ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກເສນາທິການ ກອງພັນໃຫຍ່ 502 ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນຂອງຊາດ ແລະ ກອງທັບ
ເວລາອອກຂ່າວ: 2021-10-19 12:33:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 553 | ຄວາມນິຍົມ:



ໃນວັນທີ 18 ຕຸລາ 2021 ນີ້ , ພະແນກເສນາທິການ ກອງພັນໃຫຍ່ 502, ທີ່ຂຶ້ນກັບກອງພົນທີ 5 ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານຂຶ້ນ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນຂອງຊາດ ໂດຍສະເພາະກໍ່ແມ່ນຂໍ່ານັບຮັບຕ້ອນວັນສະຖາປານາ ສປປ ລາວ ຄົບຮອບ 46 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ, ວັນສ້າງຕັ້ງກອງພົນທະຫານຮາບທີ 5 ຄົບຮອບ 40 ປີ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສໍາຄັນເລິກເຊິ່ງ, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ສໍາລານ ດວງມາລາ ຮອງພະແນກເສນາທິການກອງພັນໃຫຍ່ 502, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ຕະຫຼອດເຖິງບັນດາຄະນະນໍາຄູຝຶກ ແລະ ນັກກິລາແຕ່ລະກົມກອງເຂົ້າຮ່ວມ ຢ່າງເປັນຂະບວນການຟົດຟື້ນ. ໃນພິທີສະຫາຍ ຮ້ອຍເອກ ອິນປອນ ວົງຄໍາຈິດ ຊ່ວຍວຽກຂະແໜງອົບຮົມ ກໍ່ໄດ້ຂຶ້ນຜ່ານ ແຜນການແຂ່ງຂັນ ໃນຄັ້ງນີ້ ເຊິ່ງໄດ້ໃຫ້ຮູ້ວ່າ: ກິລາມວນຊົນທີ່ນໍາມາແຂ່ງຂັນມີ 02 ປະເພດກິລາຄື: ປະເພດກິລາບານເຕະມີ 8 ທິມ, ກິລາເປຕັງ ມີ 8 ທິມ, ກິລາການທະຫານ ມີ ກິລານັກຮົບແຂງແຮງ ການເປີດຂະບວນການແຂ່ງຂັນຄັ້ງນີ້ ເປັນການ ສ້າງຄວາມສາມັກຄີ ໄມຕີຈິດມິດຕະພາບ ລະຫວ່າງນັກກິລາ ພາຍໃນອົງການ, ກົມກອງ ໃຫ້ມີຄວາມແໜ້ນແຟ້ນ ແລະ ທັງເປັນການຊຸກຍູ້ສົ່ງເສີມໃຫ້ພະນັກງານ-ນັກຮົບ ມີສຸຂະພາບແຂງແຮງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ ການເມືອງຂອງຕົນ ແລະ ຍັງເປັນການຊອກຫາຜູ້ທີ່ມີພອນສະຫວັນດ້ານກິລາເພື່ອຄັດເລືອກເປັນນັກກິລາທິມກອງພັນໃຫຍ່ 502 ອີກດ້ວຍ. ເຊິ່ງຂະບວນການແຂ່ງຂັນດັ່ງກ່າວ ແມ່ນຈະໄດ້ດໍາເນີນໄປເປັນເວລາ 07 ວັນ ຈິ່ງຈະສໍາເລັດລົງ. ໂອກາດດັ່ງກ່າວ ສະຫາຍ ພັນໂທ ສໍາລານ ດວງມາລາ ກໍ່ໄດ້ກ່າວເປີດພິທີ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທີ່ໄດ້ພ້ອມພຽງກັນເຂົ້າຮ່ວມການເປີດຂະບວນການແຂ່ງຂັນໃນຄັ້ງນີ້ຢ່າງເປັນຂະບວນການຟົດຟື້ນ. ຈາກນັ້ນ ກໍ່ຍັງໄດ້ຮຽກຮ້ອງໃຫ້ບັນດາຄູຝຶກ ແລະ ນັກກິລາ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດກົດລະບຽບກະຕິກາທີ່ວາງອອກຢ່າງເຂັ້ມງວດ, ສ້າງໄດ້ບັນຍາກາດເບີກບານມ່ວນຊື່ນ ຮັກສາລະບຽບວິໄນນໍ້າໃຈນັກກິລາຮູ້ແພ້ຮູ້ຊະນະ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນພ້ອມທັງຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍດ້ານຄວາມປອດໄພ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້. ຂ່າວ: ສົມພອນໄຊ ພັນທ້າວ ພາບ: ພອນມີໄຊ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ