ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຜົ້ງສາລີປະກາດການເລື່ອນຊັ້ນ ແລະ ແຕ່ງຕັ້ງໜ້າທີຂັ້ນຫ້ອງ.
ເວລາອອກຂ່າວ: 2021-10-16 15:09:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 332 | ຄວາມນິຍົມ:



ວັນທີ 8 ຕຸລາ 2021 ນີ້,ກອງບັນຊາການທະຫານແຂວງຜົ້ງສາລີ ປະກາດການເລື່ອນຊັ້ນນາຍທະຫານຊັ້ນພັນຕີຂຶ້ນຊັ້ນພັນໂທ,ແຕ່ງຕັ້ງໜ້າທີ່ຂັ້ນຄະນະຫ້ອງ, ພະແນກ,ແລະພະນັກງານຊ່ວຍວຽກອົງການ 5 ຫ້ອງ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ຄຳສີ ອໍລະພັນ ຫົວໜ້າຫ້ອງເຕັກນິກທະຫານແຂວງຜົ້ງສາລີ ໄດ້ຂຶ້ນຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຊັ້ນພັນຕີເລື່ອນຂຶ້ນຊັ້ນ ພັນໂທ ຈຳນວນ 9 ສະຫາຍ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫ້ອງພະລາທິການໃນນີ້ ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາພັນ ກົມມະສິດ ເປັນຮອງຫົວໜ້າຫ້ອງພະລາທິການ, ສະຫາຍ ພັນຕີ ໜໍ່ແກ້ວ ຈາຍອດ ເປັນຫົວໜ້າພະແນກກໍ່ສ້າງຮາກຖານ, ສະຫາຍ ຮ້ອຍເອກ ບຸນເພັງ ໃຈຫຼ້າ ເປັນຮອງພະແນກກໍ່ສ້າງຮາກຖານ ,ສະຫາຍ ພັນຕີ ນາງ ສີພອນ ຍິນນະຕານ ເປັນຮອງພະແນກວິທະຍາສາດ-ປະຫວັດສາດ ແລະ ແຕ່ງຕັ້ງພະນັກງານຊ່ວຍວຽກອີກຈຳນວນໜຶ່ງ. ໂອກາດນີ້, ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຊິ່ງໄດ້ສະແດງໃຫ້ເຫັນຜົນງານ ທີ່ບັນດາສະຫາຍຍາດມາໃນໄລຍະຜ່ານມາ, ພ້ອມກັນນີ້ຍັງໄດ້ຮຽກຮ້ອງໃຫ້ແຕ່ລະສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ແລະ ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງ ແລະ ຫ້າວຫັນບຸກບືນເພື່ອເຮັດສຳເລັດ ໜ້າທີ່ການເມືອງ ທີ່ການຈັດຕັ້ງຂັ້ນເທີ່ງມອບໝາຍໃຫ້, ຮັກສາຄວາມສາມັກຄີທາງພາຍໃນເປັນປືກແຜນແໜ້ນໜາເຮັດວຽກເປັນໝູ່ຄະນະແບ່ງວຽກໃຫ້ບຸກຄົນຮັບຜິດຊອບຕາມພາລະບົດບາດ, ສິດ ແລະ ໜ້າທີ່ພ້ອມກັັນນໍາພາກົມກອງກ້າວຂຶ້ນເລື່ອຍໆ. ຂ່າວ, ພາບ: ບຸນປະເສີດ ສີສົມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ