ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນໍາໃຊ້ຢາ ແລະ ຜະລິດຕະພັນການແພດ ໃນວຽກງານຕອບໂຕ້ການລະບາດພະຍາດໂຄວິດ-19
ເວລາອອກຂ່າວ: 2021-10-13 14:44:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 367 | ຄວາມນິຍົມ:



ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຖະແຫຼງຂ່າວໂດຍໄດ້ຮັບມອບໝາຍຈາກຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ- ກ່ຽວກັບສະພາບການຂອງສັງຄົມທີ່ກໍາລັງ ມີຂໍ້ຄິດເຫັນຫຼາຍແບບ ຕໍ່ກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ແລະ ການປະກົດໃຫ້ເຫັນໃນສື່ Online ທີ່ຫຼາຍຄົນໄດ້ແລກປ່ຽນ ລວມທັງຂໍ້ມູນທີ່ເປັນປະໂຫຍດ ແລະ ບໍ່ເປັນປະໂຫຍດ ແລະ ສ້າງຄວາມສັບສົນເຮັດໃຫ້ເຂົ້າໃຈຜິດພາດ, ໃນນັ້ນ ການໂຄສະນາ ຊັກຊວນການຊື້-ຂາຍຜະລິດຕະພັນທີ່ແຈ້ງວ່າ ສາມາດແກ້ໄຂບັນຫາການຕິດເຊື້ອ ໂຄວິດ-19 ໃນຮູບແບບການໂຄສະນາຊວນເຊື່ອ ແລະຈໍາໜ່າຍສິນຄ້າ ໂດຍດໍາເນີນໄປແບບຜິດຈາກຫຼັກການທາງວິຊາການ ທີ່ເພິ່ນໄດ້ກໍານົດ. ບັນດາຜະລິດຕະພັນເຫຼົ່ານັ້ນ ໄດ້ແກ່: ເຄື່ອງກວດຫາເຊື້ອ ແບບໄວ, ສະເປຂ້າເຊື້ອ, ຢາພື້ນເມືອງ, ແຜ່ນກໍາຈັດໄວຣັສ ແລະ ອື່ນໆ ໃນສະພາບການທີ່ສັງຄົມກໍາລັງໄດ້ຮັບຜົນກະທົບ ຈາກການລະບາດ ຂອງເຊື້ອພະຍາດໂຄວິດ-19 ນີ້ ຈະເຮັດໃຫ້ແຕ່ລະຄົນມີຄວາມກັງວົນ ຕໍ່ບັນຫາທີ່ເກີດຂຶ້ນ ແລະ ຊອກທຸກວິທີທາງໃນການແກ້ໄຂເພື່ອຄວາມສາມາດຫຼີກເວັ້ນໄດ້ ເຮັດໃຫ້ປະສະຈາກການຕິດເຊື້ອ ຫຼື ການປິ່ນປົວສຸຂະພາບ ຕາມເງື່ອນໄຂຂອງສ່ວນບຸກຄົນ. ສະນັ້ນ ຈິ່ງຕ້ອງມີຄວາມລະມັດລະວັງ ແລະ ເອົາໃຈໃສ່ຕໍ່ຂໍ້ມູນຂ່າວສານທີ່ບິດເບືອນ ເຊິ່ງອາດນໍາໄປສູ່ຜົນເສຍຫາຍໃຫ້ແກ່ສັງຄົມ, ຄອບຄົວ ແລະ ຕົວຂອງທ່ານເອງໄດ້. ການຈັດຕັ້ງກ່ຽວຂ້ອງ ຈະເປັນອົງກອນທີ່ມີຄວາມສໍາຄັນໃນການເຮັດໜ້າທີ່ຄວບຄຸມ, ຄຸ້ມຄອງ, ປ້ອງກັນ ແລະ ໃຫ້ການຊ່ວຍເຫຼືອຕາມຫຼັກວິຊາການ ແລະ ຄວາມຮັບຜິດຊອບ. ບັນຫາທີ່ພົວພັນເຖິງຜະລິດຕະພັນທາງການແພດ ເຫັນວ່າເປັນປະເດັນທີ່ຄວນໄດ້ແລກປ່ຽນຂໍ້ມູນ ຄື:  ເຄື່ອງກວດແບບໄວ ຊອກຫາຜົນການຕິດເຊື້ອ ໂຄວິດ-19 ກະຊວງສາທາລະນະສຸກ ໃນປະຈຸບັນແມ່ນສຸມໃສ່ການເຝົ້າລະວັງ ແລະ ປິ່ນປົວພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ເນື່ອງຈາກການລະບາດມີທ່າອ່ຽງເພີ້ມຂື້ນກະຈາຍຢູ່ຫຼາຍແຂວງ ເຊີ່ງພົບຈຳນວນຜູ້ຕິດເຊື້ອເພີ່ມຂື້ນ ແລະ ແຜ່ລາມອອກໄປສູ່ຊຸມຊົນ. ໃນການວິເຄາະ ເພື່ອຊອກຫາການຕິດເຊື້ອພະຍາດ ໂຄວິດ-19 ແມ່ນໄດ້ນໍາໃຊ້ເຄື່ອງ Real Time Polymerase Chain Reaction (RT-PCR) ສາມາດຢັ້ງຢືນບົ່ງມະຕິພະຍາດ ທີ່ມີຄວາມຊັດເຈນສູງ. ສໍາລັບການນໍາໃຊ້ເຕັກນິກການກວດ ທີ່ໃຊ້ເຄື່ອງທົດສອບແບບໄວ (Rapid Test) ແມ່ນເຕັກນິກການກວດວິເຄາະທີ່ມີຄວາມວ່ອງໄວ ແລະ ລາຄາຖືກ ແຕ່ມັນກໍມີສິ່ງຈໍາກັດຫຼາຍຢ່າງໃນການນໍາໃຊ້ຕົວຈິງເຂົ້າໃນການບົ່ງມະຕິພະຍາດ ເນື່ອງຈາກວ່າຄວາມໄວໃນການກວດພົບເຊື້ອບໍ່ສູງ (low sensitivity) ເຊິ່ງເປັນສາເຫດໃຫ້ເກີດການອອກຜົນເປັນລົບປອມ (false negative) ແລະ ບໍ່ມີຄວາມແມ່ນຢໍາ (low specificity) ເຊິ່ງເປັນສາເຫດໃຫ້ເກີດມີປະຕິກິລິຍາກັບພູມຄຸ້ມກັນອື່ນທີ່ຄ້າຍຄຽງກັນ (cross-reaction), ເປັນສາເຫດທີ່ເກິດການອອກຜົນບວກປອມ (false positive), ໃນນັ້ນ ຄວາມແມ່ນຢໍາຂອງມັນກໍຂື້ນກັບການກວດໃນລະຫວ່າງໃດຂອງໄລຍະເວລາການຕິດເຊື້ອ ເຊິ່ງການກວດກ່ອນ ຫລື ພາຍຫລັງການຕິດເຊື້ອຫລາຍວັນຈົນຮ່າງກາຍເຂົ້າສູ່ໄລຍະການຟື້ນໂຕ ເຊື້ອພະຍາດໃນຮ່າງກາຍ ມີຈຳນວນໜ້ອຍຈະເຮັດໃຫ້ໄດ້ຮັບຜົນກວດ ລົບປອມ. ເຖິງວ່າການນໍາໃຊ້ເຄື່ອງທົດສອບແບບໄວ (AgRDT) ທີ່ມີສິ່ງຈໍາກັດຫຼາຍຢ່າງໃນການນໍາໃຊ້ຕົວຈິງເຂົ້າໃນການກວດວິເຄາະ ບົ່ງມະຕິພະຍາດ ຖ້າເຄື່ອງດັ່ງກ່າວບໍ່ຮັບປະກັນຄຸນນະພາບ ແລະ ການນໍາໃຊ້ບໍ່ຖືກວິທີ ກໍຈະເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຄວບຄຸມພະຍາດ ແລະ ອາດສ້າງຄວາມສັບສົນໃຫ້ແກ່ຄວາມເຂົ້າໃຈຕໍ່ການເຝົ້າລະວັງ ແລະ ປ້ອງກັນຂອງຄົນໃນສັງຄົມ. ກ່ຽວກັບເຄື່ອງກວດແບບໄວທີ່ມີໃນຕະຫລາດແບບກວດແອນຕີເຈນ ແລະ ແອນຕີບໍດີ້ ມີຄວາມແຕກຕ່າງ ເຊິ່ງມີຄວາມແຕກຕ່າງດ້ານຈຸດປະສົງ ຫຼື ເປົ້າໝາຍການນໍາໃຊ້ ແລະ ຄວາມບໍ່ຊັດເຈນຂອງມັນກໍແຕກຕ່າງກັນ. ເນື່ອງຈາກມີຄວາມຕ້ອງການກວດວິເຄາະໃຫ້ທົ່ວເຖິງ, ທັນການຄຽງຄູ່ກັບຂະບວນການກວດວິເຄາະດ້ວຍເຕັກນິກ ແລະ ມາດຕະຖານສູງ ແລະ ເຮັດໃຫ້ການຄົ້ນຫາຜູ້ຕິດເຊື້ອໄດ້ຢ່າງທັນການພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ສາທາລະນະສຸກ ທີ່ກ່ຽວຂ້ອງ. ລັດຖະມົນຕີ ໄດ້ອອກຄໍາສັ່ງ ສະບັບເລກທີ 1101/ສທ, ລົງວັນທີ 24/09/2021 1. ອະນຸຍາດໃຫ້ນໍາໃຊ້ ເຄື່ອງທົດສອບແບບໄວ (AgRDT) ສໍາລັບພາກລັດ ທີ່ມີເງື່ອນໄຂ ແລະ ປະຕິບັດຕາມຍຸດທະສາດຂອງການສ້າງຂີດຄວາມສາມາດຂອງການກວດສອບ ທີ່ກະຊວງສາທາລະນະສຸກ ໄດ້ສ້າງຂຶ້ນ. 2. ຈະຄົ້ນຄວ້າ ແລະ ພິຈາລະນາ ອະນຸຍາດການນໍາໃຊ້ ເຄື່ອງທົດສອບແບບໄວ (AgRDT) ສໍາລັບຂົງເຂດໂຄງການພັດທະນາຂອງລັດຖະບານ ແລະ ເຂດອຸດສາຫະກໍາທີ່ມີແຮງງານເປັນຈໍານວນຫຼາຍ ທີ່ມີເງື່ອນໄຂໃນການກວດ, ໄດ້ຜ່ານການອົບຮົມ, ຜ່ານການປະເມີນຄວາມສາມາດ ໂດຍເຈົ້າໜ້າທີ່ສາທາລະນະສຸກກ່ຽວຂ້ອງ ພ້ອມທັງເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມ ຍຸດທະສາດຂອງການສ້າງຂີດຄວາມສາມາດຂອງການກວດວິເຄາະ ທີ່ກະຊວງສາທາລະນະສຸກ ໄດ້ສ້າງຂຶ້ນ 3. ຫ້າມບຸກຄົນ ຫຼື ນິຕິບຸກຄົນ ນໍາເຂົ້າເຄື່ອງທົດສອບແບບໄວ (AgRDT) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດ ໂຄວິດ-19 ເຂົ້າມາຈໍາໜ່າຍຢູ່ໃນ ສປປ ລາວ ຢ່າງເດັດຂາດ ຖ້າບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ສາທາລະນະສຸກກ່ຽວຂ້ອງ. 4. ຫ້າມບຸກຄົນ ແລະ ບັນດາສະຖານທີ່ບໍລິການພາກເອກະຊົນ ໃນຂອບເຂດທົ່ວປະເທດ ນໍາໃຊ້ເຄື່ອງທົດສອບແບບໄວ (AgRDT) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດ ໂຄວິດ-19 ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ຢ່າງເດັດຂາດ. 5. ຖ້າບຸກຄົນ ຫຼືພາກສ່ວນໃດລະເມີດຄໍາສັ່ງສະບັບນີ້ຈະຖືກກ່າວເຕືອນ, ອາຍັດ, ປັບໄໝແລະລົງໂທດຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້. 6. ໃນກໍລະນີພົບເຫັນການນໍາໃຊ້ເຄື່ອງດັ່ງກ່າວມາຂ້າງເທິງໃນສະຖານທີ່ທີ່ບໍ່ໄດ້ຮັບອະນຸຍາດ ໃຫ້ແຈ້ງມາຍັງການຈັດຕັ້ງກ່ຽວຂ້ອງຂອງກະຊວງສາທາລະນະສຸກ ຫຼື ລາຍງານໃຫ້ສາຍດ່ວນ 165 ຫຼື 166. 7. ກໍລະນີບໍລິສັດຈະນໍາເຂົ້າເຄື່ອງທົດສອບແບບໄວ (AgRDT) ກະຊວງສາທາລະນະສຸກອະນຸຍາດ ແມ່ນທາງການໄດ້ມີການກໍານົດແຫຼ່ງທີ່ມາ ເຊັ່ນ: ຈາກແຫຼ່ງໂດຍໄດ້ຜ່ານການຮັບຮອງຈາກອົງການອະນາໄມໂລກ ຫຼື ຢັ້ງຢືນຈາກບັນດາປະເທດທີ່ມີຄວາມເຂັ້ມແຂງທາງດ້ານການຄຸ້ມຄອງຜະລິດຕະພັນການແພດ. ການນໍາເຂົ້າຕ້ອງແມ່ນໜ້າທີ່ຂອງຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນການແພດ ທີ່ໄດ້ຮັບອະນຸ ຍາດຢ່າງຖືກຕ້ອງຕາມລະບຽບການຂອງກະຊວງສາທາລະນະສຸກ, ໃນປະຈຸບັນບໍລິສັດຂາອອກ-ຂາເຂົ້າ ຢາ ແລະ ຜະລິດຕະພັນການແພດ ມີທັງໝົດ: 84 ບໍລິສັດ ໃນນັ້ນມີ: ບໍລິສັດດ້ານຢາ 18, ດ້ານອຸປະກອນການແພດ 35, ດ້ານຢາ ແລະ ອຸປະກອນ 31. ຕໍ່ກັບສະພາບການດັ່ງກ່າວ ຈິ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ແຕ່ລະຂະແໜງການ ໃຫ້ຄວາມຮ່ວມມືໃນການສະກັດກັ້ນ ແລະ ເຮັດໃຫ້ສັງຄົມລາວ ມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ເປັນເຈົ້າການໃນການປະຕິບັດລະບຽບກົດໝາຍຂອງບ້ານເມືອງ.  ຂ້າພະເຈົ້າຈິ່ງຂໍແນະນໍາໃຫ້ ບັນດາທ່ານ ຊາບວ່າ: • ການກວດຫາເຊື້ອແມ່ນວິທີການໜຶ່ງທີ່ຈຳເປັນເພື່ອຕໍ່ສູ້ກັບພະຍາດໂຄວິດ-19. ຂໍຄວາມຮ່ວມມືຈາກບັນດາທ່ານທີ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ (C1) ແລະ ຜູ້ທີ່ມີອາການສົງໄສຂອງພະຍາດໂຄວິດ-19 ໃຫ້ໄປກວດຫາເຊື້ອໃນຈຸດບໍລິການທີ່ໄດ້ກຳນົດໄວ້ ເພາະທ່ານຈະໄດ້ຮັບການກວດທີ່ດີທີ່ສຸດ ແລະ ບໍ່ເສຍເງິນ. • ການກວດຫາເຊື້ອດ້ວຍຕົນເອງດ້ວຍເຄື່ອງກວດແບບໄວນັ້ນບໍ່ແມ່ນທາງເລືອກທີ່ດີຖ້າທຽບໃສ່ການກວດຈາກຫ້ອງວິເຄາະ. ການກວດຫາເຊື້ອ, ການຊອກຄົ້ນຫາຜູ້ຕິດເຊື້ອ ແລະ ການແຍກປ່ຽວຜູ້ສຳຜັດໃກ້ຊິດອອກຈາກຄົນອື່ນ ຕ້ອງໄດ້ເຮັດໃຫ້ໄວເພື່ອຕັດຕ່ອງໂສ້ຂອງການລະບາດ. • ຖ້າທ່ານເປັນກຸ່ມສ່ຽງ ຫຼື ນອນຢູ່ໃນເງື່ອນໄຂການກວດ, ໃຫ້ທ່ານໄປກວດຫາເຊື້ອກັບແພດ-ໝໍຢູ່ຈຸດກວດທີ່ກຳນົດໄວ້ ທ່ານຈະບໍ່ໄດ້ເສຍຄ່າໃດໆ. • ການນຳໃຊ້ເຄື່ອງກວດແບບໄວຂອງກະຊວງສາທາລະນະສຸກແມ່ນເພື່ອເຮັດການກວດແບບທ່າບຸກ ແລະ ໃຫ້ມີຄວາມສະດວກຕໍ່ການເຂົ້າເຖິງເຂດຫ່າງໄກສອກຫຼີກ. ປະສິດທິພາບຂອງເຄື່ອງກວດແບບໄວຍັງມີຢູ່ໃນຂະບວນປະເມີນຢູ່ ແຕ່ທ່ານສາມາດກວດຫາເຊື້ອກັບຊ່ຽວຊານແພດ-ໝໍໂດຍບໍ່ໄດ້ເສຍຄ່າໃດໆ ຖ້າທ່ານເປັນກຸ່ມສ່ຽງ. • ກະຊວງສາທາລະນະສຸກຍັງບໍ່ອະນຸຍາດໃຫ້ບຸກຄົນນຳໃຊ້ເຄື່ອງກວດແບບໄວດ້ວຍຕົນເອງ ໂດຍສະເພາະເຄື່ອງກວດທີ່ບໍ່ໄດ້ຮັບອະນຸມັດຈາກອົງການອະນາໄມໂລກໃນການນຳໃຊ້ສຸກເສີນ. • ການກວດດ້ວຍເຄື່ອງກວດແບບໄວແມ່ນໃຫ້ຜົນສໍາລັບມື້ທີ່ກວດເທົ່ານັ້ນ. ການກວດເປັນຜົນລົບຄັ້ງດຽວບໍ່ໄດ້ໝາຍຄວາມວ່າທ່ານບໍ່ຕິດເຊື້ອ. • ຄົນທົ່ວໄປອາດເກັບຕົວຢ່າງບໍ່ຖືກຈຸດ ຫຼື ອ່ານຜົນບໍ່ຖືກເວລາ ຫຼື ເຮັດການກວດບໍ່ຖືກຕ້ອງຄືກັບແພດທີ່ໄດ້ຜ່ານການອົບຮົມມາແລ້ວ ສະນັ້ນການກວດດ້ວຍຕົນເອງຈຶ່ງມີຄວາມສ່ຽງ. • ເຫດຜົນທີ່ສໍາຄັນທີ່ສຸດກໍຄື ທ່ານສາມາດແຜ່ເຊື້ອພະຍາດໃຫ້ຄົນອື່ນໄດ້ໃນເວລາທີ່ທ່ານໃຊ້ເຄື່ອງກວດດ້ວຍຕົນເອງ ເພາະວ່າທ່ານບໍ່ໄດ້ປະຕິບັດມາດຕະການປ້ອງກັນຄືແພດ ໂດຍສະເພາະ ບໍ່ໄດ້ໃສ່ຖົງມື, ບໍ່ໄດ້ໃສ່ຊຸດປ້ອງກັນຄືແພດ, ບໍ່ໄດ້ໃສ່ຜ້າອັດປາກ-ດັງ N-95 ແລະ ບຸກຄົນທົ່ວໄປກໍຖີ້ມເຄື່ອງທີ່ໃຊ້ກວດແລ້ວ ລົງຖັງຂີ້ເຫຍື້ອທົ່ວໄປ ໂດຍບໍ່ໄດ້ຂ້າເຊື້ອກ່ອນ. • ສະນັ້ນ ເມືອທ່ານສົງໄສວ່າເປັນຜູ້ໃກ້ຊິດ ກໍຂໍໃຫ້ມາກວດນໍາແພດໝໍເຮົາ ເພາະການກວດບໍ່ໄດ້ເສຍເງິນ ແລະ ບໍ່ໄດ້ລໍຖ້າຜົນກວດດົນ.  ຢາພື້ນເມືອງ Lianhua Quingwen Capsule: ຢານີ້ໄດ້ຂຶ້ນທະບຽນຢູ່ ລາວ ແລ້ວ ແຕ່ກາງປີ 2020, ທີ່ໄດ້ລະບູຂໍ້ບົ່ງໃຊ້ ສໍາລັດແກ້ພິດເບື່ອ, ແກ້ໄຂ້, ແກ້ຫວັດ, ແກ້ໄອ, ບັນເທົາອາການເຈັບຄໍ, ແກ້ປວດກ້າມຊີ້ນ. ແຕ່ວ່າມາຮອດປະຈຸບັນທາງອົງການອະນາໄມໂລກບໍ່ໄດ້ໃຫ້ເອົາເຂົ້າໃນຄູ່ມືປິ່ນປົວ COVID-19. ການໃຊ້ປິ່ນປົວແບບສົມທົບອາດມີຫຼາຍຄົນໃຊ້ ເພາະວ່າຢານີ້ມີຂໍ້ບົ່ງໃຊ້ ແລະ ປະສິດທິຜົນໃກ້ຄຽງກັບການປົວຕາມອາການຂອງຜູ້ທີ່ຕິດເຊື້ອ COVID-19 ແຕ່ບໍ່ແມ່ນເຈາະຈົງ ແລະບໍ່ທັັນມີການຢັ້ງຢືນແບບວິທະຍາສາດ. ມີແຕ່ຂໍ້ມູນຈາກແຫຼ່ງຂ່າວຂອງສັງຄົມ. * ສ່ວນການນໍາເຂົ້າແມ່ນບໍ່ໄດ້ອະນຸຍາດຈາກເຈົ້າໜ້າທີ່ກວດກາ ອຢ. ຜ່ານມາ ສປ ຈີນໄດ້ເອົາມາຊ່ວຍເຫຼືອ ຈໍານວນ 280,000 ກວ່າ ແຄັບຊູນ ໄດ້ແຈກຢາຍໃຫ້ ສູນປິ່ນປົວ ຜູ້ຕິດເຊື້ອໝົດແລ້ວ. ສ່ວນລາຄານັ້ນ ພວກເຮົາບໍ່ມີຂໍ້ມູນຊັດເຈນ. * ໃນສັງຄົມກະພົບເຫັນສະພາບການຈໍລະຈອນ ທາງ online ເຊິ່ງວ່າທາງຂະແໜງການ ອຢ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ກໍາລັງຕິດຕາມເພື່ອແກ້ໄຂ ຢາພື້ນເມືອງຈໍານວນໜຶ່ງໄດ້ ນໍາໃຊ້ທົດລອງປິ່ນປົວ ເພື່ອເຮັດການສຶກສາຄົ້ນຄວ້າ ກັບຄົນຕິດເຊື້ອໂຄວິດ 19 ທີ່ ແຂວງ ຈຳປາສັກ, ເຊີ່ງໃນທີ່ຜ່ານມາ ແຂວງຈຳປາສັກ ກໍ່ເປັນແຂວງນື່ງ ໃນ 3 ແຂວງ ພາກໃຕ້ ທີ່ໄດ້ກຳນົດເອົາເປັນແຂວງ ເຮັດການສຶກສາ, ເຊີ່ງໃນເວລານັ້ນ ໄດ້ມີການລະບາດຂອງການຕິດເຊື້ອ ໂຄວິດ-19 ຫຼາຍ ແລະ ການເຮັດການຄົ້ນຄວ້ານໍາໃຊ້ຢາພື້ນເມືອງ ກໍ່ແມ່ນເຮັດ ກັບກຸ່ມຄົນທີ່ໄດ້ຮັບເຊື້ອໂຄວິດ-19 ທີ່ມີອາການເບື້ອງຕົ້ນ ບໍ່ສະແດງອາການ ແລະ ອາການປານກາງ ແລະ ຢາທັງ 3 ຊະນິດຄື: ລາຊີບີ, ກະຊາຍຂາວ ແລະ ຜັກຄາວທອງ ທີ່ໄດ້ເຮັດການຄົ້ນຄວ້າກໍ່ແມ່ນເປັນອີກນື່ງທາງເລືອກໃນການປະກອບສວ່ນການນຳໃຊ້ຢາພື້ນເມືອງສົມທົບ ກັບຢາຫຼວງ ຈຸດປະສົງຫຼັກກໍ່ ເພື່ອຊວ່ຍ ສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ, ຫຼຸດຜ່ອນອາການ ແລະ ເພື່ອຊ່ວຍຢັບຢັ້ງການນໍາຂອງເຊື້ອລົງສູ່ປອດ. ປະຈຸບັນແມ່ນຍັງລໍຖ້າສະຫຼຸບຜົນການສຶກສາ. ສຳລັບຂໍ້ມູນຈາກແຫຼ່ງຂ່າວ ດັ່ງທີ່ບັນດາທ່ານໄດ້ຮັບນັ້ນ ອາດເປັນຂໍ້ມູນທີ່ເກີນຈິງ ຈິ່ງເຮັດໃຫ້ມີຄຳຖາມຈາກສັງຄົມວ່າ ໄດ້ຜ່ານ ອຢ ແລ້ວບໍ່ ? ປີ່ນປົວດີແທ້ບໍ່ ? ກໍລະນີຢາທີ່ຜະລິດ-ປຸງແຕ່ງຢູ່ແຂວງຈໍາປາສັກ ທີ່ສັງຄົມກໍາລັງມີຫຼາຍຄໍາຖາມຕໍ່ການຈັດຕັ້ງກ່ຽວຂ້ອງຂອງພາກລັດ. ມື້ນີ້ ຂ້າພະເຈົ້າ ຂໍມາຊີ້ແຈງໃຫ້ບັນດາທ່ານຮັບຊາບວ່າ: ຕາມຈຸດປະສົງຫຼັກ ກໍແມ່ນການນຳສະເໜີ ເພື່ອການປະກອບສ່ວນ ຊ່ວຍເຫຼືອສັງຄົມ ແລະ ຄຽງຄູ່ກັບການເຮັດການຄົ້ນຄວ້າໄປພ້ອມໆກັນ ເຊີ່ງຢາດັ່ງກ່າວ ໄດ້ຜະລິດປຸງແຕ່ງຂື້ນ ໂດຍມີສ່ວນຮ່ວມຈາກ ພະອາຈານ ຮສ. ປອ ຄໍາຕູ້ ອິນທະວົງ ພາຍໃຕ້ການເຫັນດີເປັນເອກະພາບຂອງການນຳຂັ້ນແຂວງ ຈຳປາສັກ ແລະ ເພີ່ນກໍແມ່ນບຸກຄົນນື່ງທີ່ໄດ້ປະກອບສ່ວນຮ່ວມກັບການຈັດຕັ້ງປະຕິບັດເຮັດການສຶກສາຄົ້ນຄວ້າໃນຄັ້ງນີ້, ເຊີ່ງຢາທີ່ນຳມາສະເໜີໃຊ້ເພື່ອການສຶກສາຄົ້ນຄວ້າໃນຄັ້ງນີ້ແມ່ນ ຢາພື້ນເມືອງ ທີ່ໄດ້ມາຈາກພືດທີ່ເປັນຢາ ທີ່ມີຊື່ເອີ້ນຈາກທ້ອງຖີ່ນທີ່ແຕກຕ່າງກັນ ແລະ ໄດ້ນຳມາເປັນສູດຕຳລາ ເຊີ່ງສູດຕໍາລານັ້ນ ກໍແມ່ນຕໍາລາສືບທອດຈາກພູມປັນຍາຂອງທ້ອງຖິ່ນ, ເຊີ່ງຢາດັ່ງກ່າວ ຍັງຢູ່ໃນຂັ້ນຕອນການນຳສະເໜີເພື່ອຂໍການພິຈາລະນາ ການນຳໃຊ້ ເພື່ອການສຶກສາຄົ້ນຄວ້າກັບຄົນຕິດເຊື້ອພະຍາດໂຄວິດ-19. ສະນັ້ນ, ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຍັງຈະໄດ້ ສົມທົບສືບຕໍ່ ພິຈາລະນາ ແລະ ຢັ້ງຢືນຄຸນນະພາບ ກ່ອນການນຳໃຊ້ຢາພື້ນເມືອງ ດັ່ງກ່າວ ຕື່ມອີກ ໃນຂັ້ນຕໍ່ໄປ. ຄຳຖາມຈາກສັງຄົມທີ່ວ່າ ໄດ້ຜ່ານ ອຢ ແລ້ວບໍ່ ນັ້ນ ແມ່ນວ່າ ຢາດັ່ງກ່າວ ຍັງບໍ່ທັນຜ່ານການຂື້ນທະບຽນ ຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເທື່ອ, ເນື່ອງຈາກເປັນຢາພື້ນເມືອງທີ່ນຳໃຊ້ເຂົ້າເພື່ອເຮັດການສຶກສາຄົ້ນຄວ້າ, ແຕ່ວ່າການນໍາໃຊ້ນັ້ນ ແມ່ນຈະຕ້ອງໄດ້ຮັບການອະນຸມັດ ຈາກກະຊວງສາທາລະນະສຸກກ່ອນ, ກໍເພື່ອໃຫ້ການສຶກສາຄົ້ນຄວ້ານັ້ນ ໄປຕາມຫຼັກການວິທະຍາສາດຂອງການຄົ້ນຄວ້າ ແລະ ຢູ່ພາຍໃຕ້ການນຳໃຊ້ຂອງແພດໝໍ ແລະ ມີການຕິດຕາມຢ່າງຄັກແນ່ ຈົນສາມາດສະຫຼຸບຜົນຂອງການສຶກສາຄົ້ນຄວ້າໄດ້ຢ່າງມີປະສິດທິຜົນ. ສໍາລັບຄໍາຖາມທີ່ວ່າ ປີ່ນປົວຄົນຕິດພະຍາດໂຄວິດ-19 ດີແທ້ບໍ່ ນັ້ນ ແມ່ນຍັງບໍ່ມີການສຶກສາໃດ ຫຼື ການຢັ້ງຢືນໃດ ວ່າມີຢາໃຊ້ສະເພາະເພື່ອປີ່ນປົວຄົນຕິດພະຍາດໂຄວິດ-19 ໃຫ້ຫາຍດີໄດ້ ມີພຽງແຕ່ຢາ ທີ່ໃຊ້ປີ່ນປົວຕາມອາການ ແລະ ຊວ່ຍເສີມສ້າງພູມຕ້ານທານຂອງຮ່າງກາຍ ແລະ ຫຼຸດຜ່ອນການກະຈ່າຍແຜ່ເຊື້ອ ໃຫ້ເບົາບາງລົງ ຈົນກ້າວບໍ່ໃຫ້ລົງສູ່ປອດ ແລະ ອາການກໍ່ຄ່ອຍໆຫາຍດີຂື້ນ ຈົນບໍ່ພົບເຊື້ອໃນຮ່າງກາຍ. ມາຮອດນີ້ ຍັງມີຕື່ມອີກຈຸດນື່ງ ຢາກຝາກນຳ ບັນດາທ່ານ ພໍ່ແມ່ປະຊາຊົນ ວ່າ ການຈະຮູ້ວ່າ ຕົນເອງແມ່ນຕິດເຊື້ອພະຍາດໂຄວິດ-19 ນັ້ນ ແມ່ນຕ້ອງໄດ້ຮັບການກວດບົ່ງມະຕິຈາກແພດໝໍ ແລະ ຮັບການໃຫ້ຢາຕາມຄໍາແນະນໍາຂອງແພດເທົ່ານັ້ນ, ການຊື້ຢາກິນເອງ ຈາກແຫຼ່ງຂາ່ວ ຫຼື ໄດ້ຮັບຂໍ້ມູນຂ່າວສານ ຜ່ານສື່ອອນໄລຕ່າງໆ ແມ່ນໃຫ້ບັນດາທ່ານ ຈົ່ງມີສະຕິ ແລະ ລະວັງການໄດ້ຮັບຢາປອມ, ຢາຕົກມາດຕະຖານ ແລະ ໄດ້ຮັບປະສິດທິຜົນຂອງຢາ ບໍ່ສອດຄ່ອງກັບການປີ່ນປົວ. ສຸດທ້າຍນີ້ ຂ້າພະເຈົ້າຂໍຮຽກຮ້ອງມາຍັງພໍ່ແມ່ ພີ່ນ້ອງ ແລະ ບັນດາທ່ານຢູ່ໃນສັງຄົມລາວທຸກຄົນ ໃຫ້ພ້ອມໃຈກັນປະຕິບັດຕາມຄໍາສັ່ງຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອຊ່ວຍກັນຄວບຄຸມການລະບາດ ໃຫ້ສິ້ນສຸດ ຫຼື ໄດ້ຮັບໄຊຊະນະ ຈາກໄພຂົ່ມຂູ່ ຂອງພະຍາດໂຄວິດ-19 ນີ້. ສະນັ້ນ ໃນການເຄື່ອນໄຫວທາງສັງຄົມໃຫ້ມີຄວາມລະມັດລະວັງ, ຫຼີກລ້ຽງປັດໃຈສ່ຽງຕ່າງໆ ໃນເວລາຈໍາເປັນອອກສູ່ສັງຄົມຕ້ອງໃສ່ຜ້າອັດປາກ-ດັງ, ໃຊ້ເຫຼົ້າ ຫຼື ເຈວເຫຼົ້າຂ້າເຊື້ອມືເປັນປະຈໍາ, ຮັກສາໄລຍະຫ່າງທາງສັງຄົມຕາມກໍານົດ ແລະ ສິ່ງສໍາຄັນ ຕ້ອງໄດ້ຮັບວັກຊິນຄົບໂດສ ຕາມເກນອາຍຸ, ຕາມການແນະນໍາ ແລະ ການບໍລິການຂອງ ແພດໝໍ, ພ້ອມນີ້ ຂ້າພະເຈົ້າຂໍຝາກເຕືອນຜູ້ຈຳໜ່າຍແລະໂຄສະນາຂາຍຜະລິດຕະພັນດັ່ງກ່າວແມ່ນບໍ່ໄດ້ຮັບອະນຸຍາດຈາກ ກອຢ ຜິດຕໍ່ກົດໝາຍ ແລະລຽບການຂອງສາທາລະນະສຸກ ສະນັ້ນ ບໍ່ໃຫ້ປະຊົນຫຼົງເຊື່ອການໂຄສະນາຂາຍຜະລິດຕະພັນດັ່ງກ່າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ