ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍທະຫານແຂວງ ອັດຕະປື ໄດ້ຮັບເຄື່ອງຊ່ວຍເຫຼືອປ້ອງກັນໂຄວິດ
ເວລາອອກຂ່າວ: 2021-10-26 15:20:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 677 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ໂຮງໝໍທະຫານແຂວງອັດຕະປືໄດ້ຮັບເຄື່ອງຊ່ວຍເຫຼືອ ຈາກສະຫາຍ ພົນຈັດຕະວາ ແກ່ນຈັນນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງປ້ອງກັນປະເທດ ທີ່ໄດ້ຝາກ ເຄື່ອງຊ່ວຍເຫຼືອປ້ອງກັນໂຄວິດ 19 ຈຳນວນໜື່ງ ໃຫ້ແກ່ກອງບັນຊາການທະຫານແຂວງມອບຕໍ່ໃຫ້ແກ່ໂຮງໝໍ ທະຫານແຂວງ ອັດຕະປື. ເຄື່ອງດັ່ງກ່າວ ມີເຈວ ລ້າງມື, ແວ່ນຕາຢາງ, ຜ້າອັດປາກ ແລະ ເຂົ້າສານອີກຈຳນວນໜື່ງ ຕາງໜ້າກອງບັນຊາການກ່າວມອບໂດຍ ສະຫາຍ ພັນໂທ ແສງແກ້ວ ມະນີລັດ ຮອງຫົວໜ້າພະແນກເສນາຮັກທະຫານແຂວງ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ທອງມະນີ ພົມມະວິຫານ ອຳນວຍການໂຮງໝໍທະຫານແຂວງ ພ້ອມຄະນະ. ໂອກາດດຽວກັນນີ້ ຕາງໜ້າຄະນະພັກກອງບັນຊາການທະຫານແຂວງກໍໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ພົນຈັດຕະວາ ແກ່ນສີ ນັນທະລັງສີ ທີ່ໃຫ້ການອຸປະຖຳຊ່ວຍເຫຼືອໃນຄັ້ງນີ້, ພ້ອມໃຫ້ສັນຍາວ່າ ພາຍໄຕ້ການຊີ້ນຳຂອງຄະນະພັກກອງບັນຊາການ, ຄະນະສະເພາະ ກິດຂັ້ນແຂວງ, ຫ້ອງພະລາທິການ ພະແນກເສນຮັກ ແລະ ໂຮງໝໍທະຫານແຂວງ ພ້ອມແລ້ວທີ່ທຸ້ມເທ ທັງແຮງກາຍ ແຮງໃຈ ແລະ ຄວາມຮູ້ຄວາມສາມາດ ເພື່ອປະຕິບັດໃຫ້ສຳເລັດໜ້າທີ່ໃນການປ້ອງກັນ - ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ 19 ໃຫ້ສຳເລັດຜົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ