ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ (ແບບທາງໄກ)
ເວລາອອກຂ່າວ: 2021-10-26 12:26:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 390 | ຄວາມນິຍົມ:



ວັນທີ 26 ຕຸລາ 2021,ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແບບທາງໄກ ໂດຍການເປັນປະທານຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ໃນຖານະປະທານອາຊຽນ ປີ 2021 ພາຍໃຕ້ຄໍາຂວັນ “ພວກເຮົາຫ່ວງໄຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນ”. ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ຜູ້ນໍາອາຊຽນ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າໃນການສ້າງປະຊາຄົມອາຊຽນ ເຊິ່ງໄດ້ຮັບໝາກຜົນທີ່ສໍາຄັນໃນຫຼາຍດ້ານໃນທ່າມກາງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນ: ການສໍາເລັດການກະກຽມໃນເບື້ອງຕົ້ນ ເພື່ອເລີ່ມຂະບວນການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ການສ້າງຕັ້ງບັນດາສູນສາທາລະນະສຸກ ແລະ ກອງທຶນຕອບໂຕ້ພະຍາດໂຄວິດ-19 ກໍຄືພາວະສຸກເສີນ ແລະ ໄພພິບັດທາງທໍາມະຊາດຕ່າງໆ, ການຮັດແໜ້ນການຮ່ວມມືເພື່ອຟື້ນຟູການເຊື່ອມຈອດ, ການສະໜອງແບບຕ່ອງໂສ້ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນພາຍໃນພາກພື້ນ ໂດຍຜ່ານແຜນງານຟື້ນຟູອາຊຽນຮອບດ້ານ, ການສ້າງຂອບການຮ່ວມມືສໍາລັບການເດີນທາງພາຍໃນອາຊຽນ ແລະ ອື່ນໆ. ໃນກອງປະຊຸມ, ບັນດາຜູ້ນໍາ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບການຮັບມືກັບພະຍາດລະບາດ ໂຄວິດ-19, ເຊິ່ງ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆເພື່ອຮັບມືກັບພະຍາດໂຄວິດ-19 ເປັນຕົ້ນແມ່ນ ອຸປະກອນການແພດ, ຢາວັກຊີນ ແລະ ການຊ່ວຍເຫຼືອດ້ານວິຊາການ ແລະ ດ້ານອື່ນໆ. ພ້ອມກັນນີ້, ກໍໄດ້ສະເໜີໃຫ້ປະເທດສະມາຊິກອາຊຽນ ສືບຕໍ່ຮັດແໜ້ນການຮ່ວມມືກັນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ລວມທັງການສ້າງຄວາມເຂັ້ມແຂງໃຫ້ຂະແໜງການສາທາລະນະສຸກ ແລະ ການສະໜອງວັກຊີນໃຫ້ພຽງພໍກັບຄວາມຕ້ອງການຂອງແຕ່ລະປະເທດສະມາຊິກ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ກອງປະຊຸມຊາບການປະກອບສ່ວນຂອງ ສປປ ລາວ ຈຳນວນໜຶ່ງແສນ ໂດລາສະຫະລັດ ເຂົ້າໃນກອງທຶນອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ແລະ ຫ້າສິບພັນໂດລາສະຫະລັດ ຜ່ານສູນປະສານງານການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ໄພພິບັດອາຊຽນ (ສູນ AHA) ເພື່ອປະກອບສ່ວນເຂົ້າໃນການລະດົມທຶນ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ ມຽນມາ. ໃນຕອນທ້າຍ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ໄດ້ຮັບຮອງເອົາເອກະສານທີ່ສຳຄັນຫຼາຍສະບັບ ເປັນຕົ້ນແມ່ນ: ຖະແຫຼງການ ບັນດາ ເສຣິ ເບກາວັນ ວ່າດ້ວຍ ການຈັດຕັ້ງປະຕິບັດຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພພິບັດ ແລະ ພາວະສຸກເສີນ, ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ, ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍ ການຮ່ວມມືເສດຖະກິດສີຟ້າ ແລະ ເອກະສານທີ່ສຳຄັນອື່ນໆອີກຈໍານວນໜຶ່ງ. ພາຍຫຼັງສໍາເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍໄດ້ສືບຕໍ່ນໍາພາຄະນະ ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 39, ເຊິ່ງກອງປະຊຸມໄດ້ທົບທວນຄືນການຮ່ວມມື ລະຫວ່າງອາຊຽນ ກັບບັນດາປະເທດຄູ່ເຈລະຈາ, ໃນນັ້ນບັນດາຜູ້ນໍາອາຊຽນ ໄດ້ຕີລາສູງຕໍ່ບົດບາດສໍາຄັນຂອງອາຊຽນໃນເວທີພາກພື້ນ ແລະ ສາກົນ ແລະ ສືບຕໍ່ໄດ້ຮັບຄວາມສົນໃຈຈາກບັນດາປະເທດນອກພາກພື້ນ ເຊິ່ງເຫັນໄດ້ຈາກການສະເໜີເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (ທີເອຊີ), ການສະໝັກເປັນປະເທດຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມມືໃນລະດັບຕ່າງໆຂອງບັນດາປະເທດນອກພາກພື້ນ ທີ່ມີແນວໂນ້ມເພີ່ມຂຶ້ນ. ບົນຈິດໃຈນີ້, ທ່ານນາຍົກລັດຖະມົນຕີີ ພັນຄຳ ວິພາວັນ ໄດ້ເນັ້ນໜັກໃຫ້ອາຊຽນ ເຊີດຊູຄັນທຸງຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກ ເພື່ອເຮັດໃຫ້ອາຊຽນເປັນປະຊາຄົມທີ່ເຂັ້ມແຂງ, ຍືນຍົງ ແລະ ເປັນສ່ວນໜຶ່ງທີ່ສຳຄັນຂອງການສົ່ງເສີມສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາຂອງໂລກ. ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 39 ນີ້, ບັນດາຜູ້ນຳອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບ ບັນຫາທີ່ພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ, ລວມທັງ ບັນຫາການກໍ່ການຮ້າຍ, ໄພພິບັດທາງທໍາມະຊາດ, ການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ. ໃນຕອນບ່າຍຂອງວັນດຽວກັນ, ພະນະທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນກັບຄູ່ເຈລະຈາ ເປັນຕົ້ນ ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 22, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 24 ແລະ ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 9: 1. ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 22: (ໂດຍການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ພະນະທ່ານ ມູນ ແຈອິນ, ປະທານາທິບໍດີ ແຫ່ງ ສ.ເກົາຫຼີ) ກອງປະຊຸມ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ ອາຊຽນ-ສ.ເກົາຫຼີ ໄລຍະ 2021-2025, ກໍຄື ຄວາມພະຍາຍາມຮ່ວມກັນໃນການປ້ອງກັນ, ຮັບມື ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19, ສ.ເກົາຫຼີ ໄດ້ເຫັນດີຈະສືບຕໍ່ສະໜັບສະໜູນ ອາຊຽນ ໃນການຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວຮອບໃໝ່ໃນພາກພື້ນ. ກອງປະຊຸມ ໄດ້ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນບາງຂົງເຂດບູລິມະສິດ ເຊັ່ນ: ຂົງເຂດສາທາລະນະສຸກ, ການສຶກສາ, ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ, ການພັດທະນາແບບຍືນຍົງ, ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ພ້ອມກັນນີ້, ກອງປະຊຸມຍັງໄດ້ເນັ້ນໜັກເຖິງຄວາມສຳຄັນໃນການສືບຕໍ່ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ໂດຍຜ່ານ ກິດຈະກຳຂອງສູນອາຊຽນ-ສ.ເກົາຫຼີ ແລະ ເສີມຂະຫຍາຍການຮ່ວມມືໃນຂົງເຂດວັດທະນະທຳ ໂດຍຜ່ານສູນວັດທະນະທຳອາຊຽນ ຢູ່ແຂວງ ປູຊານ, ສ.ເກົາຫຼີ. 2. ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 24: (ໂດຍການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ພະນະທ່ານ ຫຼີ ເຄີ້ສຽງ, ນາຍົກລັດຖະມົນຕີ ສປ. ຈີນ) ກອງປະຊຸມ ໄດ້ຕີລາສູງຕໍ່ໝາກຜົນການຮ່ວມມື ອາຊຽນ-ຈີນ ໃນໄລຍະຜ່ານມາ ໂດຍຜ່ານການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 23 ແລະ ແຜນປະຕິບັດງານການຮ່ວມມື ອາຊຽນ-ຈີນ ໄລຍະ 2021-2025. ຜູ້ນຳອາຊຽນ ໄດ້ສະແດງຄວາມຍິນດີຕໍ່ການຊ່ວຍເຫຼືອຂອງ ສປ. ຈີນ ຕໍ່ອາຊຽນ ໃນການຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ການສະໜັບສະໜູນອາຊຽນ ເພື່ອສ້າງສູນຜະລິດ ແລະ ແຈກຢາຍວັກຊີນ ໃນພາກພື້ນ. ກອງປະຊຸມ ເຫັນດີ ສືບຕໍ່ໍຊຸກຍູ້ການສ້າງສາຍພົວພັນຍຸດທະສາດຮອບດ້ານ ອາຊຽນ-ຈີນ ເພື່ອເປັນຂີດໝາຍການສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ ໃນປີ 2021 ແລະ ຈະສືບຕໍ່ຮ່ວມມືກັນ ໃນບາງຂະແໜງການບູລິມະສິດ ຄື: ການຮ່ວມມືດ້ານສາທາລະນະສຸກ ໂດຍຜ່ານ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີ ໃນການຄົ້ນຄວ້າ-ພັດທະນາ ຢາວັກຊີນຕ້ານພະຍາດໂຄວິດ-19 ແລະ ການສະໜອງຢາວັກຊີນດັ່ງກ່າວ ຜ່ານບ້ວງສອງຝ່າຍ ແລະ ຫຼາຍຝ່າຍ ຫຼື ໂຄແວັກ (COVAX); ການຟື້ນຟູເສດຖະກິດຮອບດ້ານຫຼັງໂຄວິດ-19; ການສືບຕໍ່ຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 (MPAC 2025); ການຈັດຕັ້ງປະຕິບັດແຜນປະຕິບັດງານການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025); ແລະ ການສົ່ງເສີມການຮ່ວມມືອະນຸພາກພື້ນ ໂດຍສະເພາະ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ. ກອງປະຊຸມ ໄດ້ເນັ້ນຄວາມສຳຄັນຂອງການພັດທະນາແບບຍືນຍົງ ແລະ ເຫັນດີສືບຕໍ່ກຳນົດເອົາປີ 2022 ເປັນປີແຫ່ງການຮ່ວມມືດ້ານການພັດທະນາ ອາຊຽນ-ຈີນ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫຼງການ ເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງ ອາຊຽນ ແລະ ຈີນ ໃນຕໍ່ໜ້າຄື: (I) ຖະແຫຼງການຮ່ວມ ວ່າດ້ວຍ ການຮ່ວມມືເພື່ອສົ່ງເສີມແຜນຟື້ນຟູຮອບດ້ານອາຊຽນ ແລະ (II) ຖະແຫຼງການຮ່ວມ ວ່າດ້ວຍ ການຮັດແໜ້ນການຮ່ວມມືການພັດທະນາແບບສີຂຽວ ແລະ ຍືນຍົງ. 3. ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ຄັ້ງທີ 9: (ໂດຍການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ພະນະທ່ານ ໂຈໄບເດັນ, ປະທານາທິບໍດີ ແຫ່ງ ສະຫະລັດ) ກອງປະຊຸມ ໄດ້ຕີລາຄາສູງ ຕໍ່ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ສະຫະລັດ ໃນທ້າຍປີ 2020 ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ສະຫະລັດ ໄລຍະ 2021-2025 ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມື ອາຊຽນ-ສະຫະລັດ ໃນອະນາຄົດ, ກອງປະຊຸມ ໄດ້ເຫັນດີຮັບຮອງເອົາຖະແຫຼງການອາຊຽນ-ສະຫະລັດ ວ່າດ້ວຍ ການພັດທະນາດິຈິຕອນ ແລະ ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນບາງຂະແໜງບູລິມະສິດ ເປັນຕົ້ນ: 1. ຂະແໜງສາທາລະນະສຸກ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີໃນການປ້ອງກັນ, ຮັບມື ແລະ ແກ້ໄຂ ການແຜ່ລະບາດພະຍາດໂຄວິດ-19 ລວມທັງ ການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜະລິດຢາປົວພະຍາດ ກໍຄື ຢາວັກຊີນຕ້ານໂຄວິດ-19 ແລະ ການຮັບປະກັນໃນການເຂົ້າເຖິງຢາວັກຊີນຢ່າງເທົ່າທຽມກັນ; 2. ການຟື້ນຟູເສດຖະກິດ ຫຼັງໂຄວິດ-19; 3. ການຫັນໄປສູ່ເສດຖະກິດດິຈີຕອນ; 4. ການເຊື່ອມຈອດອາຊຽນ; 5. ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ ດ້ວຍການຈັດຕັ້ງປະຕິບັດ ແຜນປະຕິບັດງານໄອເອໄອ ສະບັບທີ 4 (2021-2025); ແລະ 6. ການພັດທະນາແບບຍືນຍົງ ລວມທັງ ແຜນງານໂຄງການພາຍໃຕ້ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ