ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປາຖະກະຖາວັນສ້າງຕັ້ງເຫຼົ່າຮົບເຄມີສາດຄົບຮອບ 55 ປີ
ເວລາອອກຂ່າວ: 2021-10-26 15:52:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 652 | ຄວາມນິຍົມ:



ວັນທີ 26 ຕຸລາ 2021 ນີ້, ກອງພັນເຄມີ 15 ໄດ້ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 55 ປີ ( 26/10/1996-26/10/2021 ) ໂດຍການເປັນປະທານປາຖະກະຖາຂອງ ສະຫາຍ ພັນໂທ ແສງທອງ ແກ້ວມະນີ ຫົວໜ້າການເມືອງກອງພັນເຄມີ 15, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ. ສະຫາຍ ພັນໂທ ແສງທອງ ແກ້ວມະນີ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອຂອງເຫຼົ່າຮົບເຄມີສາດ ຍາດມາໄດ້ບໍ່ວ່າຈະເປັນການສູ້ຮົບ, ການເຕີບໃຫຍ່ຂະຫຍາຍຕົວນັບແຕ່ວັນສ້າງຕັ້ງກໍ່ຄືແຕ່ອາດີດຈົນຮອດປະຈຸບັນ. ເຊິ່ງຫ້ອງການເມືອງ ແລະ ຫ້ອງເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ ໄດ້ປະກາດການຈັດຕັ້ງ ແລະ ສ້າງຕັ້ງເຫຼົ່າລົບເຄມີສາດຂື້ນຢ່າງເປັນທາງການໃນວັນທີ 26/7/1966 ( ຍ້ອນວັນທີ26/07/1966 ຕົກ ຢູ່ໃນໄລຍະລະດູຝົນ, ການຈັດພິທີການສະຫຼອງວັນສ້າງຕັ້ງຢູ່ກາງແຈ້ງພົບຄວາມຫຍຸ້ງຍາກຈຶ່ງໄດ້ປ່ຽນເອົາ ວັນທີ 26/10/1966 ມາເປັນວັນສ້າງຕັ້ງເຫຼົ່າລົບເຄມີສາດ ). ການປາຖະກະຖາໃນຄັ້ງນີ້, ກໍເພື່ອເປັນການສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ສະມາຊິກພັກໄດ້ຮົບຮູ້ມູນເຊື້ອຕົນກຳເນີດ ແລະ ການເຕິບໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບເຄມີສາດຕະຫຼອດໄລຍະ 55 ປີຜ່ານມາ ເພື່ອພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍມູນເຊື້ອດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີການເມືອງຂອງຕົນໃຫ້ເກີດດອກອອກຜົນດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ