ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 657 ກໍລະນີ
ເວລາອອກຂ່າວ: 2021-10-19 11:33:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 325 | ຄວາມນິຍົມ:



ໃນວັນທີ 19 ຕຸລາ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ຄຳໃສ ເດດລືໄຊ ຮອງຫົວໜ້າກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວ່າ: ໃນວັນທີ 18 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,911 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 657 ຄົນ (ຕິດເຊື້ອພາຍໃນ ມີ 656 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ) ເຊິ່ງໃນນັ້ນປະກອບມີ: ນະຄອນຫຼວງ 239 ຄົນ: ມາຈາກ 80 ບ້ານ, ໃນ 7 ເມືອງ (ເມືອງຈັນທະບູລີ, ມີ 19 ຄົນ, 10 ບ້ານ ຄື: ບ້ານສີສະຫວາດ, ດົງໝ້ຽງ, ທ່ັງສາງນາງ, ສະຫວ່າງ, ຫ້ວຍຫົງ, ໜອງປີງ, ຮ່ອງຄ້າ, ຮ່ອງໄກ່ແກ້ວ, ໂພນສະຫ່ວາງ ແລະ ໂພນຕ້ອງຈອມມະນີ; ເມືອງສີໂຄດຕະບອງ, ມີ 27 ຄົນ, 19 ບ້ານຄື: ບ້ານຂຸນຕາທົ່ງ, ສີບຸນເຮືອງທ່າ, ດ່ານຄຳ, ດົງນາໂຊກເໜືອ, ຕາດທອງ, ນາຄຳ, ຍາພະ, ທົ່ງປົ່ງ, ນາແຮ່, ປາກທ້າງ, ວັດໄຕທົ່ງ, ໜອງສະໂນຄຳ, ໜອງດ້ວງ, ໜອງບົວທອງເໜືອ, ອຸບມຸງ, ໂນນແກ້ວ, ໂພສີ, ໂພນສະຫວາດໃຕ້ ແລະ ໂພນສົມບູນ; ເມືອງໄຊເສດຖາ, ມີ 143 ຄົນ, 20 ບ້ານຄື: ບ້ານ ຄຳສະຫວາດ (ຄ້າຍຄຸມຂັງ), ຈອມມະນີ, ສະພານທອງເໜືອ, ສະພັງໝໍ້, ສີສັງວອນ, ສົມສະຫງ່າ, ຊຽງດາ, ນາສ້າງໄຜ່, ຝາຍ, ຫົວຂົວ, ຮ່ອງແກ, ເມືອງນ້ອຍ, ແສງສະຫວ່າງ, ໂຊກຄຳ, ໂຊກນ້ອຍ, ໂຊກໃຫ່ຍ, ໂນນສະຫວັນ, ໂນນຫວາຍ, ໂພນສະຫວ່າງ ແລະ ໂພນພະເນົາ; ເມືອງສີສັດຕະນາກມີ, ມີ 13 ຄົນ, 8 ບ້ານຄື: ບ້ານຈອມເພັດໃຕ້, ສີບຸນເຮືອງ, ທົ່ງພານທອງ, ພະໄຊ, ພັນໝັ້ນ, ໂພນສີນວນ, ໂພນປ່າເປົ້້າ ແລະ ໄຊສະຖານ; ເມືອງໄຊທານີ, ມີ 20 ຄົນ, 11ບ້ານຄື: ບ້ານດອນໜູນ, ດົງໝາກຄາຍ, ທ່ນາກ, ທ່າຈຳປາ, ທົ່ງມັ່ງ, ພະຂາວ, ໜອງພະຍາ, ອຸດົມຜົນ, ໂນນບໍ່ແກ້ວ, ໄຊ ແລະ ໄຊສະຫວ່າງ; ເມືອງຫາດຊາຍຟອງ, ມີ 15 ຄົນ, 11 ບ້ານຄື: ສົມສະໜຸກ, ດອນຂະຊາຍ, ດອນຝ້າຍ, ດົງໂພນເລົາ, ດົງໂພນແຮ່, ທ່ານາ, ນາໄຫ, ຫ້ອມ, ຫາດຊາຍຂາວ, ຫາດຊາຍຟອງ ແລະ ໂຄກຊາຍ; ເມືອງສັງທອງ, ມີ 1 ບ້ານ: ປາກຕອນ) ແຂວງວຽງຈັນ 155 ຄົນ (ເມືອງກາສີ ມີ 09 ບ້ານ, 65 ຄົນ: ບ້ານວຽງແກ້ວ ມີ 34 ຄົນ,ບ້ານພູຄໍາ ມີ 16 ຄົນ, ບ້ານນາມົນ ມີ 11 ຄົນ , ບ້ານທາງແບ່ງ, ບ້ານນາແທ່ນ, ບ້ານບົວທອງ, ບ້ານຜາຊ້າງ, ບ້ານໜອງບົວທອງ ແລະ ບ້ານໂພນງາມ ບ້ານລະ01 ຄົນ; ເມືອງ ຫີນເຫີບ, ມີ 02 ບ້ານ, 32 ຄົນ: ບ້ານມຸກ ມີ 29 ຄົນ , ບ້ານນາທອງ ມີ 03 ຄົນ; ເມືອງໂພນໂຮງ, ມີ 11 ບ້ານ, 19 ຄົນ: ບ້ານນາທອງ ມີ 03 ຄົນ, ບ້ານໂພນໄຊ ມີ 02 ຄົນ, ບ້ານນໍ້າແຈ້ງ, ບ້ານໂພນຄໍາໃຕ້, ບ້ານໂພນສະຫວ່າງ, ບ້ານໂພນສູງ ແລະ ບ້ານໂພນໄຂ ມີບ້ານລະ 01 ຄົນ, ບ້ານຫຼັກ 52 ມີ 01 ຄົນ , ບ້ານໂພນງາມໃຕ້ ມີ 01 ຄົນ , ບ້ານນາເລົ່າ ມີ 02 ຄົນ , ບ້ານນາໂພໃຕ້ ມີ 05 ຄົນ; ເມືອງແກ້ວອຸດົມ, ມີ 05 ບ້ານ, 11 ຄົນ: ບ້ານດານສະຫວັນ ມີ 01 ຄົນ , ບ້ານທ່າຊັບ ມີ 02 ຄົນ , ບ້ານນາປູນ ມີ 02 ຄົນ , ບ້ານແສງສະຫວ່າງ ມີ 02 ຄົນ, ບ້ານພູເຂົາຄໍາ ມີ 04 ຄົນ; ເມືອງວຽງຄໍາ, ບ້ານໂພນຊ່ອງ ມີ 04 ຄົນ; ເມືອງທຸລະຄົມ, ມີ 1 ບ້ານຄື ບ້ານໂພນແຮ່ ມີ 01 ຄົນ; ເມືອງວັງວຽງ ມີ1 ບ້ານຄື ບ້ານວຽງແກ້ວ ມີ 01 ຄົນ) ແຂວງຄໍາມ່ວນ 126 ຄົນ (ເມືອງທ່າແຂກ ມີ 106 ຄົນ ຄື: ຈາກບໍລິສັດລາວຄາຍຢວນ ບໍ່ແຮ່ຈຳກັດ (ກວດຕົວຢ່າງຄັ້ງທີ່ 2) ມີ 63 ຄົນ (ຈີນ 59 ຄົນ); ປະຈຸບັນ ມີຜູ້ຕິດເຊື້ອສະສົມທັງໜົດມີ 671 ຄົນ; ໃນຈໍານວນພະນັກງານທັງໜົດ 1,102 ຄົນ (ຈີນມີທັງໝົດ 410 ຄົນ), ບ້ານ ໜອງຜື ມີ 34 ຄົນ, ບໍລິສັດຕັງຈະເລີນ ມີ 1 ຄົນ, ບ້ານ ນາບົງ ມີ 1 ຄົນ, ບ້ານ ນາບວບ ມີ 1 ຄົນ, ບ້ານ ສົມສະອາດ 3 ຄົນ, ບ້ານ ຈອມແກ້ວ, ບ້ານ ສົມສະໜຸກ ແລະ ບ້ານທ່າແຄ ມີບ້ານລະ 1 ຄົນ, ເມືອງຄູນຄໍາ, ບ້ານ ຜາຊ້າງ ມີ 20 ຄົນ) ແຂວງຫຼວງພະບາງ 72 ຄົນ, ທັງໜົດ ໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ (ນະຄອນຫຼວງພະບາງ, ມີ 41 ຄົນ, 17 ບ້ານ, ບ້ານໂພນສະອາດ ມີ 5 ຄົນ, ບ້ານໂພສີ ມີ 5 ຄົນ, ບ້ານພູໝອກ ມີ 5 ຄົນ, ບ້ານປາກປາ ມີ 4 ຄົນ, ບ້ານໜອງຄຳ ມີ 3 ຄົນ, ບ້ານຜາໂອ ມີ 3 ຄົນ (ວັດຜາໂອ), ບ້ານຜາສຸກ ມີ 3 ຄົນ, ບ້ານປາກເຊືອງ ມີ 2 ຄົນ, ບ້ານເມືອງງາ ມີ 2 ຄົນ, ບ້ານໂຄມຂວາງ ມີ 2 ຄົນ, ບ້ານກອກຫວານ, ບ້ານຄອຍ, ບ້ານຄົກວ່າ, ບ້ານຊ່າງຄ້ອງ, ບ້ານຊຽງແກ້ວ, ບ້ານປ່ອງຄຳ, ບ້ານຫາດຮ່ຽນ, ມີ ບ້ານລະ 1 ຄົນ, ເມືອງປາກອູ, ມີ 22 ຄົນ, 3 ບ້ານ, ບ້ານສ້ຽວ ມີ 20 ຄົນ, ບ້ານວັງແລ ແລະ ບ້ານ ຫາດປາງ, ບ້ານລະ 1 ຄົນ, ເມືອງງອຍ, ມີ 5 ຄົນ, ທັງໝົດຈາກ ບ້ານ ໜອງຂຽວ, ເມືອງນໍ້າບາກ, ມີ 2 ຄົນ, ບ້ານແສນຫຼວງ ແລະ ບ້ານຫ້ວຍຢາງ ບ້ານລະ 1 ຄົນ, ເມືອງວຽງຄໍາ, ມີ 2 ຄົນ, ທັງສອງຄົນແມ່ນພະນັກງານດ່ານໜ້າ) ແຂວງບໍລິຄໍາໄຊ 25 ຄົນ (ເມືອງປາກຊັນ ມີ 9 ກໍລະນີ , ບ້ານມີໄຊ 6 ຄົນ, ບ້ານນາຈິກ 2 ຄົນ, ນໍ້າງຽບ 1 ຄົນ, ເມືອງປາກກະກິງ, 3 ຄົນ, ທົ່ງນາມີ 8 ຄົນ, ບ້ານຫ້ວຍໄຮ 3 ຄົນ, ບ້ານຫ້ວຍໄຮ ແລະ ຫ້ວຍເພັດ ບ້ານລະ 1 ຄົນ) ແຂວງໄຊສົມບູນ 16 ຄົນ: (ເມືອງອະນຸວົງ, ບ້ານໂພນພະ ມີ 11 ຄົນ, ເມືອງລ້ອງຊານ, ບ້ານສັນປາຕອງ ມີ 05 ຄົນ) ແຂວງສະຫວັນນະເຂດ 9 ຄົນ (ນະຄອນໄກສອນ ມີ 08 ຄົນ, 05 ບ້ານຄື: ບ້ານດົງນາຄໍາ ມີ 02 ຄົນ ,ບ້ານທ່າແຮ່ ມີ 02 ຄົນ , ບ້ານໜອງຜື ມີ 02 ຄົນ, ບ້ານຊອກ ມີ 01 ຄົນ , ບ້ານໂພນສະຫວ່າງໃຕ້ ມີ 01 ຄົນ, ເມືອງຈໍາພອນ, ຫຼັກ 35 ມີ 01 ຄົນ) ແຂວງຈໍາປາສັກ 9 ຄົນ (ນະຄອນປາກເຊ, ມີ 07 ບ້ານ (08 ຄົນ), ບ້ານໂພນກຸງ ມີ 02 ຄົນ, ບ້ານກັນເກີງ ມີ 01 ຄົນ , ບ້ານຫ້ວຍຍາວຄໍາ ມີ 01 ຄົນ, ບ້ານແກ້ວສໍາພັນ 1 ຄົນ, ບ້ານໂພນສະຫວັນ ມີ 01 ຄົນ, ບ້ານສະໜາມໄຊ ມີ 01 ຄົນ, ບ້ານໂຊກອໍານວຍ ມີ 01 ຄົນ, ເມືອງໂພນທອງ, ບ້ານສະໝໍລຽບ ມີ 01 ຄົນ ແຂວງສາລະວັນ 4 ຄົນ ແລະ ແຂວງບໍ່ແກ້ວ 1 ຄົນ ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ: ຈາກ ແຂວງະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້. ມາຮອດວັນທີ 18 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 32,971 ຄົນ, ເສຍຊີວິດສະສົມ 45 ຄົນ (ໃໝ່ 5), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 268 ຄົນ, ກໍາລັງປິ່ນປົວ 7.167 ຄົນ. ລາຍລະອຽດຜູ້ເສຍຊີວິດໃໝ່ 5 ຄົນ ມີດັ່ງນີ້: - ຜູ້ທີ 1: ເພດຊາຍ, ອາຍຸ 35 ປີ, ອາຊີບ: ກໍາມະກອນ, ບ້ານທ່າດິນແດງເໜຶອ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ວັນທີ 24 ສິງຫາ 2021: ຜູ້ກ່ຽວໄດ້ເຂົ້າຝາກສູນດັດສ້າງ, ໄດ້ສັກຢາວັກຊີນ J &J, ມີພະຍາດປະຈຳຕົວ: ມີບັນຫາທາງພະຍາດລະບົບຫາຍໃຈ, ຊື່ງລັກສະນະຂອງຜູ້ກ່ຽວເປັນຄົນຈ່ອຍຜ່ອມ ແລະ ຂາດສານອາຫານ, ມີອາການປວດຕາມຕົນໂຕ ແລະ ເຈັບຫົວຕະຫລອດ, ວັນທີ 12 ຕຸລາ 2021: ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນຜົນກວດອອກມາພົບເຊື້ອ, ໄລຍະເວລາຕິດຕາມ ແລະ ປິ່ນປົນ ແຕ່ວັນທີ 12-17/10/2021 ເປັນເວລາ 07 ມື້, ມາຮອດເວລາ 14:00 ນາທີ ຂອງວັນທີ 17/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ . - ຜູ້ທີ 2: ເພດຊາຍ, ອາຍຸ 65 ປີ, ອາຊີບ:ຊາວນາ, ບ້ານຫຼັກ 35, ເມືອງຈໍາພອນ, ແຂວງສະຫວັນນະເຂດ, ຍັງບໍ່ທັນໄດ້ຮັບການສັກຢາວັກຊິນເທື່ອ, ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ມາໄດ້ 10 ປີ ແລະ ກິນຢາປະຈໍາ, ເວລາ 12:40 ໂມງ ຂອງວັນທີ 17 ຕຸລາ 2021: ຄົນເຈັບໄດ້ມາກວດ ໂດຍຜ່ານຈຸດຂັດກອງສຸກເສີນ ຂອງໂຮງໝໍແຂວງ ຍ້ອນມີອາການໄຂ້, ໄອ, ອິດເມື່ອຍ, ຫາຍໃຈຝືດ ເປັນມາໄດ້ 05 ວັນ, ໄດ້ເກັບຕົວຢ່າງກວດຫາເຊື້ອ COVID 19 ໃນເບື້ອງຕົ້ນດ້ວຍ rapid antigen test (-), ເວລາ 13:00 ໂມງ: ຄົນເຈັບໄດ້ໄປນອນຢູ່ຕຶກຂັດກອງ ດ້ວຍອາການຫາຍໃຈຍາກ, ອິດເມື່ອຍ, ເຫື່ອໃຄຄາວຊຶມ ແລະ ກະວົນກະວາຍ ແລະ ລໍຖ້າຜົນກວດຫາເຊື້ອພະຍາດໂຄວີດ-19ດ້ວຍ PCR, ເວລາ 10:00 ໂມງຂອງວັນທີ 18 ຕຸລາ 2021: ຜູ້ກ່ຽວນອນປີ່ນປົວຢູ່ຕຶກຂັດກອງ ແລະ ມີອາການ ອິດເມື່ອຍ ແລະ ສະຕິງ້ວງນອນຊຶມ, ຄົນເຈັບມີອາການຫາຍໃຈຍາກ (ຫາຍໃຈປາ), ມີອາການກໍ່າແຫຼ້, ບໍ່ຮູ້ສະຕິ ໄດ້ນອນແຍກຢູ່ຫ້ອງມໍລະສຸມ, ແພດໝໍໄດ້ພະຍາຍາມສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ອາການຜູ້ກ່ຽວບໍ່ດີຂື້ນ ແລະ ຄົນເຈັບໄດ້ເສຍຊີວິດໃນເວລາຕໍ່ມາ ແລະ ຜົນກວດ PCR ພົບຕິດເຊື້ອພະຍາດໂຄວິດ-19 - ຜູ້ທີ່3: ເພດຊາຍ, ອາຍຸ 16 ປີ, ອາຊີບ: ນັກຮຽນ, ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ຄົນເຈັບແຂງແຮງດີ, ບໍ່ມີພະຍາດປະຈໍາໂຕ, ຊ່ວງມີການລະບາດຂອງພະຍາດ ຄົນເຈັບຫລີ້ນແຕ່ໂທລະສັບຢູ່ໃນຫ້ອງຄົນດຽວ, ກີນດື່ມບໍ່ປົກະຕິ, ວັນທີ 17 ຕຸລາ 2021: ໄຂ້,ໄອ ແລະ ຫາຍໃຈຫອບ, ເວລາ 17 ໂມງ 00 ນາທີ ຂອງວັນທີ 18 ຕຸລາ 2021 : ຄົນເຈັບຫາຍໃຈຫອບຫຼາຍ, ແໜ້ນເອິກແຮງ ຈື່ງໄດ້ເຂົ້າມາໂຮງໝໍເມືອງແກ້ວອຸດົມ ພ້ອມທັງເກັບຕົວຢ່າງ ຜົນກວດພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ນໍາສົງເຂົ້າສູນປີ່ນປົວໂຄວິດໂພນໂຮງ ເວລາ 19 ໂມງ 30 ນາທີ, ຄົນເຈັບ ງ້ວງຊຶມ ອ່ອນເພຍ, ຫາຍໃຈຫອບຕື້ນ , ຕົນໂຕລາຍ, ກໍ່າແຫຼ້ຕາມຮີມສົບ, ຕີນມືເຢັນ, ເຫືອຊຶມ ອາການຊີວິດບໍ່ດີ , ແພດໝໍໄດ້ສຸມທຸກກຳລັງເຊີດຊູ ແຕ່ອາການບໍ່ຕອບສະໜອງ ແລະ ເສຍຊີວິດ ເວລາ 01 ໂມງ 30 ນາທີ ຂອງວັນທີ 19 ຕຸລາ 2021 - ຜູ້ທີ່4: ເພດຍີງ ອາຍຸ 66 ປີ, ອາຊີບ: ຫວ່າງງານ. ບ້ານ ຫ້ວຍນ້ຳເຢັນ ເມືອງ ນາຊາຍທອງ ແຂວງ ນະຄອນຫລວງ, ຜູ້ກ່ຽວ ຕິດເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ ໃນວັນທີ 12/10/202, ພະຍາດປະຈຳຕົວ: ເບົາຫວານ,ຄວາມດັນເລືອດສູງ ແລະ ມີນ້ຳໃນທ້ອງ(ບໍ່ຮູ້ສາເຫດ), ບໍ່ໄດ້ສັກວັນຊີນມາກ່ອນ, ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນເປັນເວລາ 7 ວັນ ແຕ່ວັນທີ 12/10/2021-18/10/2021, ໄລຍະເວລາປີ່ນປົວຜູ້ກ່ຽວກໍ່ມີອາການໜັກມາແຕ່ເບື້ອງຕົ້ນ, ແພດໝໍໄດ້ປີ່ນປົວ ແລະ ຕິດຕາມຢ່າງໃກ້ຊິດ, ຮອດເວລາ 13:00 ໂມງຂອງວັນທີ 18/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ. - ຜູ້ທີ່ 5: ເພດຍິງ, ອາຍຸ 51 ປີ, ອາຊີບ: ແມ່ເຮືອນ, ບ້ານໂພນໄຊ, ນະຄອນຫລວງພະບາງ, ແຂວງຫລວງພະບາງ, ໄດ້ຮັບການສັກຢາວັກຊີນຊີໂນຟາມຄົບ 02 ເຂັມ, ພະຍາດປະຈໍາຕົວ: ພະຍາດເບົາຫວານ, ໜາກໄຂ່ຫຼັງຊຸດໂຊມ, ວັນທີ 12 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າມານອນປີ່ນປົວ ຢູ່ໂຮງໝໍແຂວງຫລວງພະບາງ ຍ້ອນອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ແລະ ໃນມື້ດຽວກັນນັ້ນ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19, ວັນທີ 13 ຕຸລາ 2021: ຜົນກວດພົບເຊື້ອພະຍາດໂຄວິດ-19, ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 12-18 ຕຸລາ 2021 ເປັນເວລາ 09 ວັນແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູຜູ້ກ່ຽວ ຮອດ ເວລາ 17 ໂມງ 55 ນາທີ ຂອງວັນທີ 18 ຕຸລາ 2021: ຜູ້ກ່ຽວບໍ່ມີອາການຕອບສະໜອງແລະ ໄດ້ເສຍຊີວິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ