ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມໃຫ່ຍເຕັກນິກກອງທັບເຄື່ອນໄຫວເຮັດວຽກຢູ່ກອງພັນໃຫ່ຍ 941.
ເວລາອອກຂ່າວ: 2021-10-21 11:10:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 367 | ຄວາມນິຍົມ:



ໃນວັນທີ 20 ຕຸລາ 2021 ນີ້, ສະຫາຍ ພົນຕີ ປະສິດ ທຽ່ງທຳ ຫົວໜ້າກົມໃຫ່ຍເຕັກນິກກອງທັບພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວກວດກາພາຫະນະອາວຸດ-ຍຸໂທປະກອນເຕັກນິກການທະຫານຢູ່ກອງພັນໃຫ່ຍ 941 ເຊີ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພັນເອກ ພັນສອນ ຄຳຜິວ ຫົວໜ້າການທະຫານ ພ້ອມດ້ວຍຄະນະ. ສະຫາຍ ພັນໂທ ເພັດທະນູ ແກ້ວພອນວິໄລ ຫົວໜ້າພະແນກເຕິກນິກໄດ້ລາຍງານກ່ຽວກັບວຽກງານຄຸ້ມຄອງຮັບປະກັນເຕັກນິກການທະຫານດ້ານການປະກອບພາຫະນະອາວຸດ-ຍຸດໂທປະກອນເຊິ່ງໄດ້ຍົກເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງໃນການນຳໃຊ້ ແລະ ການຄຸ້ມຄອງບົວລະບັດປົກປັກຮັກສາວຽກງານດັ່ງກ່າວໃນໄລຍະຜ່ານມາໃຫ້ສະຫາຍຫົວໜ້າກົມໃຫ່ຍເຕັກນິກກອງທັບພ້ອມດ້ວຍຄະນະໄດ້ຮັບຊາບ, ຈາກນັ້ນກໍ່ໄດ້ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນເພື່ອຊອກວິທີການແກ້ໄຂໃຫ້ຖືກຕ້ອງຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດເພື່ອນຳໄປປັບປຸງໄຂແກ້ໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ, ພ້ອມດຽວກັນນີ້ກໍ່ໄດ້ນຳພາຄະນະລົງກວດກາ, ພາຫະນະອາວຸດ-ຍຸດໂທປະກອນຕົວຈິງແຕ່ລະປະເພດຢູ່ກົມກອງຕື່ມອີກ. ການລົງເຄື່ອນໄຫວກວດກາວຽກງານເຕັກນິກຂອງຫົວໜ້າກົມໃຫ່ຍເຕັກນິກກອງທັບພ້ອມດ້ວຍຄະນະໃນຄັ້ງນີ້ກໍ່ເພື່ອກວດກາ,ພາຫະນະອາວຸດ-ຍຸດໂທປະກອນເຕັກນິກການທະຫານ,ຢູ່ໃນກົມກອງເພື່ອຮັບປະກັນໃນການອົບຮົມ-ຫັດແອບ ແລະ ກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງໃຫ້ມີຄວາມຮັບປະກັນແລະມີຄຸນນະພາບສູງປະກອບສ່ວນສໍາຄັນເຂົ້າໃນການສ້າງກອງທັບປະຕິວັດມີແບບແຜນແລະທັນສະໄໝ. ໂດຍ: ທອງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ