ພະແນກສາທາລະນະສຸກແຂວງຈຳປາສັກ ມອບເຄື່ອງຊ່ວຍເຫຼຶອໃຫ້ທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2021-10-18 10:29:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 397 | ຄວາມນິຍົມ:
ໃນວັນທີ 16 ຕຸລາ 2021ນີ້, ພະແນກສາທາລະນະສຸກແຂວງຈຳປາສັກນໍາໂດຍທ່ານ ນາງມະໂນລີ ອີນທະວົງ ຮັບຜີດຊອບວຽກງານເສດຖະກິດພະແນກສາທາລະນະສຸກແຂວງຈຳປາສັກພ້ອມຄະນະໄດ້ນຳເອົາເຄຶ່ອງຊ່ວຍເຫຼຶອ ການປ້ອງກັນພະຍາດໂຄວິດ-19ມາມອບໃຫ້ແກ່ກອງບັນຊາການທະຫານແຂວງຈຳປາສັກ ໃຫ້ກຽດຕ້ອນຮັບ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຈຳປາສັກ.
ເຄຶ່ອງທີ່ນຳມາມອບໃນຄັ້ງນິ້ມີ ຜ້າອັດປາກ-ດັງ ຈຳນວນ100 ກັບ, ເຈວລ້າງມື 100 ຂວດ, ຊົບມືປ້ອງກັນ 50 ກັບ, ຊຸດ PPE 50 ຊຸດ ແລະເຄື່ອງວັດແທກອຸນຫະພູມ 5 ເຄື່ອງ.
ໂອກາດນີ້ ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ນາງ ມະໂນລີ ອີນທະວົງ ກໍ່ຄຶພະແພກສາທາລະນະສຸກແຂວງຈຳປາສັກ ທີ່ໃດ້ນຳເອົາເຄື່ອງຊ່ວຍເຫຼຶອດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ເຊີ່ງໄດ້ສະແດງໃຫ້ເຫັນເຖີງຄວາມເປັນຫ່ວງເປັນໃຍຕໍ່ນາຍ ແລະ ພົນທະຫານໃນກອງບັນຊາການທະຫານແຂວງຈຳປາສັກ ແລະ ກ່າວຕື່ມອີກວ່າ: ຈະນຳເອົາເຄືີ່ອງອຸປະກອນດັ່ງກ່າວນຳໃຊ້ເຂົ້າໃນວຽກງານປ້ອງກັນຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນກົມກອງໃຫ້ເກີດປະໂຫຍດຢ່າງສູງ.
ຂ່າວ : ສົມພອນ ພົງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ