ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານນະຄອນຫຼວງວຽງຈັນມອບເງິນອຸດໜູນບໍານານໃຫ້ພະນັກງານ
ເວລາອອກຂ່າວ: 2021-10-23 13:32:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 381 | ຄວາມນິຍົມ:



ວັນທີ 21 ຕຸລາ 2021 ນີ້,ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບເງິນຊົດເຊີຍອຸດໜູນບຳນານ ໃຫ້ແກ່ພະນັກງານພາຍໃນກົມກອງຂອງຕົນ ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນ ຫຼວງວຽງຈັນ,ມີຄະນະພັກ-ຄະນະບັນຊາຈາກອົງການ 05 ຫ້ອງ,ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍ ພະນັກງານທີ່ໄດ້ບໍານານເຂົ້າຮ່ວມ.     ພັນໂທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນປະເທດສະບັບເລກທີ 3474/ກປທ ລົງວັນທີ 6 ສິງຫາ 2021 ວ່າດ້ວຍການ ປະຕິບັດເງິນເດືອນບຳນານ ໃຫ້ນາຍທະຫານຂັ້ນສູງ, ອີງຕາມກົດໝາຍວ່າດ້ວຍປະກັນສັງຄົມ ສະບັບເລກທີ 54/ສພຊ ລົງວັນທີ 27.06. 2018,ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ ) ເລກທີ 43/ສພຊ ລົງວັນທີ 14.06.2018 ໝວດທີ 01 ມາດຕາ 33 ແລະ 34 ແລະ ອີງຕາມການຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງກອງທັບ ດັ່ງນັ້ນກະຊວງປ້ອງກັນປະເທດຈຶ່ງໄດ້ຕົກລົງເຫັນດີອະນຸມັດໃຫ້ພະນັກງານ ທີ່ປະຈຳຢູ່ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ຈຳນວນ 10 ສະຫາຍ ພັກການຮັບເງິນອຸດໜູນບໍານານ ນັບແຕ່ງວດ 04 ປີ 2021 ເປັນຕົ້ນໄປ. ໂອກາດນີ້, ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນ ຫຼວງວຽງຈັນ ກໍ່ໄດ້ມອບກະຕ່າຂອງຂັວນ ແລະ ເງິນຊົດເຊີຍອຸດໜູນບຳນານ ພ້ອມນີ້ສະຫາຍຍັງໄດ້ຕີລາຄາສູງຕໍ່ຜົນງານໃນການປະກອບສ່ວນອັນສຳຄັນຂອງບັນດາພະນັກງານ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນ ຕົ້ນແມ່ນການປະກອບສ່ວນໃນໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໄດ້ພ້ອມກັນສຸມໃສ່ໃນການປົກປັກຮັກສາປະເທດຊາດ ຢ່າງຕັ້ງໜ້າດ້ວຍຜົນສຳເລັດ ແລະ ມີຄວາມສະຫງົບປອດໄພເລື້ອຍໆມາ. ພ້ອມຍັງໄດ້ເນັ້ນໜັກຕື່ມອີກວ່າ: ເມື່ອບັນດາສະຫາຍໄດ້ຮັບນະໂຍບາຍພັກການບຳນານຈາກຂັ້ນເທິງແລ້ວ ກໍ່ຕ້ອງໄດ້ພ້ອມກັນເປັນແບບຢ່າງອັນທີ່ດີໃຫ້ແກ່ພະນັກງານ-ນັກຮົບ ຮຸ່ນສືບທອດ ເພື່ອເຮັດໃຫ້ເຂົາເຈົ້າກາຍເປັນຜູ້ທີ່ມີຜົນງານ ໃນການປະກອບເຮັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍຜົນສຳເລັດອັນສູງສົ່ງ,ພ້ອມສືບຕໍ່ເປັນເຈົ້າການໃນການປະກອບສ່ວນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານທີ່ຕົນຢູ່ໃນປັດຈຸບັນໃຫ້ມີຜົນສຳເລັດເປັນກ້າວໆ. ຂ່າວພາບໂດຍ: ສຸລິຍາ ນັກຂ່າວ ນວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ