ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຕ້ອນຮັບການເຂົ້າຢ້ຽມຄຳນັບ ທີ່ປຶກສາທູດຝ່າຍປ້ອງກັນຊາດ ຂອງ ສ ເກົາຫຼີ ແລະ ສະຫາລັດອາເມລິກາ
ເວລາອອກຂ່າວ: 2021-10-25 14:39:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 403 | ຄວາມນິຍົມ:



ວັນທີ 25 ຕຸລາ 2021 ນີ້, ທ່ານພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພັນເອກ ຫວາງ ອິນ ຈູ ທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສ ເກົາຫຼີ ຄົນໃໝ່ ແລະ ພັນໂທ ໂຈຊົວ ໂລລິເກຼດ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສະຫາລັດອາເມຣິກາ ຄົນໃໝ່ ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວນີ້ ທ່ານພົນຈັດຕະວາ ແກ່ນຈັນ ນັນທະລັງສີ ສະແດງຄວາມຕ້ອນຮັບທີ່ປຶກສາທູດຝ່າຍປ້ອງກັນຊາດ ທັງສອງປະເທດ ຢ່າງອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ທ່ານທີ່ປຶກສາທູດຝ່າຍທະຫານ ທັງສອງປະເທດ ທີ່ຈະໄດ້ມາ ປະຈຳຢູ່ ສປປ ລາວ ແລະ ການມາປະຕິບັດໜ້າໃນຄັ້ງນີ້ ເປັນອີກບາດກ່າວໜຶ່ງຂອງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ສປປ ລາວ-ສ ເກົາຫຼີ ແລະ ກະຊວງປ້ອງກັນປະເທດ ສປປ ລາວ-ສະຫາລັດອາເມລິກາ ທີ່ໄດ້ມີການພົວພັນອັນດີງາມຮ່ວມກັນມາແຕ່ດົນນານ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງເຊື່ອໝັ້ນວ່າໃນຕໍ່ໜ້າ ການຮ່ວມມືດ້ານວຽກງານປ້ອງກັນຊາດ ແລະ ການແລກປ່ຽນບົດຮຽນຮ່ວມກັນລະຫວ່າງສອງປະເທດ ຈະໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ມີໝາກຜົນທີ່ດີຍິ່ງໆຂຶ້ນເປັນຕົ້ນໃຫ້ການຊ່ວຍເຫຼື່ອຕ້ານໄພພິບັດທຳມະຊາດ ແລະ ດ້ານອື່ນໆຕື່ມອີກ. ໃນໂອກາດດຽວກັນ, ທ່ານທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ເກົາຫລີ ແລະ ສະຫາລັດອາເມລິກາ ກໍໄດ້ສະແດງຄວາມຂອບໃຈຕໍ່ ຫົວໜ້າກົມພົວພັນຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນວ່າ ຈະສຸມທຸກຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ດີຕໍ່ກັນລະ ຫວ່າງສອງຊາດ ໃຫ້ໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ