ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການແຕ່ງຕັ້ງໜ້າທີ່ ຂັ້ນຮອງກົມ, ພະແນກການ ຢູ່ ກົມໃຫຍ່ເສນາທິການ
ເວລາອອກຂ່າວ: 2021-10-16 12:07:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ໃນວັນທີ 15 ຕຸລາ 2021 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທິປະກາດການແຕ່ງຕັ້ງໜ້າທີ່ຂັ້ນ ຮອງກົມ, ພະແນກການ ຂອງ ກົມປືນໃຫຍ່ໜ້າດິນ ແລະ ກົມກົດລັບ ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ສີດາລໍ່ ຈົງເຕັ່ງເຈຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ມີບັນດາກົມ, ຫ້ອງການ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ໂສພາວັນ ທໍາມະເທວາ ຮອງກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງກົມປືນໃຫຍ່ໜ້າດິນ ແລະ ຮອງກົມ ກົດລັບ ກົມໃຫຍ່ເສນາທິການກອງທັບ ໃນນີ້, ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ແສງຟອງ ທິບທິລາດ ເປັນຮອງກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ແຕ່ງຕັ້ງ ສະຫາຍ ພັນໂທ ຈັນທະລາ ພົມມະບັດ ເປັນຮອງກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ພ້ອມດຽວກັນນັ້ນ ກໍໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ, ຮອງພະແນກຂອງກົມກົດລັບ ແລະ ຮອງຫົວໜ້າການທະຫານ ກອງພັນ 986 ຂອງ ກົມໃຫຍ່ເສນາທິການ, ໃນນີ້, ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ລໍາພັນ ບຸນພັນ ເປັນຫົວໜ້າພະແນກແຜນການ-ສັງລວມ, ສະຫາຍ ພັນຕີ ຜາລະມີ ໄຊຍະສານ ເປັນຫົວໜ້າ ພະແນກ ວັດຖຸ-ປະກອບ, ສະຫຍ ພັນໂທ ວິລະສັກ ວົງພິມ ເປັນຮອງພະແນກໄອທີ, ສະຫາຍ ພັນຕີ ດາວວຽງ ວິລະພັນ ເປັນຮອງ ພະແນກວັດຖຸ-ປະກອບ, ສະຫາຍ ຮ້ອຍເອກ ກົມທອງ ທະວີໄຊ ເປັນຮອງພະແນກຄົ້ນຄວ້າເຕັກນິກ, ສະຫາຍ ພັນໂທ ພອນຄໍາ ສຸຂະພັນ ເປັນຮອງການທະຫານກອງພັນ 986 ຂອງກົມໃຫຍ່ເສນາທິການກອງທັບ. ຂ່າວ-ພາບ: ເກດຕະວັນ ໄຊຍະສົມບັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ