ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 502 ເປີດຂະບວນການແຂ່ງຂັນ ຕິດພັນວັນປະກາດເອກະລາດ ຄົບຮອບ 76 ປີ
ເວລາອອກຂ່າວ: 2021-10-13 11:47:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1730 | ຄວາມນິຍົມ:



ວັນທີ 12 ຕຸລາ 2021ນີ້, ກອງພັນໃຫຍ່ 502 ໃນກອງພົນທີ 5 ໄດ້ຈັດຕັ້ງເປີດຂະບວນການແຂ່ງຂັນໄລຍະສັ້ນ ຕິດພັນກັບປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 76 ປີ ຂຶ້ນ ໂດຍການເປັນປະທານຂອງສະຫາຍ ພັນໂທ ລືໄຊ ສຸວັນນະສີ ຫົວໜ້າການເມືອງກອງພັນໃຫຍ່ 502, ມີຄະນະໜ່ວຍງານລົງກໍ່ສ້າງຮາກຖານ, ພະແນກການ, ອົງການ, ກົມກອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂອກາດດັ່ງກ່າວ ສະຫາຍ ພັນໂທ ສົມພອນ ພາລະດີ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານມະຕິນໍາພາແຂ່ງຂັນໄລຍະສັ້ນ ແລະ ຜ່ານແຜນຊຸກຍູ້ຂະບວນການ, ຈາກນັ້ນ ສະຫາຍ ພັນໂທ ອິນປົນ ເພັດນາວາ ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນໄລຍະສັ້ນ ເພື່ອຂໍານັບຮັບຕ້ອນວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ - ເວົ້າສະເພາະແມ່ນ ວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ແລະ ວັນສ້າງຕັ້ງກອງພົນທີ 5 ຄົບຮອບ 40 ປີ ໃຫ້ມີຂະບວນການຟົດຟື້ນແຂງແຮງ, ພາຍໃຕ້ຄໍາຂັວນ “ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ, ຕັ້ງໜ້າປັບປຸງ, ກໍ່ສ້າງກອງທັບປະຊາຊົນລາວ ທັງ 3 ປະເພດກໍາລັງ ໃຫ້ໜັກແໜ້ນ, ເຂັ້ມແຂງ, ຈົງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ” ຕິດພັນກັບຄໍາຂັວນ “ຮັກຊາດ ແລະ ພັດທະນາ” ແລະ ສ້າງໃຫ້ກົມກອງ ມີຄວາມເຂັ້ມແຂງ ຮັບປະກັນເຮັດສໍາເລັດໜ້າທີ່ ໃນພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມປອດໄພໂດຍພື້ນຖານ. ຖັດຈາກນັ້ນໃນພິທີຍັງໄດ້ຫວນຄືນເຖິງມູນເຊື້ອແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ຂອງວັນປະກາດເອກະລາດຂອງຊາດລາວ, ໃນທ້າຍສະຕະວັດທີ 19 ພວກລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າຮຸກຮານ ແລະ ຢຶດຄອງເອົາປະເທດລາວເປັນຫົວເມືອງຂຶ້ນ, ປະຊາຊົນລາວກາຍເປັນຂ້ອຍຂ້າຂອງຕ່າງຊາດ, ແຕ່ດ້ວຍມູນເຊື້ອບໍ່ຍອມຈໍານົນ, ປະຊາຊົນລາວບັນດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຢ່າງເນື່ອງນິດລຽນຕິດ, ມາຮອດປີ1930 ພັກຄອມມູນິດອິນດູຈີນໄດ້ກໍາເນີດເກີດຂຶ້ນ, ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນບັນດາປະເທດ ມີແນວທາງ ແລະ ມີຍຸດທະສາດອັນຈະແຈ້ງ, ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າໄດ້ກ້າວໄປສູ່ໄລຍະໃໝ່,ດ້ວຍຄຸນນະພາບອັນໃໝ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງຄະນະພັກແຄ້ວນລາວ, ຮອດວັນທີ 12 ຕຸລາ 1945. ຈາກນັ້ນ ສະຫາຍຫົວໜ້າການເມືອງກອງພັນໃຫຍ່ 502 ໄດ້ໃຫ້ກຽດໂອ້ລົມ ແລະ ຮຽກຮ້ອງໃຫ້ພະນັກງານນໍາພາ-ບັນຊາ ແຕ່ລະຂັ້ນຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເປັນປົກກະຕິ, ຍົກສູງບົດບາດການຊີ້ນໍາ-ນໍາພາເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ເອົາໃຈໃສ່ປະຕິບັດກົດລະບຽບຂອງກອງທັບ ກໍຄືຂອງກົມກອງວາງອອກຢ່າງເຂັ້ມງວດ ພ້ອມກັນຕັ້ງໜ້າປະຕິບັດ ແລະ ໜ້າທີ່ວຽກງານຂອງກົມກອງໃຫ້ມີປະສິດທິພາບສູງ. ຈາກນັ້ນບັນດາສະຫາຍອົງການ, ພະແນກການກໍໄດ້ຈັບມືຮັບຮອງເອົາຂໍ້ແຂ່ງຂັນ ເພື່ອພ້ອມກັນເອົາເນື້ອໃນດັ່ງກ່າວ ໄປຈັດຕັ້ງເຂົ້າໃນໜ້າທີ່ວຽກງານຂອງກົມກອງໃຫ້ເປັນຂະບວນການຟົດຟື້ນ. ຂ່າວ-ພາບ: ສົມພອນໄຊ ພັນທ້າວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ