ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຈົ້າແຂວງສາລະວັນ ລົງຕິດຕາມສະພາບ ນໍ້າຖ້ວມ ບ້ານຫ້ວຍແສງ ເມືອງເລົ່າງາມ
ເວລາອອກຂ່າວ: 2021-09-26 09:28:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 257 | ຄວາມນິຍົມ:



ຂປລ. ແຫລ່ງຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ຕອນບ່າຍວັນທີ 24 ກັນຍາ ນີ້, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂອງແຂວງ ແລະ ການນຳເມືອງເລົ່າງາມ ລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານຫ້ວຍແສງ ເມືອງເລົ່າງາມ, ຈາກການປະເມີນຜົນເສຍຫາຍເບື້ອງຕົ້ນ ມີໜອງປາເສຍຫາຍ 47 ໜອງ, ລານຕາກກາເຟ 2 ລານ, ເຮືອນຄົວ ແລະ ຮ້ານຂາຍເຄື່ອງແຫ້ງເສຍຫາຍຈໍານວນໜຶ່ງ, ພ້ອມນີ້ ຍັງມີເຄື່ອງປູກຂອງປະຊາຊົນ ເປັນຕົ້ນ ກະເຟ ແລະ ພືດຜັກ ໄດ້ຮັບຄວາມເສຍຫາຍ 5 ເຮັກຕາ ຄິດເປັນມູນຄ່າເສຍຫາຍເກືອບ 200 ລ້ານກີບ. ຕາມການລາຍງານຈາກ, ທ່ານ ສົມສັກ ທົງຄຳຫານ ເຈົ້າເມືອງເລົ່າງາມ ໃຫ້ຮູ້ວ່າ: ໃນວັັນທີ 24 ກັນຍາ 2021 ນີ້ ໄດ້ເກີດມີຝົນຕົກຕໍ່ເນື່ອງ ເຮັດໃຫ້ນໍ້າປາໄຫລ່ລົ້ນ ຫ້ວຍຕະພົງ ແລ້ວໄຫລສູ່ບ້ານຫ້ວຍແສງ, ໄດ້ເຮັດໃຫ້ປະຊາຊົນ 30 ກວ່າຫລັງຄາເຮືອນທີ່ຢູ່ລຽບຕາມຫ້ວຍ ແລະ ຢູ່ພື້ນທີ່ຕໍ່າໄດ້ຮັບຜົນກະທົບ ແລະ ຂາດ ທີ່ພັກອາໄສ, ເຊິ່ງນໍ້າໄດ້ຖ້ວມເຮືອນ, ວັດຖຸສິ່ງຂອງ ແລະ ເນື້ອທີ່ທຳການຜະລິດ. ຕໍ່ເຫດການດັ່ງກ່າວ, ອຳນາດການປົກຄອງເມືອງເລົ່າງາມ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ກຳລັງ ປກສ-ປກຊ ສົມທົບກັບກຳລັງຊາດໜຸ່ມຂອງບ້ານ ໄດ້ເຂົ້າໄປຊ່ວຍເຫລືອຢ່າງຮີບດ່ວນ, ພ້ອມເກັບມ້ຽນວັດຖຸສິ່ງຂອງ, ຍົກຍ້າຍສິ່ງກີດຂວາງ ແລະ ຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບໄປຢູ່ບ່ອນທີ່ປອດໄພ ໂດຍກຳນົດ 3 ຈຸດຄື: ໂຮງຮຽນ, ວັດ ແລະ ຫ້ອງການບ້ານ ເປັນບ່ອນພັກຊົ່ວຄາວ; ພາຍຫລັງນໍ້າບົກແຫ້ງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຈະສົມທົບກັບການ ຈັດຕັ້ງບ້ານ ລົງຕິດຕາມກວດກາ, ເກັບກໍາຂໍ້ມູນຜົນເສຍຫາຍ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ຊອກຫາວິທີຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ. ໂອກາດນີ້, ທ່ານເຈົ້າແຂວງສາລະວັນ ກໍໄດ້ເນັ້ນໃຫ້ອຳນາດການປົກຄອງເມືອງ ແລະ ການຈັດຕັ້ງບ້ານເອົາໃຈໃສ່ປຸກລະດົມກຳລັງໃຫ້ມີຄວາມສາມັກຄີ, ມີນໍ້າໃຈຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ວ່ອງໄວ ແລະ ປຸກລະດົມນຳຫລາຍພາກສ່ວນ ເພື່ອຂໍການຊ່ວຍ ເຫລືອ ແລະ ພ້ອມກັນມີສະຕິຕິດຕາມສະພາບ ອາກາດໃນແຕ່ລະໄລຍະ ເພື່ອກຽມຄວາມພ້ອມຮັບມືກັບເຫດການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ