ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກວດພົບຜູ້ຕິດເຊື້ອໂຄວິດເພີ່ມໃໝ່ 622 ກໍລະນີ ຂະນະດຽວກັນ ການຕິດເຊື້ອໃນຊຸມຊົນຍັງໜ້າເປັນຫ່ວງ
ເວລາອອກຂ່າວ: 2021-09-27 13:58:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 365 | ຄວາມນິຍົມ:



ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນ ໃນ ສປປ ລາວ ແລະ ໃນໂລກ, ປະຈຳວັນຈັນ ວັນທີ 27 ກັນຍາ ປີ 2021ເຊິ່ງ ວັນທີ 26 ກັນຍາ ໄດ້ກວດວິເຄາະທັງໝົດ 6.066 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 622 ຄົນ, ກໍລະນີນໍາເຂົ້າ ມີ 12 ຄົນ ຈາກ ແຂວງ ສະຫວັນນະເຂດ 7 ຄົນ, ຄໍາມ່ວນ 3 ຄົນ, ສາລະວັນ 1 ຄົນ ແລະ ຈໍາປາສັກ 1 ຄົນ. ຕິດເຊື້ອໃນຊຸມຊົນ ມີ 610 ຄົນ ລາຍລະອຽດດັ່ງນີ້: 1. ນະຄອນຫຼວງ 315 ຄົນ, ເມືອງນາຊາຍທອງ 9 ຄົນ. ຈຸດເກັບຕົວຢ່າງບຶງຂະຫຍອງ 12 ຄົນ. ມສ ເຈົ້າອານຸວົງ 6 ຄົນ. ມສ ລາວຫວຽດ 3 ຄົນ. ສະຖາບັນປັດສະເຕີ້ລາວ 11 ຄົນ. ເມືອງນາຊາຍທອງ, ບ້ານປາກແຮດ 6 ຄົນ. ເມືອງຈັນທະບູລີ, ບ້ານຫ້ວຍຫົງ 2 ຄົນ.ໂຮງງານຕັດຫຍິບກຽນວິໄລ 3 ຄົນ. ໂຮງງານອານພິລາວ 54 ຄົນ. ສູນຫຼັກ 27 ມີ 26 ຄົນ (ສຳຜັດໃກ້ຊິດກັບໂຮງງານອານພິລາວ).ຈຸດເກັບຕົວຢ່າງສີເກີດ 60 ຄົນ ແລະເມືອງໄຊທານີ 14 ຄົນ. 2. ຄຳມ່ວນ 152 ຄົນ: ມາຈາກກຳມະກອນບໍລິສັດ ຄ້າຍຢວນ (ໃນນັ້ນ ເກືອບ 90 ເປີເຊັນ ແມ່ນ ກຳມະກອນຄົນລາວ) 3. ຈໍາປາສັກ 59 ຄົນ: ປາກເຊ 38 ຄົນ, ບາຈຽງ 10 ຄົນ, ປະທຸມພອນ 10 ຄົນ (ທະຫານ 5 ຄົນ) ແລະ ຊະນະສົມບູນ 1 ຄົນ. ເມືອງໂຂງ 1 ຄົນ (ແຮງງານຢູ່ສູນເມືອງ) 4. ຫຼວງພະບາງ 35 ຄົນ: ເມືອງງອຍ 17 ຄົນ, ນ້ຳບາກ 14 ຄົນ, ນານ 3 ຄົນ ແລະ ຈອມເພັດ 1 ຄົນ 5. ແຂວງວຽງຈັນ 13 ຄົນ: ເມືອງໂພນໂຮງ ມີ 12 ກໍລະນີ, ຊື່ງທັງໜົດ ແມ່ນມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ໂດຍສະເພາະ ຮ່ວມງານເຮືອນດີ, ບ້ານນາຊູ ມີ 05 ກໍລະນີ, ວັດບ້ານນາຊູ ມີ 01 ກໍລະນີ, ບ້ານໂພນຂາມ 2 ກໍລະນີ ແລະ ບ້ານໂພນໂຮງ 02 ກໍລະນີ, ບ້ານນາໂພເໜຶອ 01 ກໍລະນີ ແລະ ບ້ານສ້າງໃຫ່ຍ 01 ກໍລະນີ ແລະເມືອງທຸລະຄົມ ມີ 01 ກໍລະນີ (ບ້ານໂພນແຮ່) 6. ບໍ່ແກ້ວ 11 ຄົນ: ບ້ານ ພຽງງາມ 09 ຄົນ, ບ້ານຄວ້ານ 01 ຄົນ ເມືອງຕົ້ນເຜີ້ງ ແລະ ເຂດເສດຖະກິດພິເສດ 01 ຄົນ 7. ບໍລິຄໍາໄຊ 7 ຄົນ: ບ້ານໂພນຈະເລີນ, ເມືອງປາກກະດີງ ມີ 07 ກໍລະນີ, ທັງໝົດເຮັດວຽກຢູ່ເຂື່ອນໄຟຟ້ານ້ຳເທີນ 1 ແລະ ພັກຢູ່ຫໍພັກຂອງເຂື່ອນດັ່ງກ່າວ (ອາຊີບເປັນແມ່ຄົວ ມີ 02 ກໍລະນີ, ສັນຊາດ ລາວ 01, ແລະ ສັນຊາດ ຈີນ 01 ຄົນ); ກໍາມະກອນ ມິ 05 ກໍລະນີ (ສັນຊາດ ລາວ 01 ຄົນ; ແລະ ສັນຊາດ ຈີນ 04 ຄົນ) 8. ສາລະວັນ 7 ຄົນ 9. ສະຫວັນນະເຂດ 5 ຄົນ: ພະນັກງານເອຄອນ ມີ 02 ກໍລະນີ; ບ້ານໂພນທັນ, ເມືອງໄຊບູລີ ແລະ ບ້ານຍາງສູງ, ນະຄອນໄກສອນ, ບ້ານແກ້ງຢາງ, ເມືອງເຊໂປນ ມີ 02 ກໍລະນີ, ທັງສອງຄົນອາຊີບເປັນຊິບປີງ, ແລ່ນເອກະສານຢູ່ແດນສະຫວັນ, ບ້ານວົງພັນສີ, ເມືອງອຸທຸມພອນ ມີ 01 ກໍລະນີ, ຊື່ງພົວພັນກັບຜູ້ຕິດເຊື້ອຢູ່ບ້ານດຽວກັນໃນໄລຍະຜ່ານມາ ແລະ ໄດ້ລາຍງານໃນວັນທີ 23 ກັນຍາ 2021. 10. ໄຊສົມບູນ 3 ຄົນ: ບ້ານຊຽງຄົງ, ເມືອງທ່າໂທມ ມີ 02 ກໍລະນີ (ເປັນສາມີ-ພັນລະຍາ) ໄດ້ໄປສົ່ງສະການພໍ່ຕູ້ຢູ່ບ້ານຖໍ້າດິນ, ເມືອງລ້ອງຊານ ແລະ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ງານເຮືອນດີ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021, ບ້ານວັງໄຮ່, ເມືອງທ່າໂທມ ມີ 01 ກໍລະນີ ໄດ້ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ (ເປັນໝູ່ ເຮັດວຽກຢູ່ໂຮງງານອານພີລາວ) 11. ຫລວງນໍ້າທາ 3 ຄົນ: ຄົນລາວ 1 ຄົນ ແລະ ຄົນຈີນ 2 ຄົນ (ມາຈາກ ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ) ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້. ມາຮອດມື້ນີ້ ຜູ້ຕິດເຊື້ອສະສົມທັງໝົດ 22.441 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ກໍາລັງປິ່ນປົວ 5.271 ຄົນ. ປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປລາວ ເຫັນວ່າ ການຕິດເຊື້ອໃນຊຸມຊົນເພີ່ມຂື້ນຢ່າງຕໍ່ເນື່ອງໃນແຕ່ລະວັນ ໝາຍວ່າ ທຸກຄົນ ແມ່ນມີຄວາມສ່ຽງສູງ ແລະ ສາມາດຕິດເຊື້ອພະຍາດນີ້ໄດ້ທຸກເວລາ ຖ້າຫາກບັນດາທ່ານ ຍັງບໍ່ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂັ້ນຕ່າງໆ ວາງອອກເຊັ່ນ: ຫ້າມບໍ່ໃຫ້ອອກຈາກເຮືອນ, ຫ້າມຊຸມແຊວກັນເປັນກຸ່ມ, ຖ້າອອກຈາກເຮືອນໄປ ກໍແມ່ນເພື່ອໄປຊື້ເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ, ອາດຈະ 1-2 ຄັ້ງ/ອາທິດ ເທົ່ານັ້ນ ຫຼື ເຈັບເປັນ ຈະຕ້ອງໄດ້ໄປຫາແພດ. ບັນຫາສຳຄັນ ປັດຈຸບັນ ສັງເກດເຫັນວ່າ ມີກຸ່ມຄົນເປັນຈໍານວນໜຶ່ງ ຍັງອອກໄປເຄື່ອນໄຫວກິດຈະກຳຢູ່ນອກບ້ານ ໂດຍທີ່ບໍ່ມີຄວາມຈຳເປັນ ເຊິ່ງທ່ານອາດນຳເອົາຕົນເອງເຂົ້າໄປຫາຄວາມສ່ຽງໄດ້ເຊັ່ນດຽວກັນ ເພາະ ປັດຈຸບັນ ຄວາມສ່ຽງແມ່ນມີຢູ່ທຸກບ່ອນ. ສະນັ້ນ, ການລ໋ອກດາວ ປິດເມືອງ ນີ້ ກໍ່ແມ່ນເພື່ອ: 1. ປ້ອງກັນບໍ່ໃຫ້ການລະບາດແຜ່ລາມອອກສູ່ວົງກວ້າງໃນຊຸມຊົນ, 2. ຮັກສາສຸຂະພາບ ແລະ ຊີວິດຂອງທ່ານ ແລະ ບໍ່ນຳເອົາເຊື້ອຈາກນອກເຮືອນເຂົ້າມາສູ່ຄອບຄົວ ໂດຍສະເພາະ ຜູ້ສູງອາຍຸ ກໍ່ຄື ພໍ່ແມ່, ພໍ່ເຖົ້າ, ແມ່ເຖົ້າ, ພໍ່ປູ່, ແມ່ຍ່າ ເຊິ່ງເຂົາເຈົ້າເຫຼົ່ານັ້ນ ສ່ວນຫຼາຍ ກໍແມ່ນມີພະຍາດປະຈໍາໂຕ. ດ່ັງນັ້ນ, ຈຶ່ງມີຄວາມສ່ຽງສູງຕໍ່ການຕິດເຊື້ອ, ເກີດອາການໜັກ ແລະ ເສຍຊີວິດໄດ້, ແລະ 3. ຫລຸດຜ່ອນຄວາມແອອັດ ຢູ່ສະຖານທີ່ຈຳກັດບໍລິເວນ ແລະ ສະຖານທີ່ປິ່ນປົວ. ອີກວິທີນື່ງດີທີ່ສຸດ ຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນການຕິດເຊື້ອນັ້ນ ກໍ່ຄື ການໄດ້ຮັບວັກຊີນ ເພື່ອສ້າງພູມຄຸມໃຫ້ແກ່ຕົວທ່ານເອງ ກໍ່ຄື ພູມຄຸ້ມກັນໝູ່, ສາມາດຊ່ວຍຫຼຸດຜ່ອນຄວາມຮຸນແຮງຂອງການເຈັບເປັນ ແລະ ການເສຍຊີວິດ. ການສັກວັກຊິນ ແມ່ນໄດ້ສຶບຕໍ່ໃຫ້ບໍລິການ ຈຸດທີ 1) ຢູ່ ສູນການຄ້າລາວໄອເຕັກ, 2) ໂຮງໝໍເມືອງ 9 ຕົວເມືອງ, 3) ຢູ່ວັດຈີນ ບ້ານດົງປາແລບ (ຈັນ ເຖິງ ສຸກ) ແລະ ຍັງມີທີມເຄື່ອນທີ່ໃຫ້ບໍລິການໃນເຂດທີ່ມີການລະບາດ. ມາຮອດປະຈຸບັນທົ່ວປະເທດແມ່ນສາມາດວັກວັກຊີນໄດ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ