ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະບານ ສສ ຫວຽດນາມ ມອບເງິນ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ ເພື່ອຮັບມືກັບການລະບາດພະຍາດໂຄວິດ-19
ເວລາອອກຂ່າວ: 2021-10-26 13:16:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 374 | ຄວາມນິຍົມ:



ຂປລ. ຕອນແລງວັນທີ 25 ຕຸລາ 2021 ນີ້, ຢູ່ກະຊວງການຕ່າງປະເທດ ສສ ຫວຽດນາມ ໄດ້ມີພິທີມອບ-ຮັບເງິນສົດ ຈຳນວນ 2.150.000 ໂດລາສະຫະລັດ ແລະ ອຸ ປະກອນການແພດຈຳນວນໜຶ່ງ ລວມມູນຄ່າ 2.270.000 ໂດລາສະຫະລັດ ຈາກລັດຖະ ບານຫວຽດນາມ ມອບໃຫ້ແກ່ລັດຖະບານລາວ, ເຊິ່ງຕາງໜ້າມອບໂດຍ ສະຫາຍ ຫງວຽນ ກວກ ຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ກ່າວຮັບໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ລັດຖະບານລາວ ໂດຍມີຄະນະນຳສະຖານທູດລາວ ທີ່ຮ່າໂນ້ຍ, ພ້ອມດ້ວຍພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ. ໃນພິທີ ສະຫາຍ ຫງວຽນ ກວກ ຢຸງ ໄດ້ຕາງໜ້າພັກ-ລັດຖະບານຫວຽດນາມ ສະແດງຄວາມເປັນຫວ່ງເປັນໃຍຕໍ່ການລະບາດພະຍາດໂຄວິດ-19 ຮອບໃໝ່ ຢູ່ ສປປ ລາວ, ເຊິ່ງເງິນ ແລະ ອຸປະກອນການແພດທີ່ນຳມາມອບໃນຄັ້ງນີ້ ຈະບໍ່ຫລາຍ ແຕ່ກໍເປັນການປະກອບສ່ວນດ້ວຍຄວາມຈິງໃຈ ເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນພະຍາດໂຄວິດ-19 ທີ່ກຳລັງລະບາດຢູ່ລາວໃນປັດຈຸບັນ, ຫວັງວ່າລັດຖະ ບານ ແລະ ປະຊາຊົນລາວ ຈະພ້ອມກັນຕ້ານ ແລະ ສະກັດກັ້ນເຊື້ອພະຍາດໂຄດວິດ-19 ໄດ້ ແລະ ຂໍໃຫ້ປະຊາຊົນລາວ ກັບມາໃຊ້ຊີວິດແບບປົກກະຕິ ໂດຍໄວ. ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ, ສະແດງຄວາມຂອບໃຈມາຍັງ ສະຫາຍ ຫງວຽນ ກວກ ຢຸງ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວຕະຫລອດມາ, ການຊ່ວຍເຫລືອຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງ ທີ່ເວລາໃດກໍໄດ້ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດມາ ໂດຍສະເພາະໃນເວລາທີ່ກໍາລັງພົບຄວາມຫຍຸ້ງ ຍາກ. ເຖິງວ່າ ຢູ່ ຫວຽດນາມ ກໍກຳລັງພົບຄວາມຫຍຸ້ງຍາກ ເນື່ອງຈາກປະເຊີນໜ້າກັບການລະບາດຂອງເຊື້ອພະຍາດໂຄວິດ-19 ຮອບທີ 4 ໃນຂອບເຂດທົ່ວປະເທດ, ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດປະຊາຊົນ ເປັນຈຳນວນຫລວງຫລາຍ, ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນຫວຽດນາມ ອ້າຍນ້ອງ ກໍຄື ເສດຖະກິດຢ່າງມະຫາສານ. ແຕ່ເຖິງຢ່າງໃດກໍຕາມ ພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍຍັງສະແດງຄວາມເປັນຫ່ວງເປັນໄຍ ແລະ ບິແບ່ງວັດຖຸ ເງິນຄຳ ໄປຊ່ວຍເຫລືອພັກ, ລັດ ແລະ ປະຊາຊົນລາວຕະຫລອດມາ. ພ້ອມນີ້, ສະຫາຍເອກອັກຄະລັດຖະທູດ ຍັງໄດ້ຢືນຢັນວ່າ ການຊ່ວຍເຫລືອອັນລໍ້າຄ່າຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນໃຫ້ແກ່ ສປປ ລາວ ໃນການຮັບມື ແລະ ຜ່ານຜ່າ ຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່າ ກັບຄືນສະພາບປົກກະຕິໂດຍໄວ. ຂ່າວ-ພາບ: ໂອລຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ