ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງຫຼວງນ້ຳທາເລັ່ງເຝິກຊ້ອມຂະບວນສວນສະໜາມ
ເວລາອອກຂ່າວ: 2019-01-10 10:20:25 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



v ປັດຈຸບັນກອງບັນຊາການ ທະຫານແຂວງຫຼວງນໍ້າທາ ເລັ່ງ ເຝິກແອບຂະບວນສວນສະໜາມ ຢ່າງຂະຫຍັນຂັນແຂງພາຍໃຕ້ ການຊີ້ນຳຂອງຄະນະພັກກອງ ບັນຊາການ, ດັ່ງນັ້ນອະນຸກຳ ມະການ, ຄູເຝິກ ແລະ ພະນັກ ງານ-ນັກຮົບທີ່ເຂົ້າຮ່ວມເຊິ່ງ ຕ່າງກໍມີຄວາມຕັດສິນໃຈສູງ ແລະ ເຮັດສຳເລັດໜ້າທີ່ການ ເມືອງຂອງຕົນເພື່ອເຮັດໃຫ້ການ ເຝິກແອບເຂົ້າສູ່ຄວາມເຂັ້ມແຂງ, ມີຄວາມຈົບງາມ ແລະ ເປັນເອ ກະພາບສູງ. ພັນໂທ ຄໍາຄຽນ ປຸຍກໍາມະ ລາດ ຄະນະປະຈໍາພັກກອງບັນ ຊາການ, ຫົວໜ້າຫ້ອງເສນາ ທິການທັງເປັນຫົວໜ້າຄະນະຮັບ ຜິດຊອບການກະກຽມສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ ໄດ້ໃຫ້ຮູ້ວ່າ: ພາຍຫຼັງດຳເນີນ ການເຝິກແອບຢ່າງເຄັ່ງຮ້ອນມາ ໃນໄລຍະຜ່ານມານັ້ນ, ການເຝິກ ແອບໄດ້ເຂົ້າສູ່ຄວາມເປັນລະ ບຽບແບບແຜນ, ມີຄວາມຈົບ ງາມ ແລະ ມີຄວາມເປັນເອກະ ພາບສູງ, ເຊິ່ງສາມາດຮັບປະກັນ ໄດ້ໃນການສະແດງເພື່ອສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ. ໃນ ວັນທີ 15 ມັງກອນ 2019 ທີ່ຈະ ມາເຖິງນີ້. ອະນຸກຳມະການຊີ້ນຳການ ສວນສະໜາມໃຫ້ຮູ້ຕື່ມອີກວ່າ: ກ້ອນເຂົ້າຮ່ວມການເຝິກແອບ ແລະ ການສະແດງຕົວຈິງມີບັນ ດາກ້ອນຂອງກົມກອງເຫຼົ່າຮົບ ເປັນຕົ້ນແມ່ນກ້ອນທຸງໄຊ, ກ້ອນ ພະນັກງານ, ກ້ອນກໍາລັງເພດ ຍິງ, ກ້ອນນາຍສິບ, ກ້ອນເຫຼົ່າ ຮົບສືບຂ່າວ-ຕີພີເສດ ແລະ ກ້ອນ ກໍາລັງກອງຫຼອນ, ຖັດຈາກນັ້ນ ແມ່ນລາຍການສະແດງຂອງກໍາ ລັງກອງຮ້ອຍປ້ອງກັນທີ່ຕັ້ງ ແລະ ເຫຼົ່າຮົບສືບຂ່າວ-ຕີພິເສດ ທັງໝົດນັ້ນແມ່ນເພື່ອໃຫ້ການສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີນີ້ໃຫ້ມີຄວາມຍິ່ງໃຫຍ່, ຄຶກຄື້ນ ແລະ ມີຄວາມໝາຍຢ່າງເລິກ ເຊິ່ງ, ສະແດງໃຫ້ເຫັນເຖິງການ ເຕີບໃຫຍ່ເຂັ້ມແຂງມີຜົນງານ ແລະ ໄຊຊະນະທີ່ຍິ່ງໃຫຍ່ໃນພາ ລະກິດຕໍ່ສູ້ກູ້ຊາດກໍຄືພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ຕະຫຼອດ ໄລຍະ 70 ປີຜ່ານມາ. ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ