ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດພະນົມພອນການຄ້າ ຂາເຂົ້າ - ຂາອອກ ຈຳກັດ ມອບກະເບື້ອງໃຫ້ກອງພັນທີ 9
ເວລາອອກຂ່າວ: 2021-10-20 11:37:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1374 | ຄວາມນິຍົມ:



ໃນວັນທີ 15 ຕຸລາ 2021 ນີ້, ທ່ານ ນາງ ພະນົມພອນ ຢ່ຽມພະບູ່, ຜູ້ອຳນວຍການບໍລິສັດພະນົມພອນການຄ້າ ຂາເຂົ້າ - ຂາອອກ ຈຳກັດ ແຂວງຄຳມ່ວນ, ໄດ້ນຳເອົາກະເບື້ອງ ພ້ອມດ້ວຍອຸປະກອນຄົບຊຸດ ມາມອບໃຫ້ກອງພັນທີ 9 ທະຫານແຂວງຄຳມ່ວນ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ : ກະເບື້ອງ ຈຳນວນ 700 ແຜ່ນ, ຂໍເກາະ 1400 ໂຕ ແລະ ເຄື່ອງຫຼົບກະເບື້ອງ ຈຳນວນ 100 ຄູ່, ລວມເປັນມູນຄ່າທັງໝົດ 30 ລ້ານກີບ, ເຊິ່ງກ່າວຮັບຂອງ ທ່ານ ພັນໂທ ຫວັນຕາ ບຸດດາຄຳ ຫົວໜ້າການເມືອງ ກອງພັນທີ 9, ໂດຍການເຂົ້າຮ່ວມຂອງ ທ່ານ ພັນເອກ ຄຳສາຍ ເພັດນວນສີ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ. ໂອກາດນີ້ ທ່ານ ພັນໂທ ຫວັນຕາ ບຸດດາຄຳ, ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບໍລິສັດດັ່ງກ່າວ ເຊິ່ງມັນກໍ່ເປັນການປະກອບສ່ວນອັນສຳຄັນ ໃນການປັບປຸງປົວແປງ ສະຖານທີ່ພັກອາໃສຂອງພະນັກງານ-ນັກຮົບ ໃຫ້ມີຄວາມສະດວກສະບາຍ, ທັງນີ້ກໍ່ເພື່ອເປັນການພັດທະນາກົມກອງໃຫ້ມີຄວາມແໜ້ນໜາຖາວອນ, ເພື່ອໃຫ້ກ້າວເຂົ້າສູ່ກົມກອງທີ່ມີລະບຽບແບບແຜນ ແລະ ທັນສະໄໝຂື້ນເທື່ອລະກ້າວ, ພ້ອມທັງອວຍພອນໃຫ້ທ່ານ ຜູ້ອຳນວຍການ ບໍລິສັດ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ດຳເນີນທຸລະກິດໃຫ້ມີຄວາມຈະເລີນກ້າວໜ້າ ຂື້ນໄປເລື້ອຍໆ. ໂດຍ : ວິໄລວອນ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ