ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍງານແພດ ລົງເຄື່ອນໄຫວສັກຢາວັກຊິນເຂັມທີ 2 ຢູ່ກອງພັນໃຫຍ່ 502
ເວລາອອກຂ່າວ: 2021-10-15 09:30:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1100 | ຄວາມນິຍົມ:



ໃນວັນທີ 14 ຕຸລາ 2021 ນີ້, ໜ່ວຍງານແພດ ໂຮງໝໍກອງພົນທີ 5 ໄດ້ລົງເຄື່ອນໄຫວສັກຢາວັກຊິນຕ້ານພະຍາດໂຄວິດ-19 ເຂັມທີ 2 ໃຫ້ພະນັກງານ-ນັກຮົບ ຢູ່ກອງພັນໃຫຍ່ 502. ການລົງເຄື່ອນໄຫວສັກຢາວັກຊິນຂອງໜ່ວຍງານແພດ ໂຮງໝໍກອງພົນທີ 5 ໃນຄັ້ງນີ້ ແມ່ນຈະສັກເປັນເຂັມທີ 2 ສືບຕໍ່ຈາກເຂັມທໍາອິດໃນຕົ້ນເດືອນ ສິງຫາ 2021 ທີ່ຜ່ານມາ. ປະເພດວັກຊິນທີ່ນໍາມາສັກແມ່ນ ວັກຊິນ ແອສຕຣາເຊນີກ້າ, ຈຸດປະສົງໃນການສັກວັກຊິນຄັ້ງນີ້ແມ່ນ: ໃຫ້ພະນັກງານ-ນັກຮົບພາຍໃນກົມກອງໄດ້ຮັບວັກຊິນຄົບ 2 ໂດສ ຕາມຈໍານວນຂອງວັກຊິນທີ່ຈະໄດ້ຮັບ ເພື່ອໃຫ້ວັກຊິນມີປະສິດທິພາບສູງໃນການປ້ອງກັນເຊື້ອໄວຣັດໂຄວິດ-19 ແລະ ເຮັດໃຫ້ພະນັກງານ- ນັກຮົບ ມີຄວາມປອດໄພ, ມີພູມຄຸ້ມກັນທີ່ເຂັ້ມແຂງ ພ້ອມກັນປະຕິບັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໄດ້ເປັນຢ່າງດີ. ຂ່າວ: ສົມພອນໄຊ ພັນທ້າວ ພາບ: ພອນມີໄຊ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ