ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະນຳກອງພົນທີ3 ຕ້ອນຮັບຄະນະອຳນວຍການການເງິນຈຸລະພາກແຂວງອຸດົມໄຊ
ເວລາອອກຂ່າວ: 2021-10-16 14:19:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 343 | ຄວາມນິຍົມ:



ວັນທີ12ຕຸລາ 2021 ນີ້, ທ່ານ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທີ 3 ພ້ອມຄະນະໄດ້ຕ້ອນຮັບການເຂົ້າມາຢ້ຽມຢາມຂອງ ທ່ານ ສົມຈິດ ດວງມີໄຊ ຫົວໜ້າອຳນວຍການ ສະຖາບັນການເງິນຈຸລະພາກ ຮັບເງິນຝາກພັດທະນາອຸດົມໄຊ ພ້ອມຄະນະທິມງານ. ໂອກາດນີ້ ທ່ານ ສົມຈິດ ດວງມີໄຊ ກໍ່ໄດ້ສະເໜີຄວາມເປັນມາແຕ່ລະໄລຍະການກໍ່ຕັ້ງ, ການປອ່ຍສິນເຊື່ອ ແລະຈຸດປະສົງໃນການດຳເນີນລະບົບການເງິນຈຸລະພາກເປົ້າໝາຍເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແລະ ບຸກຄົນຜູ້ທີມີລາຍຮັບຕ່ຳເຮັດໃຫ້ຊີວິດການເປັນຢູ່ດີຂື້ນກວ່າ, ພ້ອມທັງນຳເອົາຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພົນທີ 3 ໃນໂອກາດວັນສ້າງຕັ້ງກອງພົນທີ 3 ຄົບຮອບ40 ປີ, ໂອກາດທີມາຢ້ຽມຢາມໃນຄັ້ງນີ້ ກໍ່ຍັງໄດ້ມອບຄອມພິວເຕີ 1 ໜ່ວຍ, ປີ້ນເຕີ 1 ຊຸດລວມມູນຄ່າ 3.650.000ໃຫ້ກອງພົນທີ 3 ຕື່ມອີກ. ທ່ານ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ກໍ່ໄດ້ສະແດງຄວາມຂອບໃຈ ມາຍັງຫົວໜ້າອຳນວຍການສະຖາບັນການເງິນຈຸລະພາກແຂວງອຸດົມໄຊທີໄດ້ນຳເອົາຄວາມຢຽມຢາມຖາມຂ່າວອັນອົບອຸ່ນ ແລະ ນຳເອົາອຸປະກອນມາມອບໃຫ້ໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະປົກປັກຮັກສາ ແລະ ນຳໃຊ້ອຸປະກອນດັ່ງກ່າວນີ້ເຂົ້າໃນວຽກງານລວມຂອງກົມກອງຢ່າງມີປະໂຫຍດ ແລະ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼື່ອຈາກສະຖາບັນການເງິນຈຸລະພາກປະຈຳແຂວງອຸດົມໄຊຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ