ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມທາງໄກຜູ້ປະຈຳການຄະນະເລຂາທິການສູນກາງພັກ ລາວ-ຫວຽດນາມ
ເວລາອອກຂ່າວ: 2021-10-16 09:42:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 301 | ຄວາມນິຍົມ:



ໃນວັນທີ 15 ຕຸລາ 2021 ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມພົບປະທາງໄກ ກັບ ສະຫາຍ ຫວໍວັນເຖືອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ.ມີ ຄະນະພົວພັນສູນກາງພັກ, ສະຖາບັນ, ກະຊວງ, ອົງການທີ່ກ່ຽວຂ້ອງ ຂອງສອງຝ່າຍ ລາວ-ຫວຽດນາມ ແລະ ເອກອັກຄະລັດຖະທູດຂອງສອງປະເທດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະ ເທດ ກໍ່ຄື ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ມາດຕະການຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ລາວ ແລະ ຫວຽດນາມ ໃນປັດຈຸບັນ; ຕີລາຄາສະພາບການຮ່ວມມື ລະ ຫວ່າງ ສອງພັກ, ສອງປະເທດ ໃນໄລຍະຜ່ານມາ, ວາງທິດທາງການຮ່ວມມືໃນຕໍ່ໜ້າ ທີ່ພົວພັນເຖິງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອງມູນິດຫວຽດນາມ ເຂົ້າໃນຊີວິດສັງຄົມຕົວຈິງ ຢ່າງເປັນຂະບວນຟົດຟື້ນ ແລະ ຊຸກຍູ້ການປະຕິບັດບັນດາບົດບັນທຶກຂອງ ການນໍາຂັ້ນສູງຂອງສອງພັກ, ສອງປະເທດ ໃຫ້ມີປະສິດທິຜົນສູງກວ່າເກົ່າ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນບົດຮຽນນໍາກັນ ໃນວຽກງານກໍ່ສ້າງພັກ, ວຽກງານການຕ້ານ-ສະກັດກັ້ນການສໍ້ລາດບັງຫລວງ ແລະ ວຽກງານການຕິດ ຕາມ, ກວດກາ ແລະ ການລົງວິໄນພັກ. ສອງຝ່າຍ ໄດ້ປຶກສາຫາລືເປັນເອກະພາບກັນ ເພື່ອກະກຽມບັນດາກິດຈະກໍາຕ່າງໆ ໃນການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍ່ຄື ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃນປີ 2022, ໂດຍອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ, ບັນດາກິດຈະກໍາດັ່ງກ່າວ ແມ່ນຈະດໍາເນີນໄປໃນຫລາຍຮູບແບບ ລວມທັງການຈັດທາງອອນລາຍ ເພື່ອສະເຫລີມສະຫລອງສອງວັນປະຫວັດສາດດັ່ງກ່າວ ໃຫ້ມີບັນຍາ ກາດຄຶກຄື້ນ ແລະ ມີເນື້ອໃນ ເພື່ອສ້າງຄວາມເຂົ້າໃຈ ໃຫ້ແກ່ຄົນຮຸ້ນໜຸ່ມຂອງສອງຊາດ ກໍ່ຄື ສາກົນ ໄດ້ຮັບຮູ້ມູນເຊື້ອສາມັກຄີພິເສດ ອັນຍິ່ງໃຫຍ່ ໜຶ່ງບໍ່ມີສອງໃນໂລກ. ສອງຝ່າຍ ຍິນດີສືບຕໍ່ປະສານສົມ ທົບກັນຢ່າງແໜ້ນແຟ້ນ ໃນພາລະກິດປົກປົກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ກອງປະຊຸມພົບປະທາງໄກຄັ້ງນີ້, ເປັນຄັ້ງທໍາອິດພາຍຫລັງທີ່ ໄດ້ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ເປັນກົນໄກໜຶ່ງເພື່ອເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນຂອງສອງຝ່າຍ ໃນສະພາບການໃໝ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ