ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານການແພດກອງທັບ ເຂົ້າຊົມຫໍພິພິທະພັນປະຫວັດສາດກອງທັບເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-10 10:23:27 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໃນວັນທີ 7 ມັງກອນ 2019 ວິ ທະຍາຄານການແພດກອງທັບ ໄດ້ ເຂົ້າຊົມຫໍພິພິທະພັນປະຫວັດສາດ ກອງທັບ ນຳພາໂດຍພັນຕີນາງ ອ່ອນອານົງ ພອນວິໄຊ ຄະນະ ໜ່ວຍພັກ ຫ້ອງການເມືອງ, ຫົວ ໜ້າພະແນກ ປະກັນສັງຄົມ, ມີ ພະນັກງານ, ນັກ ຮຽນ-ນັກສຶກ ສາແພດ ແລະ ນັກຮົບຈຳນວນ 80 ສະຫາຍເຂົ້າຮ່ວມ. ໃນການເຂົ້າຊົມຫໍພິພິທະພັນ ກອງທັບກໍເພື່ອໃຫ້ພະນັກງານ,​ ນັກຮຽນ-ນັກສຶກສາ ແລະ ນັກ ຮົບເຊື່ອມຊຶມຮັບຮູ້ ແລະ ເຂົ້າໃຈ ຕໍ່ກຳລັງປະກອບອາວຸດປະຕິວັດ ຂອງຊາດເຮົາທີ່ເປັນກຳລັງແກ່ນ ສານເຂັ້ມແຂງເປັນເຄື່ອງມືອັນ ແຫຼມຄົມຂອງພັກຊື່ງຜູ້ບັນຍາຍ ໄດ້ໃຫ້ຮູ້ປະຫວັດສາດການກຳ ເນີດຂອງກອງທັບປະຊາຊົນ ລາວ, ສະພາບແວດລ້ອມກ່ອນ ການສ້າງຕັ້ງກອງທັບປະຊາຊົນ ລາວຜ່ານແຕ່ລະໄລຍະເພື່ອຕ້ານ ຈັກກະພັດຜູ້ຮຸກຮານດ້ວຍຈິດໃຈ ຮັກຊາດບໍ່ຍອມເປັນຂ້ອຍຂ້າຂອງ ຊາດອື່ນ. ປະຊາຊົນລາວ ບັນດາ ເຜົ່າຜູ້ຮັກຊາດຈື່ງໄດ້ສາມັກຄີກັນ ເດັດດ່ຽວລຸກຂຶ້ນຕໍ່ສູ້ຕ້ານຈັກກະ ພັດຝຣັ່ງ ແລະ ລູກແຫຼ້ງຕີນມື ຂອງພວກເຂົາດ້ວຍຫຼາຍຮູບການ ຫຼາຍລະດັບກ້າວໄປເຖິງການຕໍ່ສູ້ ດ້ວຍກຳລັງປະກອບອາວຸດຢ່າງ ອົງອາດກ້າຫານ ແລະ ເປັນຂະ ບວນການກວ້າງຂວາງ, ໃນປີ 1915-1927 ຂະບວນການຕໍ່ສູ້ ຂອງພໍ່ກະດວດຢູ່ພາກກາງ, ປີ 1901-1902 ຂະບວນການຕໍ່ສູ້ ຂອງອົງແກ້ວ-ອົງກົມມະດຳ ຢູ່ ພາກໃຕ້, ປີ 1901-1937 ຂະ ບວນການຕໍ່ສູ້ຂອງເຈົ້າຟ້າປັດໃຈ ຢູ່ແຂວງຊຽງຂວາງ ແລະ ປີ 1920 ຂະບວນການຕໍ່ສູ້ຂອງ ນາຍຄູຄຳຢູ່ແຂວງວຽງຈັນ ແລະ ອື່ນໆ. ການດຳເນີດຂອງກອງ ທັບປະຊາຊົນລາວມາໃນວັນທີ 20 ມັງກອນ 1949 ໄດ້ປະກາດ ສ້າງຕັ້ງກອງທັບລາວອິດສະຫຼະ ຂຶ້ນຢ່າງເປັນທາງການໂດຍທ່ານ ປະທານ ໄກສອນ ພົມວິຫານ ເປັນ ຜູ້ປະກາດການສ້າງຕັ້ງ ແລະ ບັນ ຊາໂດຍກົງເພື່ອດຳເນີນການປະ ຕິວັດຕໍ່ສູ້ປົກປ້ອງຊາດກັບປະຊາ ຊົນລາວບັນດາເຜົ່າຕີເອົາຊະນະ ຈັກກະພັດຜູ້ຮຸກຮານຊື່ງໄດ້ກໍ່ສ້າງ ປະເທດລາວໃຫ້ເປັນປະເທດສັນ ຕິພາບ ເອກະລາດ ປະຊາທິປະ ໄຕ ເອກະພາບ ແລະ ວັດທະນະ ຖາວອນ. ຍົກໃຫ້ເຫັນໄລຍະການ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດແນວທາງປ່ຽນແປງ ໃໝ່ຂອງພັກພ້ອມນັ້ນຍັງຍົກໃຫ້ ເຫັນທາດແທ້ມູນເຊື້ອອັນສະຫງ່າ ງາມຂອງກອງທັບປະຊາຊົນ ລາວ ຜົນງານ ແລະ ໄຊຊະນະທີ່ ກອງທັບເຮົາຍາດມາໄດ້ຕະຫຼອດ ໄລຍະ 70 ປີ ແຫ່ງການເຕີບໃຫຍ່ ເຂັ້ມແຂງໃຕ້ຮົ່ມທຸງຂອງພັກ ເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ