ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ພະລາທິການກອງທັບ ປະກາດເລື່ອນຊັ້ນ ແລະ ໜ້າທີ່ໃໝ່ໃຫ້ນາຍທະຫານ
ເວລາອອກຂ່າວ: 2021-10-17 11:44:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 266 | ຄວາມນິຍົມ:



ໃນວັນທີ 15 ຕຸລາ 2021 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີປະກາດເລື່ອນຊັ້ນ ແລະ ໜ້າທີ່ໃຫມ່ໃຫ້ນາຍທະຫານ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄຳແດງ ແພງວິໄລ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ມີຄະນະກົມ, ຄະນະຫ້ອງການ, ຄະນະອຳນວຍການ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ ແລະ ໜ້າທີ່ໃໝ່ເຂົ້າຮ່ວມ. ພັນໂທ ທອງຈັນ ພົງສີພັນ ຮອງຫົວໜ້າຫ້ອງການເມືອງ, ກົມໃຫຍ່ພະລາທິການກອງທັບ ໄດ້ຂື້ນຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານຢູ່ກົມໃຫຍ່ພະລາທິການກອງທັບ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວສະບັບປັບປຸງໃນພາກທີ 2 ໝວດ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນ, ທຽບຊັ້ນໃຫ້ນາຍທະຫານ ຊັ້ນຮ້ອຍເອກຂື້ນພັນຕີຈຳນວນ 57 ສະຫາຍ, ຮ້ອຍໂທຂື້ນຮ້ອຍເອກ 117 ສະຫາຍ, ຮ້ອຍຕີຂື້ນຮ້ອຍໂທ 36 ສະຫາຍ, ພ້ອມດຽວກັນນີ້ກໍ່ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການຂອງກົມເສນາຮັກກົມໃຫຍ່ພະລາທິການກອງທັບ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງໃນພາກທີ 2 ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ ກົມໃຫຍ່ການເມືອງຕົກລົງແຕ່ງຕັ້ງ ພັນຕີີ ສອນແກ້ວ ພົມມະສອນ ເປັນຮອງພະແນກການຢາ, ພັນຕີ ດາວວົງ ຄຳຈັນພະວົງ ເປັນຮອງພະແນກປິ່ນປົວ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງອຳນວຍການໂຮງງານຕັດຫຍີບກອງທັບ ຂອງກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ພັນໂທ ບຸນຕ້ອຍ ອຸທະວົງ ເປັນຮອງຫົວໜ້າການເມືອງໂຮງງານຕັດຫຍີບກອງທັບ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະບັນຊາກອງສາງຢາ ແລະ ອຸປະກອນການແພດກອງທັບ ຂອງກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ພັນຕີ ສຸກສະໄໝ ວົງພັກດີ ເປັນຫົວໜ້າການເມືອງ, ພັນໂທ ນາງ ສົມສະໜິດ ຈັນຍາລາດ ເປັນຮອງຮັບຜິດຊອບວຽກງານພະລາທິການ-ເຕັກນິກ ທັງເປັນຫົວໜ້າພະແນກພະລາທິການ-ເຕັກນິກ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະບັນຊາສະຖາບັນການຢາ-ການແພດພື້ນເມືອງກອງທັບ ຂອງກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ພັນໂທ ທອງສີ ເຫຼັກປັນຍາ ເປັນຫົວໜ້າການເມືອງ, ພັນໂທ ກິສັນ ແກ້ວຜາເມືອງ ເປັນຮອງຮັບຜິດຊອບວຽກງານບໍລິຫານ-ສັງລວມ ແລະ ກໍ່ສ້າງພະນັກງານ. ໂດຍ: ທອງມາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ