ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນໍ້າຖ້ວມ-ດິນຖະຫຼົ່ມໃນອິນເດຍ ແລະ ເນປານເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າຮ້ອຍຄົນ
ເວລາອອກຂ່າວ: 2021-10-21 15:36:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ສໍານັກຂ່າວບີບີຊີລາຍງານໃນວັນທີ 21 ຕຸລາ ນີ້ວ່າ: ເຫດນໍ້າຖ້ວມ ແລະ ດິນຖະຫຼົ່ມຄັ້ງໃຫຍ່ໃນປະເທດອິນເດຍ ແລະ ເນປານເຮັດໃຫ້ມີຜູ້ເສຍຊີວິດແລ້ວ 116 ສົບ, ມີຜູ້ສູນຫາຍອີກຈໍານວນຫຼາຍ ຂະນະທີ່ຖະໜົນ ແລະ ບ້ານເຮືອນຫຼາຍຫຼັງໄດ້ຮັບຄວາມເສຍຫາຍຈາກເຫດດັ່ງກ່າວເຊັ່ນກັນ. ເຈົ້າໜ້າທີ່ຂອງອິນເດຍເປີດເຜີຍວ່າ: ມີຜູ້ເສຍຊີວິດຈໍານວນ 85 ສົບ ແລະ ສູນຫາຍ 11 ຄົນຈາກເຫດນໍ້າຖ້ວມຮຸນແຮງໃນໄລຍະບໍ່ພໍເທົ່າໃດວັນຜ່ານມາ. ດ້ານສໍານັກງານອຸຕຸນິຍົມຂອງອິນເດຍໄດ້ອອກມາປະກາດແຈ້ງຂະຫຍາຍເວລາເຕືອນໄພສະພາບອາກາດ ໂດຍຄາດການວ່າ ຍັງຈະມີຝົນຕົກລົງມາຢ່າງໜັກພາຍໃນອາທິດນີ້ ພ້ອມທັງລະບຸວ່າ: ພື້ນທີ່ຫຼາຍແຫ່ງໃນອິນເດຍມີປະລິມານນໍ້າຝົນສູງກວ່າ 400 ມິລິແມັດໃນ2-3 ວັນທີ່ຜ່ານມາເຮັດໃຫ້ມີນໍ້າຖ້ວມ ແລະ ດິນຖະຫຼົ່ມຫຼາຍພື້ນທີ່, ສ່ວນພື້ນທີ່ທີ່ໄດ້ຮັບຜົນກະທົບທາງການໄດ້ມີຄໍາສັ່ງໃຫ້ປິດໂຮງຮຽນ, ຫ້າມບໍ່ໃຫ້ປະຊາຊົນຮວມຕົວກັນເພື່ອປະກອບກິດຈະກໍາທາງສາສະໜາ ແລະ ການເດີນທາງໄປສະຖານທີ່ທ່ອງທ່ຽວຕ່າງໆ. ໃນຂະນະດຽວກັນເຈົ້າໜ້າທີ່ໜ່ວຍງານຈັດການໄພພິບັດແຫ່ງຊາດຂອງເນປານກ່າວວ່າ: ມີຜູ້ເສຍຊີວິດ31ສົບ ແລະ ຜູ້ສູນຫາຍ 43 ຄົນຈາກເຫດນໍ້າຖ້ວມ ແລະ ດິນຖະຫຼົ່ມຫຼັງຈາກມີຝົນຕົກລົງມາຢ່າງໜັກໃນຫຼາຍພື້ນທີ່ທົ່ວປະເທດໃນໄລຍະ2-3ວັນຜ່ານມາ, ຂະນະນີ້ເນປານຍັງມີຝົນຕົກໜັກໃນຫຼາຍພື້ນທີ່ ແລະ ຄາດວ່າຈະມີຜູ້ເສຍຊີວິດຈາກເຫດນໍ້າຖ້ວມເພີ່ມຂຶ້ນຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ