ່ວຍພັກ, ປີ 2020 ໄດ້ ຮັບການຢັ້ງຢືນເປັນຫນ່ວຍພັກປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ປະເພດແຂງ 1.053 ຫນ່ວຍ ກາງ 473 ຫນ່ວຍ, ອ່ອນ 3 ຫນ່ວຍ ບໍ່ໄດ້ແບ່ງປະເພດ 36 ຫນ່ວຍ. ກໍ່ສ້າງພັກທາງດ້ານແບບແຜນວິທີນໍາພາ:ຄະນະພັກກະຊວງ ໄດ້ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີ, ຄວາມເປັນ ປຶກແຜ່ນໃນທົ່ວກອງທັບ, ຄະນະພັກຂັ້ນຕ່າງໆໄດ້ຢຶດຫມັ້ນ ແລະ ປະຕິບັດຫຼັກການລວມ ສູນປະຊາທິປະໄຕ ເຮັດວຽກເປັນຫມູ່ຄະນະ, ແບ່ງຄວາມຮັບຜິດຊອບລະອຽດໃຫ້ບຸກຄົນ ປະຕິບັດລະບອບດໍາເນີນຊີວິດການເມືອງ, ລະບອບປະຊຸມສ່ອງແສງລາຍງານເປັນປົກກະຕິ. ວຽກງານກໍ່ສ້າງພະນັກງານ,ເພື່ອຮັບປະກັນຖືກຕາມລະບຽບ-ຫຼັກການ ແລະ ຕອບສະຫນອງຕາມຄວາມຮຽກ ຮ້ອງຕ້ອງການໃນຫນ້າທີ່ການເມືອງຂອງກອງທັບ ໃນສະເພາະຫນ້າ ແລະ ຍາວນານ, ຄະນະ ພັກກະຊວງປ້ອງກັນປະເທດ ໄດ້ມອບໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນດໍາເນີນການ ຄົ້ນຄ້ວາຂຶ້ນແຜນກໍານົດພະນັກງານ ໂດຍຮັບປະກັນລັກສະນະເປີດກວ້າງ, ຖືກຕ້ອງ, ໂປ່ງ ໃສ, ພາວະວິໄສ, ຮອບດ້ານ, ຍຸຕິທໍາ ຕາມໂຄງປະກອບ 3 ຮຸ່ນ, ເພດ, ເຜົ່າ, ຫນຸ່ມແຫນ້ນ ກວມອັດຕາສ່ວນຫຼາຍ; ເປົ້າຫມາຍເລືອກເຟັ້ນເຂົ້າໃນແຜນກໍານົດຕາມ 3 ຂັ້ນຄຸ້ມຄອງ ( ຂັ້ນ ສູນກາງ, ຂັ້ນກະຊວງ ແລະ ຂັ້ນກົມກອງຮາກຖານ ) ແທດເຫມາະຕໍາແຫນ່ງນໍາພາ-ບັນຊາ ຕິດພັນກັບແຜນບໍາລຸງສ້າງພະນັກງານແຕ່ລະຂັ້ນ. ວຽກງານຄຸ້ມຄອງພະນັກງານ,ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ, ກວດກາ, ຄຸ້ມຄອງພະນັກງານ ດ້ວຍຊີວະປະ ຫວັດ ແລະ ຕາມບັນຊີເບີ 2, ເບີ 8 ໂດຍມີບັນຊີນາຍທະຫານແຕ່ລະຂັ້ນຢູ່ກົມພະນັກງານ ຕິດພັນກັບການກໍາແຫນ້ນຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຫຼັກຫມັ້ນຊົນຊັ້ນ ມິດສັດຕູ, ລະດັບຄວາມຮູ້ຄວາມສາມາດ, ຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍ ຂອງພັກ, ລະບຽບ-ກົດຫມາຍຂອງລັດ, ຂໍ້ກໍານົດ, ລະບຽບ-ກົດຫມາຍຂອງກອງທັບ ມາຮອດ ປະຈຸບັນພວກເຮົາໄດ້ສ້າງຖານຂໍ້ມູນຄຸ້ມຄອງພະນັກງານດ້ວຍລະບົບທັນສະໄຫມ, ສາມາດ ກໍາຂໍ້ມູນພະນັກງານນາຍທະຫານແຕ່ລະປະເພດດີຂຶ້ນເທື່ອລະກ້າວ. ວຽກງານສ້າງ ແລະ ບໍາລຸງພະນັກງານໂດຍປະຕິບັດຕາມແຜນກໍານົດພະນັກງານ ແລະ ຕາມຄວາມຮຽກຮ້ອງຕ້ອງການໃນ ຫນ້າທີ່ກຽມພ້ອມສູ້ຮົບ ແລະ ປັບປຸງກໍ່ສ້າງກອງທັບປະຕິວັດແບບແຜນທັນະໄຫມ, ກະຊວງ ປ້ອງກັນປະເທດ ໄດ້ດໍາເນີນແຜນການສ້າງ ແລະ ບໍາລຸງພະນັກງານຕາມແຜນຍຸດທະສາດ ພັດທະນາຊັບພະຍາກອນມະນຸດ, ແຜນຍຸດທະສາດປະຕິຮູບລະບົບການສຶກສາແຫ່ງຊາດ ໃຫ້ແກ່ພະນັກງານນໍາພາ-ບັນຊາ, ພະນັກງານວິຊາການແຕ່ລະຂັ້ນເພື່ອຍົກລະດັບຄວາມຮູ້. ຄວາມສາມາດດ້ານການທະຫານ, ການເມືອງ, ວິຊາສະເພາະ ສົມທົບກັບການສ້າງຢູ່ກັບທີ່ ກົມກອງ ກັບການສົ່ງເຂົ້າຮຽນຢູ່ບັນດາວິທະຍາຄານ, ໂຮງຮຽນ ແລະ ສະຖາບັນການສຶກສາ ຕ່າງໆນັບທັງພາຍໃນ ແລະ ນອກກອງທັບ, ຢູ່ພາຍໃນ ແລະ ຕ່າງປະເທດ ຄື: ຢູ່ພາຍໃນປະ ເທດ 9.734 ຄົນ (ປະລິນຍາໂທ, ປະລິນຍາຕີ, ຊັ້ນສູງ, ຊັ້ນກາງ); ຢູ່ຕ່າງປະເທດ ຈໍານວນ: 4.479 ຄົນ ( ນັບທັງປະລິນຍາເອກ, ປະລິນຍາໂທ, ປະລິນຍາຕີ, ຊັ້ນສູງ, ຊັ້ນກາງ ແລະ ບໍາລຸງ ). ການຈັດຕັ້ງປະກອບ, ຈັດວາງ-ສັບຊ້ອນພະນັກງານໂດຍອິງໃສ່ແຜນກໍານົດພະນັກງານ ແລະ ຄວາມຕ້ອງການຕົວຈິງຂອງບັນດາຕໍາແຫນ່ງ ນໍາພາ-ບັນຊາອົງການ, ກົມກອງໃນທົ່ວກອງທັບ ຄື: ບູລະນະການຈັດຕັ້ງທັງຫມົດ 3.237 ເທື່ອຫົວຫນ່ວຍກົມກອງ, ມີ 4,849 ຄົນ, ຍົກຍ້າຍ 2,030 ເທື່ອຫົວຫນ່ວຍກົມກອງ, ມີ 2.624 ຄົນ. ການປະຕິບັດນະໂຍບາຍຕໍ່ພະນັກງານໂດຍອີງໃສ່ແຜນນະໂຍບາຍລວມຂອງພັກ-ລັດ ແລະ ກົດຫມາຍນາຍທະຫານກອງທັບ ປະຊາຊົນລາວ ສະບັບປັບປຸງ ປີ 2018 ຄື: ໄດ້ເລື່ອນຊັ້ນ-ທຽບຊັ້ນ 43.027 ສ/ຫ; ຍົກ ຂັ້ນເງິນເດືອນ 1.556 ສ/ຫ, ເຂົ້າຮັບບໍານານ 3.115 ສ/ຫ, ອຸດຫນູນເທື່ອດຽວ 1.417 ສ/ຫ, ພັກແລ້ງຢູ່ຕ່າງປະເທດ-ປິ່ນປົວສຸຂະພາບ 278 ສ/ຫ; ປະຕິບັດວິໄນທາງບໍລິຫານ 329 ຄົນ. ຄຽງຄູ່ກັບຜົນສໍາເລັດທີ່ກ່າວມາຂ້າງເທິງ, ກໍຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຈໍານວນບໍ່ ຫນ້ອຍທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ດັ່ງນີ້: - ການກໍ່ສ້າງພັກດ້ານການເມືອງ-ແນວຄິດ ໄລຍະຜ່ານມາເຖີງວ່າໄດ້ຮັບການຊີ້ນໍາ ແລະ ເຮັດຢ່າງຕັ້ງຫນ້າດ້ວຍຫຼາຍຮູບແບບ, ຫຼາຍວິທີການ, ຫຼາຍລະດັບ ຢ່າງເນື່ອງນິດລຽນ ຕິດ, ແຕ່ຮູບການ, ວິທີການສ່ວນຫນຶ່ງຍັງເຮັດແບບລວມໆ, ບໍ່ທັນແທດເຖິງ, ການຫັນປ່ຽນ ຍັງຊັກຊ້າ, ຄວາມເປັນເຈົ້າການ, ຄວາມເປັນແບບຢ່າງ ຂອງສະມາຊິກພັກຈໍານວນຫນຶ່ງຫຼຸດ ລົງ, ການລະເມີດລະບຽບວິໄນຂອງພັກ, ກົດຫມາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງ ທັບ ຍັງມີຢູ່. - ແບບແຜນ-ວິທີເຮັດວຽກ; ຄະນະພັກຈໍານວນຫນຶ່ງ ບໍ່ໄປຕາມຫຼັກການຂອງພັກ, ຄວາມເປັນເອກະພາບໃນຫມູ່ຄະນະຍັງບໍ່ທັນແຫນ້ນ, ບາງຄະນະພັກ ເກີດມີແນວຄິດອາດຍາ ສິດອ້າຍດຽວ, ຫ່າງເຫີນກົມກອງຮາກຖານ. - ການສ້າງແຜນກໍານົດພະນັກງານ ເຮັດໄດ້ແຕ່ຂັ້ນອົງການ, ສ່ວນຢູ່ກົມກອງຮາກ ຖານຍັງບໍ່ທັນເປັນລະບົບຄົບຊຸດ, ການຕິດຕາມປະເມິນຜົນບໍ່ເປັນປົກກະຕິ, ການກໍ່ສ້າງພະ ນັກງານຈໍານວນຫນຶ່ງ ບໍ່ໄປຕາມແຜນກໍານົດ ແລະ ບໍ່ໄປຕາມຄວາມຮຽກຮ້ອງຕ້ອງການຂອງ ຫນ້າທີ່; ເຮັດໃຫ້ເກີດມີສະພາບວຸດທິການສຶກສາສູງຂຶ້ນ ແຕ່ຄວາມສາມາດໃນການນໍາພາ-ບັນ ຊາຕົວຈິງບໍ່ທັນສົມຄູ່, ການຄຸ້ມຄອງພະນັກງານບາງອັນບໍ່ເປັນລະບົບໂລງລ່ຽນ;ການຕີລາຄາ ການຍົກຍ້າຍ, ຈັດວາງ, ສັບຊ້ອນບາງກໍລະນີບໍ່ທັນສອດຄ່ອງກັບລະບຽບຫຼັກການ. - ການປະຕິບັດນະໂຍບາຍຕໍ່ພະນັກງານປະຈໍາການ, ພະນັກງານປະຕິວັດອາວຸໂສບໍາ ນານ, ຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດບາງດ້ານ, ບາງກໍລະນີບໍ່ທັນທົ່ວເຖິງ, ບາງກໍ ລະນີກໍຊ້ໍາຊ້ອນກັນ ພາໃຫ້ເກີດສິ່ງຫຍໍ້ທໍ້. ທິດທາງສູ້ຊົນກໍ່ສ້າງພັກ-ພະນັກງານໃນໄລຍະ 5 ປີ ( 2011-2015 ): ສຸມໃສ່ປັບປຸງກໍ່ສ້າງພັກ-ພະນັກງານ ທັງ 4 ດ້ານ ( ການເມືອງ, ແນວຄິດ, ການຈັດ ຕັ້ງ ແລະ ແບບແຜນ ), ກໍ່ສ້າງພັກ-ພະນັກງານ ດ້ານການເມືອງໃຫ້ຫນັກແຫນ້ນ ເປັນຕົ້ນແມ່ນ ຮຽນຮູ້ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຫຼັກຫມັ້ນຊົນຊັ້ນ, ທາດແທ້ ປະຕິວັດ, ນິຕິກໍາວຽກງານພັກ, ປະຕິບັດ 6 ຫຼັກການປ່ຽນແປງໃຫມ່, 5 ຫຼັກການ 3 ທິດນໍາ ກໍ່ສ້າງພັກ. ສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ, ນາຍ ແລະ ພົນທະຫານ ມີນ້ໍາໃຈຮັກ ຊາດ, ຮັກລະບອບໃຫມ່, ນ້ໍາໃຈສັດຊື່ບໍລິສຸດຜຸດຜ່ອງຕໍ່ພັກ-ຕໍ່ປະເທດຊາດ, ນ້ໍາໃຈເສຍສະ ຫຼະອັນສູງສົ່ງ, ຄວາມເຊື່ອຫມັ້ນຕໍ່ການນໍາພາຂອງພັກ, ອຸດົມການສັງຄົມນິຍົມ, ເດັດດ່ຽວ ຜ່ານຜ່າຄວາມຫຍຸ້ງຍາກ, ເຮັດສໍາເລັດຫນ້າທີ່ ທີ່ພັກ-ລັດ ມອບຫມາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ