ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ
ເວລາອອກຂ່າວ: 2021-10-25 14:43:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 341 | ຄວາມນິຍົມ:



ອີງຕາມກົດຫມາຍວ່າດ້ວຍສະພາແຫ່ງຊາດ ສະບັບປັບປຸງ ປີ 2020 ມາດຕາ 59 ກ່ຽວກັບການດໍາເນີນກອງປະຊຸມສະໄຫມສາມັນປະຈໍາປີ ຂອງສະພາແຫ່ງຊາດ ແລະ ອີງຕາມມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ເລກທີ 246/ຄປຈ, ລົງວັນທີ 21 ຕຸລາ 2021 ວ່າດ້ວຍການດໍາເນີນ ກອງປະຊຸມສະໄຫມສາມັນເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ IX. ຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີ ແລະ ຂໍຖືເປັນກຽດແຈ້ງມາຍັງອົງການຈັດຕັ້ງພັກ, ລັດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຊາບວ່າ: ກອງປະຊຸມສະໄຫມສາມັນເທື່ອທີ 02 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງຈະຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 01-26 ພະຈິກ 2021. ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ເຂົ້າໃຈຕາມນີ້ດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ