ພະແນກເສນາຮັກ ກອງພົນທີ 4 ລົງເຄື່ອນໄຫວສັກວັກຊິນຕ້ານໂຄວິດ-19 ເຂັມທີ 2 ຢູ່ກອງພັນ 14
ເວລາອອກຂ່າວ: 2021-10-03 11:53:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 866 | ຄວາມນິຍົມ:
ໃນວັນທີ 29 ກັນຍາ 2021 ນີ້, ພະແນກເສນາຮັກ ກອງພົນທີ 4 ລົງເຄື່ອນໄຫວສັກວັກຊິນຕ້ານພະຍາດໂຄວິດ-19 ຢູ່ກອງພັນ 14 ນຳພາໂດຍ ສະຫາຍ ພັນຕີ ກິນນາລີ ທຳມະຫາ ຮອງພະແນກເສນາຮັກ ກອງພົນທີ4 ໂດຍການຕ້ອນຮັບຂອງຄະນະພັກ-ຄະນະບັນຊາ ກອງພັນ 14, ພ້ອມພະນັກງານນັກຮົບທົ່ວກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ການລົງເຄື່ອນໄຫວສັກວັກຊິນຂອງພະແນກ ເສນາຮັກ ຂອງກອງພົນທີ 4 ໃນຄັ້ງນີ້ ແມ່ນຈະສັກເປັນເຂັມທີ 2 ສືບຕໍ່ຈາກເຂັມທຳອິດໃນທ້າຍເດືອນ ສິງຫາ 2021 ທີ່ຜ່ານມາ, ປະເພດວັກຊິນທີ່ນຳມາສັກແມ່ນວັກຊິນ ຊິໂນຟາມ ຈຳນວນພົນເຂົ້າຮ່ວມຮັບວັກຊິນ ມີ 25 ຄົນ. ຈຸດປະສົງ ໃນການສັກວັກຊິນຄັ້ງນີ້ແມ່ນໃຫ້ພະນັກງາມ-ນັກຮົບໃນກົມກອງໄດ້ຮັບວັກຊິນຄົບ 2 ໂດສ ຕາມຈຳນວນຂອງວັກຊິນທີ່ຈະໄດ້ຮັບ ເພື່ອໃຫ້ວັກຊິນມີປະສິດທິພາບສູງເຖີງ 75% ໃນການປ້ອງກັນເຊື້ອໄວຣັດໂຄວິດ-19 ແລະ ເຮັດໃຫ້ພະນັກງານ-ນັກຮົບມີຄວາມປອດໄພ, ມີພູມຄຸ້ມກັນທີ່ເຂັ້ມແຂງສາມາປະຕິປັດວຽກງາມຕາມການມອບໝາຍຂັ້ນເທີງຢ່າງມີປະສິທິພາບສູງ.
ໂດຍ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ