ບໍລິສັດອຸດສາຫະກຳຈົງຈູ່ຈຳກັດ ມອບເງິນຊຸກຍູ້ວຽກງານຕ້ານພະຍາດ ໂຄວິດ-19
ເວລາອອກຂ່າວ: 2021-10-07 10:50:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:
ທ່ານ ຢາງຊິງໂຫຼງ (Yang Qing Rong) ປະທານບໍລິສັດ ອຸດສາຫະກຳຈົງຈູຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນຈຳນວນ 50.000.000 ກີບ ໃຫ້ແຂວງຊຽງຂວາງ ເພື່ອນຳໃຊ້ເຂົ້າໃນວຽກງານ ສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ໃນວັນທີ 6 ຕຸລາ 2021 ຢູ່ທີ່ອງວ່າການແຂວງຊຽງຂວາງ ກ່າວຮັບໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ.
ໂອກາດນີ້ ທ່ານຮອງເຈົ້າແຂວງ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ທ່ານ ຢາງຊິງໂຫຼງ ກໍ່ຄື ບໍລິສັດອຸດສາ ຫະກຳຈົງຈູ ຈຳກັດ ທີ່ໄດ້ປະກອບສ່ວນ ຊ່ວຍເຫຼືອແຂວງຊຽງຂວາງ ໃນການຈັດຕັ້ງປະຕິບັດວຽກງານ ສະກັດກັ້ນ ແລະ ຕ້ານພະຍາດ ໂຄວິດ-19 ແລະ ອວຍພອນໄຊໃຫ້ທ່ານຢາງຊິງໂຫຼງ ມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ຮຽກຮ້ອງມາຍັງທຸກຄົນພາຍໃນແຂວງຊຽງຂວາງເວົ້າສະເພາະ ເວົ້າລວມກໍ່ຄືໝົດທຸກຄົນຈົ່ງພ້ອມກັນຮັກສາສຸຂະພາບ ແລະ ຜ່ານພົ້ນວິກິດຄັ້ງນີ້ໄປດ້ວຍດີ ເງິນຈຳນວນດັ່ງກ່າວແມ່ນຈະນຳໄປໝູນໃຊ້ເຂົ້າໃນວຽກງານ ໂຄສະນາ, ປິ່ນປົວ, ສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ເຮັດໃຫ້ຈຳນວນຜູ້ຕິດເຊື້ອຫຼຸດໜ້ອຍຖອຍລົງ.
ຂ່າວ: ບຸນມີ ແສງທຸມມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ