ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມື້ນີ້ກວດພົບຜູ້ຕິດເຊືື້ອໃໝ່ 520 ຄົນ (ຕິດເຊື້ອພາຍໃນ ມີ 518 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ)
ເວລາອອກຂ່າວ: 2021-10-22 15:59:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 500 | ຄວາມນິຍົມ:



ວັນທີ 22 ຕຸລາ ປີ 2021 ນິ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໂດຍໄດ້ຮັບການມອບໝາຍ ຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ມາຮອດວັນທີ 21 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,580 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 520 ຄົນ (ຕິດເຊື້ອພາຍໃນ ມີ 518 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 518 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້: 1. ນະຄອນຫຼວງ 289 ຄົນ: ມາຈາກ 85 ບ້ານ, ໃນ 9 ເມືອງ • ເມືອງຈັນທະບູລີ ມີ 22 ຄົນ ຈາກ 9 ບ້ານ • ເມືອງສີໂຄດຕະບອງ ມີ 28 ຄົນຈາກ 14 ບ້ານ • ເມືອງໄຊເສດຖາ ມີ 51 ຄົນ ຈາກ 21 ບ້ານ • ເມືອງສີສັດຕະນາກ ມີ 99 ຄົນ ຈາກ 7 ບ້ານ • ເມືອງ ນາຊາຍທອງ ມີ 5 ຄົນ ຈາກ 5 ບ້ານ • ເມືອງໄຊທານີ ມີ 47 ຄົນ ຈາກ 17 ບ້ານ • ເມືອງຫາດຊາຍຟອງ ມີ 17 ຄົນ ຈາກ 10 ບ້ານ • ເມືອງ ສັງທອງ ມີ 3 ຄົນ ຈາກ 1 ບ້ານ • ເມືອງ ປາກງື່ມມີ 1 ຄົນ ຈາກ 1 ບ້ານ • ຍັງສືບຕໍ່ເອົາຂໍ້ມູນ 16 ຄົນ 2. ຫຼວງພະບາງ 54 ຄົນ • ນະຄອນຫຼວງພະບາງ 46 ຄົນ • ເມືອງງອຍ 4 ຄົນ • ເມືອງນ່ານ 2 ຄົນ • ເມືອງນ້ຳບາກ 1 ຄົນ • ເມືອງຊຽງເງິນ 1 ຄົນ 3. ຫຼວງນໍ້ທາ 47 ຄົນ • ເມືອງນໍ້າທາ, ມີ 43 ຄົນ ຈາກ 09 ບ້ານ, • ເມືອງສີງ, ມີ 1 ຄົນ • ເມືອງລອງ ມີ 1 ຄົນ • ເມືອງວຽງພູຄາ ມີ 1 ຄົນ • ຄົນຕ່າງແຂວງ (ແຂວງຊຽງຂວາງ, ເມືອງໜອກ, ບ້ານທົ່ງເປ ມີ 01 ຄົນ 4. ວຽງຈັນ 40 ຄົນ • ເມືອງແກ້ວອຸດົມ, ມີ 6 ບ້ານ, 8 ຄົນ • ເມືອງໜື່ນ, ມີ 02 ບ້ານ, 02 ຄົນ • ເມືອງວັງວຽງມີ 01 ຄົນ 5. ຄໍາມ່ວນ 28 ຄົນ • ເມືອງຄູນຄໍາ, ບ້ານຜາຊ້າງ 18 ຄົນ • ເມືອງທ່າແຂກ 12 ຄົນ ຈາກ 4 ບ້ານ 6. ສະຫວັນນະເຂດ 15 ຄົນ • ນະຄອນໄກສອນ ມີ 13 ຄົນ ຈາກ 3 ບ້ານ • ເມືອງຈໍາພອນ, ມີ 2 ຄົນຈາກ ບ້ານຫຼັກ35 7. ບໍ່ແກ້ວ 11 ຄົນ • ເມືອງຕົ້ນເຜີ້ງ, ມີ 04 ຄົນ ຈາກ 02 ບ້ານ • ເມືອງ ເມີງ, ມີ 03 ຄົນ ຈາກ 1 ບ້ານ • ເມືອງຫ້ວຍຊາຍ, ມີ 02 ຄົນ ຈາກ 02 ບ້ານ, • ເມືອງຕົ້ນເຜີ້ງ, ມີ 02 ຄົນ ຈາກ 02 ບ້ານ, 8. ບໍລິຄໍາໄຊ 11 ຄົນ • ເມືອງປາກຊັນ, ມີ 05 ບ້ານ, 10 ຄົນ • ເມືອງປາກກະດີງ, ມີ 01 ຄົນ 9. ຈໍາປາສັກ 8 ຄົນ • ນະຄອນປາກເຊ, ມີ 3 ຄົນ ຈາກ 3 ບ້ານ • ເມືອງບາຈຽງຈະເລີນສຸກ, ມີ 1 ຄົນ • ເມືອງໂພນທອງມີ 4 ຄົນ ຈາກ 2 ບ້ານ 10. ສາລະວັນ 7 ຄົນ • ເມືອງສາລະວັນ 3 ຄົນ ຈາກ 1 ບ້ານ • ເມືອງສະໜ້ວຍ, ມີ 4 ຄົນ ຈາກ 2 ບ້ານ 11. ໄຊສົມບູນ 4 ຄົນ ທັງໝົດແມ່ນມາຈາກ ເມືອງອະນຸວົງ, 12. ເຊກອງ 4 ຄົນ ຈາກເມືອງທ່າແຕງ ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້. ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ: ທັງສອງແມ່ນຈາກແຂວງ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ