ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສາມັນຄົບຄະນະຄັ້ງທີ III ສະໄໝ V ຂອງອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2021-10-26 12:11:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 374 | ຄວາມນິຍົມ:



ວັນທີ 21 ຕຸລາ 2021 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ດໍາເນີນກອງປະຊຸມສາມັນຄົບຄະນະຄັ້ງທີ III ສະໄໝ V ຂອງອົງຄະນະພັກກອງບັນຊາການທະຫານແຂວງຂຶ້ນ, ໂດຍພການເປັນປະທານ ແລະ ຊີ້ນໍາກອງປະຊຸມຂອງ ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະກໍາມະການ ປກຊ-ປກສ ແຂວງ, ຄະນະພັກກອງບັນຊາການທະຫານແຂວງ, ພະແນກການທີ່ກ່ຽວຂ້ອງ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ພັນເອກ ຊຽງເພັງ ບົວລະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຜ່ານຮ່າງບົດຕີລາຄາການຊີ້ນໍາວຽກງານຮອບດ້ານຂອງຄະນະພັກກອງບັນຊາການທະຫານແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກໃນ 6 ເດືອນທ້າຍປີ 2021 ເຊິ່ງໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ສະມາຊິກພັກ, ນາຍ ແລະ ພົນທະຫານ ໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ໜ້າທີ່ປ້ອງກັນຊາດ ໄປຄຽງຄູ່ກັບການປັບປຸງກໍ່ສ້າງກໍາລັງປະກອບອາວຸດໃນທົ່ວທະຫານແຂວງໃຫ້ມີຄວາມເຂັ້ມແຂງ, ມີລະບຽບວິໄນເຂັ້ມງວດ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃຫ້ນາຍ ແລະ ພົນທະຫານ ດ້ານສິນລະປະຍຸດ-ຍຸດທະວິທີ ພ້ອມກັນປະຕິບັດໜ້າທີ່ການເມືອງໃຫ້ສໍາເລັດ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພໂດຍພື້ນຖານ. ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານຕາມ 5 ຫຼັກການ 3 ທິດນໍາຂອງພັກ ເປັນຕົ້ນແມ່ນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການສ້າງກົມກອງ 3 ປອດ. ປີ 2020 ຜ່ານມາມີໜ່ວຍພັກໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 42 ໜ່ວຍ, ໜ່ວຍພັກກາງ 4 ໜ່ວຍ, ສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 798 ສະຫາຍ. ພ້ອມທັງ ຫັນເອົາພະນັກງານລົງກໍ່ສ້າງຮາກຖານເມືອງຕິດພັນກັບວຽກງານ 3 ສ້າງ, ຮັບປະກັນການພັດທະນາຊົນນະບົດຮອບດ້ານບັນລຸຕາມ 4 ເນື້ອໃນ, 4 ຄາດໝາຍ, 4 ບຸກທະລຸຂອງພັກ ໂດຍການປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອເຮັດໃຫ້ຮາກຖານທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງປ້ອງກັນຊາດ ເປັນໜ້າທີ່ຂອງທົ່ວປວງຊົນຮອບດ້ານ. ຄຽງຄູ່ກັບການຮ່ວມມືກັນປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ 19. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ກໍໄດ້ໂອ້ລົມຕໍ່ບັນດາສະຫາຍຄະນະພັກ-ຄະນະບັນຊາ ແລະ ຜູ້ແທນກອງປະຊຸມຫຼາຍບັນຫາທີ່ສຳຄັນ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະສະຫາຍເປັນເຈົ້າການກໍາແໜ້ນຕໍ່ໜ້າທີ່ຄວາມຮັບຜິດຊອບ ໃນການຊີ້ນໍາ-ນໍາພາ, ເຮັດໃຫ້ສະພາບມີຄວາມສະຫງົບ, ມີຄວາມສາມັກຄີເອກະພາບທຸກໜ້າທີ່ວຽກງານປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງ ໃນການປະຕິບັດໜ້າທີ່ວິຊາສະເພາະ, ຕ້ອງໄດ້ໃກ້ສິດຕິດແທດກົມກອງທີ່ຕົນຊີ້ນໍາ ປັບປຸງແບບແຜນວິທີການເຮັດວຽກໃຫ້ຖືກຕ້ອງ, ສອດຄ່ອງ, ຖືເອົາວຽກງານກວດກາສອດຫ້ອຍເຂົ້າໃນທຸກວຽກງານ ເພື່ອປ້ອງກັນພັກ-ປ້ອງກັນພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນດີຂຶ້ນກວ່າເກົ່າ. ຂ່າວ, ພາບ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ