ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວຕກ ເປີດກອງປະຊຸມຄົ້ນຄວ້າວກ່ຽວກັບວິໄສທັດ ການພັດທະນາໄລຍະ 10 ປີ.
ເວລາອອກຂ່າວ: 2021-10-22 15:48:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 372 | ຄວາມນິຍົມ:



ໃນຕອນເຊົ້າ ວັນທີ 20 ຕຸລານີ້ ວິທະຍາຄານເຕັກນິກການທະຫານໄດ້ເປີດກອງປະຊຸມ ຄົ້ນຄວ້າເອກະພາບ ກ່ຽວກັບວິໄສທັດ ພັດທະນາ ວຕກ ໄລຍະ 10 ປີ (2021-2030) ໂດຍ ພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາແສງຢືນ ລັດສະໜີ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານ ເຕັກນິກການທະຫານ ມີ ສະຫາຍ ພັນເອກ ສີສະໝອນ ໂນລະສິນ ຮອງເລຂາ ຄະນະພັກ ຫົວໜ້າການທະຫານ ພ້ອມດວ້ຍ ຄະນະພັກ-ຄະນະອຳນວຍການ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ໃນພິທີ ໄດ້ມີການການຄົ້ນຄວ້າປຶກສາຫາລືວາງແຜນການພັດທະນາ ຄາດກະໄລຍະຍາວຂອງ ວຕກ ໃຫ້ສອດຄ່ອງ ແທດເໝາະກັບພາລະໜ້າທີ່ ວິໄສທັດພັດທະນາຮອບດ້ານ ແຕ່ປີ 2021 ຫາ 2030 ເຊິ່ງໃນນັ້ນແຕ່ລະແຜນວຽກ ແລະ ເປົ້າໝາຍແມ່ນ ໃຫ້ແທດເໝາະກັບສະພາບຄວາມເປັນຈິງສະເພາະໜ້າ ແລະ ຍາວນານ ໂດຍແນ່ໃສ່ປັບປຸງ ໂຄງປະກອບການຈັດຕັ້ງ ແລະ ກົນໄກການບັນຊາ ຄຸ້ມຄອງ ຍົກລະດັບ ຊັບຊ້ອນ ບຸກຄະລາກອນ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງໜ້າທີ່ການເມືອງ ແລະ ແຜນພັດທະນາຂອງ ວຕກ ໃນແຕ່ລະໄລຍະ ກໍ່ສ້າງຫຼັກສູດອົບຮົມ ກຳລັງວິຊາສະເພາະ ຂອງຂະແໜງການ ເຫຼົ່າລົບເຕັກນິກຈຳນວນໜຶ່ງ ຕາມຄວາມຕ້ອງການຂອງກອງທັບ ໃນເງື່ອນໄຂຄວາມພ້ອມຕົວຈິງ ຍົກລະດັບປະສິດທິຜົນຂອງການຮຽນ-ການສອນ ໂດຍນຳໃຊ້ ເຕັກໂນໂລຢີ ສື່ ແລະ ອຸປະກອນເຄື່ອງມືທີ່ທັນສະໄໝ ເຂົ້າໃນການຮຽນການສອນ ເຝິກຫັດທົດລອງ ສ້າງສະພາບແວດລ້ອມ ແລະແຫຼ່ງການຮຽນຮູ້ ປັບປຸງວຽກງານ ພະລາທິການເຕັກນິກ ວຽກງານການພົວພັນການຕ່າງປະເທດ ແລະ ວຽກງານປີ່ນອ້ອມ ຂອງ ວຕກ ໃຫ້ມີບາດກ້າວຂະຫຍາຍຕົວ ໃນທິດທາງປັບປຸງກໍ່ສ້າງກົມກອງ ໃຫ້ມີລະບຽບແບບແຜນເຂັ້ມແຂງ ໜັກແໜ້າ ແລະ ຕິດພັນກັບ 4 ໜ້າທີ່ໃຫ່ຍ ແລ ະ 26 ແຜ່ນງານຂອງກະຊວງປ້ອງກັນປະເທດ ເພື່ອສ້າງໃຫ້ວິທະຍາຄານເຕັກນິກການທະຫານ ເປັນກົມກອງໜຶ່ງທີ່ໄດ້ເຫັນໜ້າເຂົ້າສູ່ລະບົບແບບແຜນທັນສະໄໝ ແລະ ພັດທະນາເຂົ້າສູ່ລະບົບມາຕະຖານ ດ້ານການສຶກສາແຫ່ງຊາດ ການຄຸ້ມຄອງບໍລິຫານ ສາມາດເຊື່ອມໂຍງກັບບັນດາປະເທດເພື່ອນມິດຍຸດທະສາດ ສາມາດຕອງສະໜອງນັກວິຊາການ ກໍ່ຄື ພະນັກງານນາຍທະຫານ ວິຊາ ສະເພາະເຕັກນິກ ທີ່ມີຄຸນນະພາບໃຫ້ແກ່ກອງທັບ ໃນການສ້າງກອງທັບໃໝ່ ແບບແຜນທີ່ທັນສະໄໝ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ