ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຊຸກຍູ້ ແລະ ກວດກາປັບປຸງບັນດາປ້ອມຢູ່ພູເບ້ຍ
ເວລາອອກຂ່າວ: 2021-10-23 09:58:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 633 | ຄວາມນິຍົມ:



ໃນວັນທີ 19 ຕຸລາ 2021 ນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮັກສາການຫົວໜ້າກົມໃຫຍ່ເສນາກອງທັບ ພ້ອມດ້ວຍຄະນະ ໄດ້ລົງຊີ້ນໍາ ແລະ ການປັບປຸງທີ່ຢູ່ອາໃສຂອງອ້າຍນ້ອງແຕ່ລະປ້ອມ ໂດຍການຕ້ອນຮັບຂອງສະຫາຍ ພັນໂທ ສີພອນ ກອງພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 101 ພ້ອມດ້ວຍພະນັກງານ - ນັກຮົບ.    ຈຸດປະສົງໃນການລົງມາໃນຄັ້ງນີ້ ເພື່ອຊຸກຍູ້ ແລະ ຊີ້ນໍາປັບປຸງເບິ່ງສະພາບການເປັນຢູ່ຂອງອ້າຍນ້ອງແຕ່ລະປ້ອມ ທີ່ພວມເຮັດໜ້າທີ່ປ້ອງກັນຂອບເຂດພູເບ້ຍ ໃຫ້ມີຄວາມສະຫງົບແລະປອດໄພ ພ້ອມທັງໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກສະຫາຍ ຫົວໜ້າການທະຫານ ກອງພັນໃຫຍ່ 101 ກ່ຽວກັບສະພາບການຈັດຕັ້ງປະຕິບັດເຮັດໜ້າທີ່ຢູ່ໃນຂອບເຂດຮັບຜິດຊອບ ແມ່ນມີຄວາມປອດໄພໂດຍພື້ນຖານ      ໂອກາດນີ້ ,ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮັກສາການຫົວໜ້າກົມໃຫຍ່ເສນາກອງທັບ ພ້ອມດ້ວຍຄະນະ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ພ້ອມທັງເນັ້ນໜັກໃຫ້ ພະນັກງານ - ນັກຮົບ ທີ່ປະຕິບັດໜ້າທີ່ ຈົ່ງເອົາໃຈໃສ່ອົດທົນບຸກບືນຜ່ານຜ່າຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ເປັນຕົ້ນແມ່ນວຽກງານ ການເຄື່ອນໄຫວເຮັດໃຫ້ຂອບເຂດ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ 100% ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ຮັບປະກັນໃຫ້ແກ່ການເຮັດໜ້າທີ່ ໃນການກຽມພ້ອມສູ້ຮົບ ພ້ອມທັງນໍາເອົາເຄື່ອງບໍລິໂພກຈໍານວນໜຶ່ງ ມາມອບໃຫ້ພະນັກງານ - ນັກຮົບ ເພື່ອເປັນຂວັນແລະກໍາລັງໃຈ ໃນການປະຕິບັດໜ້າທີ່ຂອງຕົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ