ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະແດງຮັບໃຊ້ງານສະຫຼອງວັນສ້າງຕັ້ງກອງພົນທີ່ 3 ຄົບຮອບ 40 ປີ
ເວລາອອກຂ່າວ: 2021-10-26 16:10:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2322 | ຄວາມນິຍົມ:



ວັນທີ 25 ຕຸລາ ປີ2021 ນີ້, ໜ່ວຍສິລະປະວັນນະຄະດີສະໝັກຫຼີ້ນກອງພົນທີ 3 ໄດ້ສະແດງຮັບໃຊ້ວັນສ້າງຕັ້ງກອງພົນທີ 3 ຄົບຮອບ 40 ປີ ຢູ່ທີສະໂມສອນຂອງກອງພົນທີ 3 ໂດຍການເຂົ້າຮ່ວມຮັບຊົມຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທີ 3 , ມີສະຫາຍຄະນະພັກ-ຄະນະບັນຊາ, ຄະນະຫ້ອງ 5 ອງຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມຮັບຊົມ. ລາຍການທີນຳມາສະແງໃນຄັ້ງນີ້ລວມມີ 3 ລາຍການໃນນີ້ມີຮ້ອງດຽວຊາຍມາໃນບົດເພງຮ່ວມໃຈສະຫຼອງວັນສ້າງຕັ້ງກອງພທີ3, ບົດຟ້ອນໝູ່ຍິງ1 ບົດ, ຮ້ອງໝູ່ຊາຍປະສານຟ້ອນມາໃນເພງ40 ປີມີໄຊ. ເຊິ່ແຕ່ລະລາຍການລວນແລ້ວແຕ່ມີເນື້ອໃນສ່ອງແສງໃຫ້ເຫັນເຖິງປະຫວັດມູນເຊື້ອຂອງກອງພົນທີ3 ຍາດມາໄດ້ບໍ່ວ່າຈະເປັນການສູ້ຮົບ, ການເຕີບໃຫຍ່ຂະຫຍາຍຕົວນັບແຕ່ວັນສ້າງຕັ້ງກໍ່ຄືແຕ່ອາດີດຈົນຮອດປະຈຸບັນ ການສະແດງເຕັ້ມໄປດ້ວຍບັນຍາກາດອັນເບີກບນມ່ວນຊື່ນ ແລະ ໄດ້ດຳເນີນໄປເປັນເວລາ1ຕອນກໍ່ໄດ້ສິນສຸດລົງຢ່າງໜ້າຕິດຕາຕິດໃຈຂອງພະນັກງານ-ນັກຮົບທີເຂົ້າຮ່ວມຊົມ. ຂ່າວຍັງໃຫ້ຮູ້ຕື້່ມອີກວ່າ: ກ່ອນໜ້ານີ້ວັນທີ 20 ຕຸລາ 2021 ຜ່ານມາ ຄະນະພັກ-ຄະນະບັນຊາພ້ອມດ້ວຍພະນັກງານຫຼັກແຫຼ່ງກອງພົນທີ 3 ກໍໄດ້ວາງພວງມາລາຢູ່ທີເດີນອານຸສາວະລີຂອງຕົນ ເນື່ອງໃນໂອກາດວັນສ້າງຕັ້ງກອງພົນທີ່ 3 ຕື່ມອີກ. ຂ່າວ:ທອງເລື່ອນ/ພາບ: ລີໂດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ