ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະກອງບັນຊາການທະຫານແຂວງຈຳປາສັກ ລົງຢຽ້ມຢາມ ກອງຮ້ອຍທະຫານຊາຍແດນ
ເວລາອອກຂ່າວ: 2021-10-25 14:34:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 525 | ຄວາມນິຍົມ:



ໃນວັນທີ 22-23 ຕຸລາ 2021 ນີ້, ສະຫາຍ ພົນຈັດຕະວາ ສຸໄກ ພີມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼຶອໃຫ້ແກ່ກອງຮ້ອຍທະຫານຊາຍແດນ ທີ່ຂື້ນກັບກອງບັນຊາການທະຫານແຂວງຈຳປາສັກ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປົວພະຍາດຈຳນວນໜື່ງ ກ່າວຮັບເຄື່ອງດັ່ງກ່າວໂດຍ: ສະຫາຍ ພັນໂທ ຄູສອນ ອິສະລະພາບ ຫົວໜ້າການທະຫານກອງຮ້ອຍຊາຍແດນ 575 ແລະ ສະຫາຍ ພັນຕີ ສຸລິຍັນ ຄູນຄຳຕັນ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 527 ທະຫານແຂວງຈຳປາສັກ ໂອກາດນີ້ ສະຫາຍ ພັນໂທ ຄູສອນ ອິສະລະພາບ ໄດ້ຕາງໜ້າກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ສະຫາຍຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ ພ້ອມຄະນະ ເຊີ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍ ແລະ ເຫັນໄດ້ຄວາມໝາຍ ຄວາມສຳຄັນຕໍ່ນາຍ ແລະ ພົນທະຫານ ທີ່ປະຕິບັດໜ້າທີ່ວຽກງານຕາມບໍລິເວນຊາຍແດນ ແລະ ຍັງໃດ້ກ່າວຕື່ມອີກວ່າ: ຈະນຳເອົາເຄື່ອງດັ່ງກ່າວໄປມອບໃຫ້ອ້າຍນ້ອງແຕ່ລະຈຸດແຕ່ລະປອ້ມໃຫ້ທົ່ວເຖີງ ແລະ ໝູນໃຊ້ໃຫ້ເກິດປະໂຫຍດຢ່າງສູງ. ເຊີ່ງເຄື່ອງຊ່ວຍເຫຼຶອຈຳນວນດັ່ງກ່າວແມ່ນໄດ້ມາຈາກການຊ່ວຍເຫຼຶອຂອງກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມ ນຳມາມອບໃຫ້ໃນກາງເດືອນຕຸລາ 2021ນີ້. ຂ່າວພາບ: ສົມພອນ ພົງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ